ເມືອງໂປປາຍເຂດກວາງຊີຈັດການປະກາດບົດຄວາມຫົວຂໍ້ຈີນອາຊຽນທີ່ແຕ່ງໂດຍນັກຮຽນປະຖົມມັດທະຍົມ
cri
ຕາມໜັງສືພິມກວາງຊີຢື້ປ້າວ, ແຕ່ວັນທີ20ມີນາຮອດວັນທີ25ເມສາ, ເມືອງໂປປາຍເຂດກວາງຊີຈີນໄດ້ຈັດການປະກາດບົດຄວາມທີ່ແຕ່ງໂດຍນັກຮຽນປະຖົມມັດທະຍົມທົ່ວເມືອງທີ່ມີຫົວຂໍ້ວ່າ, ງານເອັກໂປຈີນອາຊຽນທີ່ເປີດປະຕູແລະຮ່ວມມື, ຂ້ອຍສ້າງສະພາບແວດລ້ອມທີ່ກົມກຽວກັນ, ທຸກຄົນເປັນເຈົ້າພາບ, ກວາງຊີໃນອະນາຄົດດີງາມກວ່າເກົ່າ.
ຈຸດປະສົງຂອງການເຄື່ອນໄຫວເທື່ອນີ້ແມ່ນຢາກເຮັດໃຫ້ນັກຮຽນປະຖົມມັດທະຍົມທັງຫຼາຍເພີ່ມຄວາມເຂົ້າໃຈຕໍ່ປະຫວັດສາດແລະວັດທະນະທຳຂອງບັນດາປະເທດອາຊຽນພ້ອມດ້ວຍຄວາມໝາຍອັນເລິກເຊິ່ງຍາວໄກຂອງງານເອັກສໂປຈີນອາຊຽນທີ່ມີຕໍ່ການພັດທະນາຂອງຈີນກໍຄືບັນດາປະເທດອາຊຽນ, ພ້ອມກັນນັ້ນ, ເພື່ອເປັນຂົວສະພານມິດຕະພາບໃຫ້ແກ່ນັກຮຽນປະຖົມມັດທະຍົມທັງຫຼາຍຕິດຕໍ່ພົວພັນແລະແລກປ່ຽນກັບນັກຮຽນປະຖົມມັດທະຍົມບັນດາປະເທດອາຊຽນ.
|
|