ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-13 21:00:33    
ທ່ານ​ຊຸ່ຍ​ທ່ຽນ​​ໄຂ ຜູ້​ຊ່ອຍ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ຈະ​ຢ້ຽມ​ຢາມ​ອີ​ຣານ​ແລະ​ຣັດ​ເຊຍ​ກ່ຽວ​ກັບ​ບັນ​ຫາ​ນິວ​ຄະ​ເລຍ​ອີ​ຣານ

cri

ຕາມ​ຂ່າວcri:ວັນ​ທີ13 ​ເມສາ,ທ່ານ​ລິວ​ຈ້ຽນສາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເປີດ​ເຜີຍ​ໃນ​ງານ​ຊຸມນຸມ​ນັກ​ຂ່າວທີ່​ກະຊວງ​ການ​ຕ່າງປະ​ເທດ​ ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ວ່າ,ວັນ​ທີ14 ​ເມສາ​ຫາ​ວັນ​ທີ18​ ເມສາ,ທ່ານ​ຊຸ່ຍ​ທ່ຽນ​ໄຂ ຜູ້​ຊ່ອຍ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ຈະ​ຢ້ຽມຢາມ​ອີຣານ​ແລະຣັດ​ເຊຍເປັນລຳດັບ,​ເພື່ອ​ຊຸກຍູ້ການ​ແກ້​ໄຂ​ບັນຫາ​ນິວຄະ​ເລຍ​ອີຣານຢ່າງ​ເໝາະ​ສົມ.

ທ່ານ​ລິວ​ຈ້ຽນສາວກ່າວ​ວ່າ,ທ່ານ​ຊຸ່ຍ​ທ່ຽນ​ໄຂ​ຈະ​ແລກປ່ຽນ​ຄວາມ​ເຫັນ​ກັບ​ອີຣານ​ແລະຣັດ​ເຊຍ​ກ່ຽວ​ກັບ​ບັນຫາ​ນິວຄະ​ເລຍ​ອີຣານ​ແລະ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ອື່ນໆ​ທີ່​​ສົນ​ໃຈນຳ​ກັນ.ທ່ານ​ກ່າວ​ເນັ້ນ​ວ່າ,ຝ່າ​ຍຈີນ​ເອົາ​ໃຈ​ໃສ່​ນຳການ​ເຄື່ອນ​ໄຫວ​ໃຫມ່​ຂອງ​ຝ່າຍ​ອີຣານ,ວິຕົກ​ກັງວົນນຳສະພາວະ​ການທີ່​ອາດ​ມີ​ການ​ຂ​ະຫຍາ​ຍ,ຝ່າຍ​ຈີນ​ຮຽກຮ້ອງ​ອີກ​ເທື່ອ​ໜຶ່ງຝ່າຍ​ກ່ຽວຂ້ອງຈົງ​ຮັກສາຄວາມອົດ​ກັ້ນ,ຢ່າ​ໃຊ້​ການກະທຳທີ່​ອາ​ດຈະ​ເຮັດ​ໃຫ້​ສະຖານະການ​ເລື່ອນ​ຊັ້ນ​ຕື່ມ​ອີກ,​​ເມື່ອ​ເປັນແນວ​ນີ້​ຈິ່ງ​ສາມາດ​ແກ້​ໄຂ​ບັນຫາ​ນິ​ວຄະ​ເລ​ຍອີ​ຣານຢ່າງ​​ເໝາະ​ສົມດ້ວຍ​ວິທີ​​ເຈລະຈາ​ແລະ​ການ​ທູດ.