ຕາມຂ່າວcri:ວັນທີ13 ເມສາ,ຢູ່ປັກກິ່ງ,ໃນເວລາພົບປະທ່ານໂງຈົກຕົງ ລັດຖະບຸລຸດສິງກະໂປ,ທ່ານເຈຍຊິງລິນ ປະທານສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນກ່າວວ່າ,ຝ່າຍຈີນຍິນດີພະຍາຍາມພ້ອມກັບຝ່າຍສິງກະໂປ,ຊຸກຍູ້ການພົວພັນໄມຕີຈິດຮ່ວມມືລະຫວ່າງສອງປະເທດກ້າວໄປໜ້າຢ່າງບໍ່ຂາດສາຍ.
ທ່ານເຈຍຊິງລິນກ່າວວ່າ,ພາຍຫຼັງຈີນກັບສິງກະໂປສ້າງສາຍສຳພັນການທູດ16ປີມານີ້,ການແລກປ່ຽນແລະການຮ່ວມມືລະຫວ່າງສອງປະເທດໃນດ້ານການເມືອງ,ເສດຖະກິດການຄ້າ,ວິທະຍາສາດເຕັກນິກ,ການສຶກສາ,ວັດທະນະທຳແລະການແລກປ່ຽນບຸກຄະລາກອນໄດ້ລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ,ໄດ້ກາຍເປັນຄູ່ການຄ້າອັນສຳຄັນເຊິ່ງກັນແລະກັນ.ໃນວຽກງານສາກົນແລະພາກພື້ນ,ໂດຍສະເພາະແມ່ນໃນດ້ານຊຸກຍູ້ການພົວພັນຈີນອາຊຊຽນ,ສອງປະເທດກໍໄດ້ດຳເນີນການປະສານສົມທົບເປັນຢ່າງດີ.
ທ່ານໂງຈົກຕົງກ່າວລື້ມວ່າ,ສິງກະໂປຍຶດໜັ້ນນະໂຍບາຍຈີນດຽວ,ຄັດຄ້ານ"ໄຕ້ຫວັນເປັນເອກະລາດ".
|