ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-14 10:39:25    
ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ເປີດ​ສາກ​ຢູ່​ປັກ​ກິ່ງ

cri Author: sayvanny
ຕາມ​ຂ່າວ CRI:ຕອນ​ເຊົ້າວັນ​ທີ 14 ​ເມສາ ຢູ່​ທີ່​ປັກ​ກິ່ງ​ໄດ້​ໄຂ​ເວທີປາ​ໄສ​​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບໄຕ້​ຫວັນ​.

​ເວ​ທີ​ປາ​ໄສ​​ດັ່ງກ່າວ​ຈະ​ຈັດ​ຂຶ້ນ​ເປັນ​ເວ​ລາ​ສອງ​ມື້,ຫົວ​ຂໍ້​ຕົ້ນຕໍ​ແມ່ນ​ການ​ແລກ ປ່ຽນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ບິນ​ການ​ເດີນ​ເຮືອ​​ໂດຍ​ກົງ ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ,ຈະ​ສຳ​ມະ​ນາ​ກ່ຽວ​ກັບ​ຫ້າ​ຫົວ​ຂໍ້​ຄື ຜົນ​ສະ ທ້ອນ​ຂອງ​ການ​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝັ່ງ​ທີ່​ມີ​ຕໍ່​ເສດຖ​ະກິດ​ສອງ​ຝັ່ງ ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ ການບິນ​ແລະ​ການ​ເດີນ​ເຮືອ​ໂດຍ​ກົງ ການ​ທ່ອງ​ທ່ຽວ​ແລະ​ການ​ເງິນ. ບຸກຄົນ​ຊັ້ນ​ສູງ​ຂອງ​ພັກ​ກົກ​ມິນ​ຕັງ​ແລະ​ພັກ​ກອມ​ມູນິດ​ພ້ອມ​ດ້ວຍ​ຜູ່​ຮັບ​ຜິດ​ຊອບ​ຂອງ​ວິ​ສາ​ຫະກິດ ​ແລະ​ອົງ​ການ​ຈັດ​ຕັ້ງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ທີ່​ກ່ຽວ​ຂ້ອງ​,ຜູ່​ຊ່ຽວ​ຊານ​​ແລະ​ນັກ​ປາດ​ໃນ​ວົງ​ການ​ເສດ ຖະກິດ​​ເປັນຕົ້ນ 500 ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​​ດັ່ງ​ກ່າວ.

ການ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝັ່ງ​ແມ່ນ​ຄວາມ​ຮັບ​ຮູ້​ຄື​ກັນ​ອັນ​ຫນຶ່ງ​ທີ່​ທ່ານ​ຫູ​ຈີນ​ທາວ ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ແລະ​ທ່ານ​ລຽນ​ຈ້າ​ນ ປະ​ທານ​ພັກ​ກົກ​ມິນ​ຕັງ​ຈີນ​ໃນ​ຄາວ​ນັ້ນ​ຕົກ​ລົງ​ກັນ​ໃນ​ເວລາ​ເຈ​ລະ​ຈາ​ກັນ​ໃນ​ເດືອນ​ເມສາ​ປີ​ກາຍ​ນີ້.

ກ່ອນ​ໄຂ​ເວ​ທີ​ປາ​ໄສ​​ ທ່ານ​ເຈຍ​ຊິ້ງ​ລິນ ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​ທ່ານ​ລຽນ​ຈ້າ​ນ ປະ​ທານ​ກິ​ຕິ​ມະ​ສັກ​ຂອງ​ພັກ​ກົກ​ມິນ​ຕັງ​ຈີນທີ່​ມາ​ຮ່ວມ​ເວທີປາ​ໄສ​.