ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-14 14:22:51    
ທ່ານ​ຫູ​ຈີນ​ທາວ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ຈະ​ມີ​ຜົນ​ສະ​ທ້ອນ​ອັນ​ເລິກ​ເຊິ່ງ​ຍາວ​ໄກ​ຕໍ່​ການ​ຊຸກ​ຍູ້​ການ​ພົວ​ພັນ​ຈີນ​ອາ​ເມ​ລິ​ກາ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 13 ​ເມສາ, ​ໃນ​ເວລາ​ໃຫ້​ສຳພາດ​ໂດຍ​ຈຳ​ເພາະ​ຕໍ່​ນັກຂ່າວ​ນັ້ນ, ທ່ານ​​ໂຈ່​ວ​ເວິນ​ຈົ້ງ ​ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ເມ​ລິ​ກາ​ເວົ້າ​ວ່າ, ການ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ​ທາງ​ລັດຖະກິດ​ຂອງ​ທ່ານ​ປະທານ​ຫູ​ຈີນ​ທາວ​ໃນ​​ໄວໆ​ນີ້​ຈະ​ມີ​ຜົນ​ສະ​ທ້ອນ​ອັນ​ຕັ້ງໜ້າ​ແລະ​ເລິກ​ເຊິ່ງ​ຍາວ​ໄກຕໍ່​ການ​ເພີ່ມທະວີ​ການ​ໄປມາຫາ​ສູ່​ກັນ​ແລະ​ຮ່ວມ​ມື​ກັນໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ, ​ແລະຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໃນ​ສະຕະວັດ​ທີ 21 ຢ່າງ​ຮອບດ້ານ.

ທ່ານ​ໂຈ່​ວ​ເວິນ​ຈົ້ງຊີ້​ອອກ​ວ່າ, ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ແມ່ນໜຶ່ງ​ໃນ​ບັນດາ​ການ​ພົວພັນ​ສອງ​ຝ່າຍ​ທີ່​ສຳຄັນ​ກວ່າ​ໝູ່​ໃນ​ໂລກ​ປະຈຸ​ບັນ. ​ໃນ​ສະ​ເພາະ​ໜ້າ​ນີ້, ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​​ໄດ້​ຮັກສາ​ທ່ວງທ່າ​ອັນ​ດີງາມ​ທີ່​ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ໃນ​ດ້ານ​ກວມລວມ. ພວກ​ຂ້າພະ​ເຈົ້າ​ຫວັງ​ໃຫ້​ຈີນ​ອາ​ເມ​ລິ​ກາ​ຈົ່ງ​ຮ່ວມ​ມື​ກັນ​​ແໜ້ນ​ແຟ້ນ ກວ່າ​ເກົ່າ, ຊຸກ​ຍູ້​ສັນຕິພາບ, ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​​ຂອງ​ພາກ​ພື້ນ​ອາຊີ​ປາຊິ​ຟິກກໍ່​ຄືຂອງ​ໂລກ​.

ທ່ານ​​ໂຈ່​ວ​ເວິນ​ຈົ້ງ​ເວົ້າ​ວ່າ, ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ແມ່ນ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ແທ້​ຈີງ​ມາ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​. ພ້ອມ​ກັນ​ນັ້ນ​, ທ່ານ​ຍັງ​ກ່າວ​ເນັ້ນ​ວ່າ​, ບັນຫາ​ໄຕ້​ຫວັນ​ກ່ຽວ​ພັນ​ເຖິງ​​ອະທິປະ​ໄຕ​ແລະ​ດິນ​ແດນອັນ​ຄົບ​ຖ້ວນ​ຂອງ​ຈີນ, ​ແມ່ນ​ບັນຫາ​ແກນ​ກາງ​ທີ່​ສຳຄັນ​ກວ່າ​ໝູ່​ແລະ​ສະ​ດຸ້ງ​ໄວ​ກວ່າ​ໝູ່​ໃນ​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ. ຫວັງ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ຕໍ່​ຝ່າຍ​ຈີນ​ຢ່າງ​ແທ້​ຈິງ​, ​ຊຳລະ​ແກ້​ໄຂ​ບັນຫາ​ໄຕ້​ຫວັນ​ຢ່າງ​ເໝາະ​ສົມ, ພ້ອມ​ກັນ​ກັບ​ຝ່າຍ​ຈີນ, ຮັກສາ​ສັນຕິພາບ, ​ຄວາມ​ໝັ້ນ​ທ່ຽງ​ຂອງ​ຊ່ອງ​​ແຄບ​ໄຕ້​ຫວັນ​ແລະ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ຈີນ​ແລ​ະອາ​ເມ​ລິ​ກາ​