ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-14 16:30:40    
ທ່ານ​ອັບ​ບາສ​ເນັ້ນ​ໜັກ​ໃຫ້​ຖື"​ແຜນ​ການ​ສັນຕິ​ພາບ"​ເປັນ​ພື້ນຖານ​ຂອງ​ການ​ແກ້​ໄຂ​ບັນຫາ​ປາ​ເລັສ​ຕີນ​ກັບ​ອິສຣາ​​ແອນ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 13 ​ເມສາ,ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​​ເລັສຕີນ​ທີ່​ພວມຢ້ຽມຢາມ​ມາ​ລົກ​ເວົ້າ​ວ່າ,ຝ່າຍ​ປາ​ເລັສ​ຕີນ​ຍຶດໝັ້ນ​ຖື​ແຜນ​ການ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​ເປັນ​ພື້ນ​ຖານ​ມາ​​ແກ້​ໄຂ​ບັນຫາ​ປາ​ເລັສຕີນອິສຣາ​ແອນ,​ແລະ​ຫວັງ​ໃຫ້​ຝ່າຍ​ອິສຣາ​ແອນ​ປະລະ​ການ​​​ເຄື່ອນ​ໄຫວ​ແຕ່​ຝ່າຍດຽວ​,ກັບຄືນ​ສູ່​​ໂຕະ​ເຈລະຈາ.

ທ່ານ​ອັບ​ບາສ​ເວົ້າ​ວ່າ,ອົງການ​ຮາ​ມັດສ໌​ແມ່ນ​​ໄດ້ຮັບ​ການ​ເລືອກ​ຕັ້ງ​ແລ້ວກຳ​ອຳນາດ​ດ້ວຍ​ຮູບການ​ປະຊາ​ທິປະ​ໄຕທີ່ທົ່ວ​ໂລກຮັບຮອງ,ອິສຣາ​ແອນ​ແລະ​ປະ​ເທດ​ອື່ນໆ​ລ້ວນ​ແຕ່​ຄວນ​ຮັບ​ເອົາ​ເລື່ອງ​ຈິງ​ດັ່ງກ່າວ.

ນອກ​ນີ້​,ຂ່າວ​ແຈ້ງວ່າ,ວັນ​ທີ 13 ​ເມສາ,ຢູ່​ມົສກູ,ທ່ານ​ປູ​ຕີນ ປະທານາທິບໍດີຣັດ​ເຊຍ​ກ່າວ​ວ່າ,ຣັດ​ເຊຍ​ສະ​ໜັບ​ສະໜູນ​ປາ​ເລັສຕີນ​ສ້າງ​ຕັ້ງປະ​​ເທດເອກະລາດທີ່ຢູ່​ຮ່ວມ​ກັນ​ກັບ​ອິສຣາ​ແອນ​ໂດຍ​ສັນຕິ​ບົນ​ພື້ນ​ຖານ​ແຜນການ​ສັນຕິພາບ​ຕາ​ເວັນອອກ​ກາງ.

ນອກ​ນີ້,ກອງ​ປະຊຸມ​ພັນ​ທະ​ມິດລັດ​ຖະສະພາ​ຂອງ​ອົງການ OIC ຄັ້ງ​ທີ 4 ໄດ້​ອອກ"ຖະ​ແຫຼ​ງການ​ອິສຕັນ​ບູນ",ຮຽກຮ້ອງ​​ໃຫ້​ປະຊາ​ຄົມ​ໂລກ​ຮັບຮອງ​ອົງການ​ຮາ​ມັດສ໌​ເປັນ​ຜູ້ຕາງໜ້າ​ທີ່​ຊອບ​ກົດໝາຍ​ຂອງ​ປະ​ຊາຊົນ​ປາ​ເລັສຕີນ.