ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-15 17:16:18    
ເວທີ​ປາ​ໄສ​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຝັ່ງ​ອັດ​ລົງ​ຢູ່​ປັກ​ກິ່ງ

cri Author: da

ຕາມ​ຂ່າວCRI: ວັນ​ທີ 15 ​ເມສາ ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ສອງ​ຝັ່ງ​ໄດ້ອັດ​ລົງ​ຢູ່​ປັກ​ກິ່ງ.ເວທີ​ປາໄສ​ໄດ້​ສະເໜີ​ຂໍ້ສະ​ເໜີ​ຮ່ວມ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ແລະລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ທາງ​ເສດ​ຖະກິດ​ລະຫວ່າງ​ສອງ​ຝັ່ງ.


ຮອງຫົວໜ້າຫ້ອງການວຽກງານໄຕ້ຫວັນສູນກາງພັກກອມມູນິດຈີນອ່ານ"ຂໍ້ສະເໜີຮ່ວມຂອງເວທິປາໄສເສດຖະກິດການຄ້າສອງຝັ່ງ"

ຂໍ້​ສະ​ເໜີ​ມີດັ່ງ​ລຸ່ມ​ນີ້:ລົງ​ເລິກ​ແລະ​ເປີດ​ກວ້າງການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງສອງ​ຝັ່ງ​ຢ່າງຮອບດ້ານ,​ໃຫ້​ສອງ​ຝັ່ງ​ບັນລຸຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ພ້ອມ​ກັນ,ຊຸກຍູ້​ການ​ພົວພັນ​ສອງ​ຝັ່ງ​ຂະຫຍາຍ​ໄປ​ຕາມ​ທິດ​ສັນຕິພາບ​ແລະ​ໝັ້ນທ່ຽງ;ຕັ້ງໜ້າ​ຊຸກຍູ້​ການ​ເດີນອາກາດ​​​ແລະ​ການ​ເດີນ​ເຮືອ​ລະຫວ່າງ​ສອງ​ຝັ່ງໂດຍ​ກົງ,ພ້ອມ​ກັນ​ຊຸກຍູ້​ຂະ​ແໜງ​ການ​ການບິນ​ພົນລະ​​​ເຮືອນ​ສອງ​ຝັ່ງ​ຫາລື​ກັນ​ກ່ຽວ​ກັບ​ຄວາມ​ສະດວກ​ຂອງ​ການ​ເໝົາ​ຍົນ​ຂົນ​ສົ່ງວັດຖຸ ການ​ເໝົາ​ຍົນໂດຍສານ​ໃນ​ວັນ​ບຸນ ທ້າຍ​ສັບປະດາ​ແລະ​ເປັນ​ປະຈຳ​ລະຫວ່າງ​ສອງ​ຝັ່ງ​​ໂດຍ​​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້,ມີການຈັດ​ວາງ,ຈັດຕັ້ງປະຕິບັດ​ໂດຍ​ໄວ;ຊຸກຍູ້​ການ​ແລກປ່ຽນ​ແລະ​ການ​ຮ່ວມມື​ທາງ​ກະສິກຳ​ລະຫວ່າງສອງ​ຝັ່ງ,ປະສົມປະສານ​ທ່າ​ແຮງ​ຂອງ​​ສອງ​ຝ່າຍ,​ໃຫ້​ຕ່າ​ງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ຮັບ​ຜົນ​ທັງ​ສອງ​ຝ່າຍ;​ເພີ່​ມທະວີ​ການ​ແລກປ່ຽນ​ທາງ​ການ​ທະນາຄານ​ລະຫວ່າງ​ສອງ​ຝັ່ງ,ສົ່ງ​ເສີມ​ແລະ​ຊຸ​ກຍູ້​ໃຫ້​ຜູ້​ທຸລະ​ກິດ​ຂອງຂະ​ແໜງ​ການ​ທາງ​ການທະນາຄານຂອງ​ສອງ​ຝັ່ງ​ສຳ​ມະ​ນາ​ການ​ສ້າງຕັ້ງກົນ​ໄກ​ຕິດຕາມ​ຄຸ້ມ​ຄອງ,ພ້ອມ​ກັນນັ້ນສ້າງ​ເງື່ອນ​ໄຂອັນຕັ້ງໜ້າ,ສົ່ງ​ເສີມ​ແລະ​ສະໜັບສະໜູນ​ຂະ​ແໜງ​ການ​ບໍລິການ​ປະ​ເພດ​ອື່ນ​ຂອງ​ໄຕ້​ຫວັນ​ເຂົ້າ​ຕະຫຼາດ​ແຜ່ນດິນ​ໃຫຍ່​; ຕັ້ງໜ້າ​ຊຸກຍູ້​ໃຫ້​ປະຊາຊົນແຜ່ນດິນ​ໃຫຍ່​ໄປ​ທ່ອງ​ທ່ຽວ​ຢູ່ໄຕ້​ຫວັນ,ຊຸກຍູ້​ປະຊາຊົນສອງ​ຝັ່ງ​ໄປມາຫາສູ່​ກັນ​ແລະ​ຂະຫຍາຍການ​ພົວພັນ​ເສດຖະກິດ​ລະຫວ່າງ​ສອງ​ຝັ່ງ​; ພ້ອມ​ກັນ​ຊອກຄົ້ນການສ້າງກົນ​ໄກ​ຮ່ວມ​ມື​ເສດຖະກິດ​ສອງ​ຝັ່ງ​ທີ່​ໝັ້ນທ່ຽງ,ພະຍາຍາມ​ຊຸກຍູ້​ໃຫ້ການ​ພົວພັນ​ເສດຖະກິດ​ສອງ​ຝັ່ງ​ຫັນເປັນ​ປົກ​ກະຕິ ​ເປັນ​ແບບ​ສະບັບແລະ​​ເປັນ​ແບບ​ໝັ້ນຄົງ,ລົບ​ລ້າງ​ອຸປະສັກ​ຕ່າງໆ​ໃນ​ການ​ພົວພັວ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝັ່ງ.

ທ່ານ​ເຈຍ​ຊິ້ງຫຼິນ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ ປະທານ​ສະພາ​ປຶ​ກສາ​ການ​ເມືອ​ງປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ​ແລະ​ທ່ານ​ລຽນ​ຈ້າ​ນ ປະທານ​ກິ​ຕິ​ມະ​ສັກ​ພັກ​ກົກ​ມິ​ນຕັງ​ຈີນ​ໄດ້​ເຂົ້າຮ່ວມ​ພິທີ​ປິດ​ເວທີ​ປາ​ໄສ.