ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-15 17:14:35    
ຫ້ອງ​ໂຄ​ຈອນ​ຍານ​ອະ​ວະ​ກາດ ເສີນ​ໂຈ່ວ​ເລກ​6​ຂອງ​ຈີນ​ໝູນ​ເດີນ​180ມື້​ຢ່າງ​ປອດ​ໄພ

cri
ຕາມ​ຂ່າວສານ​ຊີນຮວາ,​ນັບ​ຮອດ​ວັນ​ທີ15​ເມສາ,ຫ້ອງ​ໂຄ​ຈອນ​ຍານ​ອະວະ​ກາດ ເສີນ​ໂຈ່ວ​ເລກ6​ຂອງ​ຈີນໄດ້​ໝູນ​ເດີນ180ມື້​ຢ່າງ​ເປັນ​ປົກກະ​ຕິ,​ໄດ້​ບິນ​ອ້ອມ​ໜ່ວຍ​ໂລກ​2900​ກວ່າ​ຮອບ.

ວັນ​ທີ12ຕຸລາ​ປີ2004,​ຍານ​ອະວະ​ກາດ​ບັນ​ທຸກ​ຄົນ ເສີນ​ໂຈ່ວ​ເລກ6ທີ່​ຈີນ​ຄົ້ນຄວ້າ​ຜະລິດ​ເອົາ​ເອງ​ໄດ້​ເຂົ້າ​ສູ່​ອະວະ​ກາດ​ຢ່າງ​ສຳ​ເລັດ​ຜົນ.ວັນ​ທີ17,​ຫ້ອງ​ກັບ​ຄືນ​ແລະ​ຫ້ອງ​ໂຄຈອນ​ຂອງ​ຍານ​ອະວະ​ກາດ​ເສີນ​ໂຈ່ວ​ເລກ6​ໄດ້​ແຍກ​ກັນ,​ເມື່ອ​ໄດ້​ສຳ​ເລັດ​ລາຍ​ການ​ທົດ​ລອງ​ທຸກປະ​ການຢູ່​ອະວະ​ກາດ​ຢ່າງ​ສະ​ດວກ​ແລ້ວ,​ນັກ​ບິນ​ອະວະ​ກາດ​ສອງ​ຄົນ​ໄດ້​ກັບ​ຄືນ​ສູ່​ໜ້າດິນ​ນຳ​ຫ້ອງ​ກັບ​ຄືນ​ຢ່າງ​ປອດ​ໄພ.ຫ້ອງ​ໂຄຈອນ​ຍານ​ອະວະ​ກາດ​ເລີ່​ມໝູນ​ເດີນ​ຢູ່​ຕາມ​ໂຄຈອນ.​ໃນ​ເຄິ່ງປີ​ຜ່ານ​ມາ,​ຕົວ​ເລກ​ວັດ​ແທກ​ຄວບ​ຄຸມ​ທຸກ​ລາຍ​ສະ​ແດງ​ໃຫ້​ເຫັນ​ວ່າ,ຫ້ອງ​ໂຄຈອນ​ເຮັດ​ວຽກ​ເປັນ​ຢ່າງ​ດີ,​ເຄື່ອງ​ທົດ​ລອງ​ວິທະ​ຍາສາດ​ທີ່​ບັນທຸກ​ຢູ່ນ​ຫ້ອງ​ໂຄຈອນ​ນັ້ນ​ໝູນ​ເດີນ​ຢ່າງ​ເປັນ​ປົກກະຕິ,​ໄດ້​ເກັບ​ເອົາ​ຕົວ​ເລກ​ວິທະ​ຍາ​ສາດ​ແລະ​ໝາກຜົນ​ນຳ​ໃຊ້ຕົວ​ຈິງ​ເປັນຈຳ ນວນ​ຫຼວງ​ຫຼາຍ,​ອັນ​ໄດ້​ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ໂຄງການ​ຊອກ​ຄົ້ນ​ດວງ​ພະຈັນ​ທີ່​ຈີນ​ຈະ​ດຳ​ເນີນ​ໃນ​ພາຍ​ໜ້າ.

ຜູ້​ຊ່ຽວຊານ​ທີ່​ກ່ຽວ​ຂ້ອງ​ກ່າວ​ວ່າ,ປັດ​ຈຸ​ບັນ,​ລະບົບ​ຕ່າງໆ​ຂອງ​ຫ້ອງ​ໂຄຈອນ​ໝູນ​ເດີນ​ຢ່າງ​ເປັນ​ປົກ​ກະຕິ,​ກະ​ວ່າ​ຍັງ​ສາມາດ​ໝູນ​ເດີນ​100ມື້.