ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-15 18:06:48    
ທ່ານ​ເຈິນ​ເຕິກ​ເລືອງ ປະ​ທານ​ປະ​ເທດ​ຫວຽດ​ນາມ​ຫວັງ​ເລັ່ງ​ລັດ​ການ​ຮ່ວມ​ມື​ຢູ່​ເຂດ​ ຊາຍ​ແດນ​ຫວຽດ​ນາມ​ຈີນ

cri
ຕາມ​ຂ່າວສານ​ຊີນ​ຮວາ,ວັນ​ທີ14​ເມສາຢູ່​ຮາ​ໂນ​ຍ,ທ່ານ​ເຈິນ​ເຕິກ​ເລືອງ ປະທານ​ປະ​ເທດ​ຫວຽດ​ນາມ​ກ່າວວ່າ,​ຫວັງ​ໃຫ້​ສອງ​ຝ່າຍ​ພະ​ຍາຍາມ​ຊຸກຍູ້​ການ​ກໍ່ສ້າງ​"ສອງ​ຊ່ອງ​ທາງ​ແລະ​ໜຶ່ງ​ວົງ"​ລະ​ຫວ່າງ​ຫວຽດ​ນາມ​ກັບ​ຈີນ (ສອງ​ຊ່ອງ​ທາງ​ໝາຍ​ເຖິງຄຸນ​ມິງ-​ເຫີ​ໂຄວ-ລາວ​ໄກ່-ຮາ​ໂນຍ-​ໄຫ​ຟົງ,​ແລະ​ນານ​ນິງ-ພິງ​ຊຽງ-ລັງ ເຊິງ-ຮາ​ໂນຍ-​ໄຫ​ຟົງ,​ພ້ອມວົງ​ເສດ​ຖະກິດ​ອ່າວ​ພາກ​ເໜືອ),​ເລັ່ງ​ບາດ​ກ້າວ​ສຳ​ຫຼວດ ​​ປັກ​ຫຼັກ​ໝາຍ​ເສັ້ນຊາຍ​ແດນ,​ແລະ​ຈັດ​ງານ​ເອັກສ​ໂປ​ຈີນ-ອາ​ຊຽນຄັ້ງ​ທີ3​ໃຫ້​ດີ.

ທ່ານ​ກ່າວ​ວ່າ,ການ​ສ້າງສາ​ສອງ​ຊ່ອງ​ທາງໜຶ່ງ​ວົງ​ແມ່ນ​ມາດ​ຕະ​ການ​ຍຸດ​ທະ​ສາດ​ສຳຄັນ​ທີ່​ຜູ້ນຳ​ຈີນ​ຫວຽດ​ນາມ​ໄດ້​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະສັນ​ກັນ,ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ສ້າງສາ​ທັນ​ສະ​ໄໝ​ຂອງ​ຫວຽດນາມ.​ຫຼັງ​ຈາກ​ເຄືອ​ຂ່າຍ​ຄົມ​ມະ ນາຄົມ"ສອງ​ຊ່ອງ​ທາງ​ວົງ​ໜຶ່ງ"ສ້າງ​ຂຶ້ນ​ສຳ​ເລັດ,​ຈະ​ຊັກ​ນຳ​ການ​ພັດ​ທະນາ​ຂອງ ສອງ​ຝ່າຍ​ໃນ​ດ້ານອຸດ​ສາຫະ​ກຳ ການ​ຄ້າ​ແລະ​ການ​ທ່ອງທ່ຽວ.

ກ່ຽວ​ກັບ​ບັນຫາ​ສຳ​ຫຼວດ​ເສັ້ນຊາຍ​ແດນ,​ທ່ານ​ເຈິນ​ເຕິກ​ເລືອງ​ຫວັງ​ໃຫ້​ສຳ​ເລັດ​ວຽກ​ງານ​ດັ່ງ​ກ່າວ​ກ່ອນ​ປີ2008​ຕາມ​ເວລາ​ກຳນົດ,​ສ້າງ​ຊາຍ​ແດນ​ຈີນ​ຫວຽດນາມ​ໃຫ້​ເປັນ​ເຂດ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ໝັ້ນຄົງ​ຍາວ​ນານ​ແລະ​ເສດ​ຖະກິດ​ຈະ​ເລີນ​ສິວິ​ໄລ.​ທ່ານ​ຍັງ​ກ່າວ​ວ່າ,​ຫວຽດ​ນາມ​ຍິນ​ດີ​ພ້ອມ​ກັນ​ກັບ​ຈີນ​ຈັດ​ງານ​ເອັກສ​ໂປ​ຈີນ​ອາຊຽນ​ໃຫ້​ດີ.