ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-15 18:20:06    
ຝ່າຍ​ແຜ່ນ​ດິນ​ໃຫຍ່​ປະ​ກາດ​ນະ​ໂຍ​ບາຍ​ແລະ​ມາດ​ຕະ​ການ​ທີ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ກະ​ສິ​ກຳ​ລະ​ຫວ່າງ​ສອງ​ຝັ່ງ

cri
ຕາມ​ຂ່າວ​CRI,​ວັນ​ທີ15​ເມ​ສາ​ຢູ່​ທີ່​ປັກ​ກິ່ງ,​ທ່ານ​ເຊິນ​ຢຸນລິນ ຫົວ​ໜ້າ​ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ສູ​ນກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຮັບ​ສິດ​ປະ​ກາດ​ວ່າ,​ຝ່າຍ​ແຜ່ນ​ດິນ​ໃຫຍ່​ຈະ​ໃຊ້​ນະ​ໂຍບາຍ​ແລະ​ມາດ​ຕະ​ການ​ຫຼາຍ​ຂໍ້​ທີ່ເພີ່ມ​ທະວີ​ການ​ຮ່ວມ​ມື ດ້ານ​ການ​ກະສິ​ກຳ​ລະ​ຫວ່າງ​ສອງ​ຝັ່ງ.

ໃນ​ເວລາ​ປະກາດ​ນະ​ໂຍບາຍ​ແລະ​ມາດ​ຕະການ​ຢູ່​ທີ່​ເວທີ​ປາ​ໄສ​ເສດ​ຖະກິດ​ການ​ຄ້າ​ສອງ​ຝັ່ງ​ທີ່​ອັດ​ລົງ​ໃນມື້​ນີ້,​ທ່ານ​ເຊິນ​ຢຸນລິນ​ເວົ້າ​ວ່າ,​ແຕ່​ວັນ​ທີ1​ພຶດສະ​ພາ​ປີ​ນີ້​ເປັນ​ຕົ້ນ​ໄປ,ຈະ​ເພີ່ມ​ຊະນິດ​ໝາກ​ໄມ້​ໄຕ້​ຫວັນ​ທີ່​ອະນຸມັດ​ເຂົ້າ​ຕະຫຼາດ​ແຜ່ນ​ດິນ​ໃຫຍ່​ພາຍ​ຫຼັງ​ໄດ້​ຜ່ານ​ການ​ກວດຄຸນ​ນະພາບ​ແລະ​ກວດ​ພະຍາດ​ແລ້ວ​ນັ້ນ​ຈາກ​18ຊະ​ນິດຂຶ້ນ​ເປັນ​22ຊະ​ນິດ,​ເປີດ​ໃຫ້​ຜັກ​11 ຊະ ນິດ​ທີ່​ຜະ​ລິດ​ຢູ່​ໄຕ້​ຫວັນ​ສົ່ງ​ຂາຍ​ຢູ່​ແຜ່ນ​ດິນ​ໃຫຍ່,​ແລະ​ຍົກ​ເວັ້ນພາ​ສີ;​ຍົກ​ເວັ້ນພາ​ສີ​ແລະ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ກວດຄຸນ​ນະພາບ​ແລະ​ກວດ​ພະ​ຍາດໃຫ້​ແກ່​ສັດ​ນ້ຳ​ຈຳ​ນວນ​ໜຶ່ງ​ທີ່​ສົ່ງ​ອອກ​ຈາກ​ໄຕ້​ຫວັນ;ຈັດ​ຕັ້ງ​ວິ​ສາ​ຫະກິດ​ແລະ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ໄປ​ຊື້​ຜະລິດ​ຕະ​ພັນ​ກະສິ​ກຳ​ຢູ່​ໄຕ​ຫວັນ​ໃນ​ເວລາ​ອັນ​ເໝາະ​ສົມ;​ເປີດ​ຊ່ອງ​ທາງ​ສະດວກ​ໃຫ້​ການ​ຂົນສົ່ງ​ຜະລິດ​ຕະ​ພັນ​ກະສິ​ກຳ​ໄຕ້​ຫວັນ​ເປັນ​ຕົ້ນ.​ນອກ​ນີ້,​ຍັງ​ຈະເພີ່ມ​ເຂດ​ຮ່ວມ​ມືທົດ​ລອງ​ກະສິ​ກຳ​ສອງ​ຝັ່ງ​ຊ່ອງ​ແຄບ​ທີ່​ຕັ້ງ​ຢູ່ແຜ່ນ​ດິນ​ໃຫຍ່​ນັ້ນ​ຈາກ5​ແຫ່ງ​ຂຶ້ນ​ເປັນ7​ແຫ່ງ.