ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-15 20:33:07    
ວົງ​ການ​ຕິ​ເບດ​ສຶກ​ສາ​ລະ​ຫວ່າງ​ເຂດ​ຕິ​ເບດ​ກັບ​ຕ່າງ​ປະ​ເທດ​ໄດ້​ສ້າງ​ກົນ​ໄກ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ອັນ​ດີ​ງາມ

cri
ຕາມ​ຂ່າວCRI,ວັນ​ທີ15​ເມສາ,ນັກ​ຂ່າວ​ໄດ້​ຊາບ​ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ເຂດ​ຕິ​ເບ​ດປົກຄອງ​ຕົນ​ເອງ​ວ່າ,ປັດຈຸບັນ,ວົງ​ການ​ຕິ​ເບ​ດສຶກສາ​ຂອງ​ເຂດ​ຕິ​ເບ​ດ​ໄດ້ສ້າງ​ການ​ພົວພັນ​ວິຊາ​ການ​ກັບ​ໂຮງຮຽນ​ຊັ້ນ​ສູງ​ແລະ​ອົງການ​ວິຊາ​ການ​ຂອງ20​ກວ່າ​ປະ​ເທດ​ແລະ​ເຂດ​ແຄ​ວ້ນ​ໃນ​ໂລກ​ເຊິ່ງລວມທັງ​ອາ​ເມ​ລິ​ກາ,ອັງກິດ, ຝະຣັ່ງ​ເປັນ​ຕົ້ນ.

ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຕິ​ເບ​ດ​ແມ່ນ​ອົງການ​ຄົ້ນຄວ້າ​ຕິ​ເບດ ສຶກ​ສາ​ສັງ​ລວມ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ເຂດ​ຕິ​ເບ​ດ.ຕາມ​ໄດ້​ຊາບ,ນັບ​ມາ​ຮອດ​ປັດ ຈຸ​ບັນ,​ນັກ​ປາດ​ຕ່າງ​ປະ​ເທດ​ທີ່​ໄດ້​ຖືກ​ເຊື້ອ​​ເຊີນ​ມາ​ຢ້ຽມຢາມ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ມີ​ເກືອບ800​ເທື່ອ​ຄົນ.​ສະ​ພາ​ບັນ​ດິດ​ດັ່ງ​ກ່າວ​ຍັງ​ໄດ້​ຈັດ​ງານ​ສຳມະ​ນາ​ສາ​ກົນ ຕິ​ເບດ​ສຶກ​ສາ​ວົງ​ແຄບ​3​ເທື່ອ​ຢູ່​ນະ​ຄອນ​ລາ​ຊາ,​ອັນ​ໄດ້​ດຶງ​ດູດນັກປາດ​ຕິ​ເບດ​ສຶກ​ສາ​ຈາກ​ແຫ່ງ​ຕ່າງໆ​ໃນ​ໂລກ​ມາ​ເຂົ້າ​ຮ່ວມ.​ປັດ​ຈຸ​ບັນ,​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຕິ​ເບ​ດ​ສົ່ງ​ນັກປາດ​ຕິ​ເບດ​ສຶກ​ສາ​ໄປ​ຢ້ຽມ​ຢາມ​30​ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ເອີ​ລົບ,​ອາ​ຊີ​ແລະ​ທະ​ວີບ​ອາ​ເມ​ລິ​ກາ​200​ກວ່າ​ເທື່ອ​ຄົນ​ແລ້ວ.

ບຸກຄົນ​ທີ່​ກ່ຽວຂ້ອງ​ເຫັນ​ວ່າ,ການ​ແລກປ່ຽນ​ແລະ​ການຮ່ວມ​ມື​ກັນ​ອັນ​ດີງາມ​ລະ​ຫວ່າງ​ວົງ​ການ​ຕິ​ເບ​ດສຶກສາ​ຂອງ​ເຂດ​ຕິ​ເບ​ດ​ກັບ​ຕ່າງປະ​ເທດ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ໃນ​ການ​ເຮັດ​ໃຫ້​ຕ່າງປະ​ເທດ​ຮູ້ຈັກຕິ​ເບ​ດຢ່າງ​ແທ້​ຈິງ.