ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-16 17:31:59    
ທ່ານ​ຫູ​ຈີນ​ທາວ​ກ່າວ​ລື້​ມວ່າ,​ຄຳ​ໝັ້ນ​ສັນ​ຍາ​ຂອງ​ແຜ່ນ​ດິນ​ໃຫຍ່​ທີ່​ມີ​ຕໍ່​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ບໍ່​ຫ່ອນ​ຈະ​ປ່ຽນ​ແປງ​ຍ້ອນ​ສະ​ຖາ​ນະ​ການ​ປັ່ນ​ປ່ວນ​ແລະ​ມີ​ຄົນ​ລົບ​ກວນ

cri Author: da
ຕາມ​ຂ່າວCRI: ວັນ​ທີ 16 ​ເມສາ ຢູ່​ປັກ​ກິ່ງ ທ່ານ​ຫູ​ຈິນທາວ ​ເລຂາທິການ​​ໃຫຍ່ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່າວ​ລື້​ມວ່າ,​ແຜ່ນດິນ​ໃຫຍ່​ປະ​ເທດ​ຊາດຈະ​ປະຕິບັດ​ຕາມຄຳ​ໝັ້ນສັນຍາ​ທຸກ​ລາຍທີ່​ມີ​ຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ນັ້ນຢ່າງ​ຈິງ​ໃຈ,ບໍ່ຫ່ອນຈະ​ມີ​ການປ່ຽນ​ແປງ​ໃດໆຍ້ອນ​ສະຖານະ​ການ​ປັ່ນ​ປ່ວນ​ແລະ​ມີ​ຄົນ​ລົບກວນ.

ທ່ານ​ຫູ​ຈິນທາວ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ທ່ານ​ລຽນ​ຈ້າ​ນ ປະທານ​​ກິ​ຕິ​ມະ​ສັກ​ພັກ​ກົກ​ມິນ​ຕັງ​ຈີນ​ທີ່​ນຳພາຄະ​ນະ​ຜູ້​ແທນມາ​ເຂົ້າຮ່ວມ​ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ສອງ​ຝັ່ງ.ທ່ານ​ເວົ້າວ່າ,​ທະ​ແນມ​ແຕ່​ແມ່ນເລື່ອງ​ ​ທີ່​ພົວພັນ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນນັ້ນ,ກໍ​ຕ້ອງ​ປະຕິບັດ​ຕໍ່​ຢ່າງຈິງ​ຈັງ;ທະ​ແນມ​ແຕ່​ແມ່ນຄຳ​ໝັ້ນສັນຍາ​ທີ່​ມີ​ຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້ຫວັນນັ້ນ,ກໍ​ລ້ວນ​ແຕ່​ຕ້ອງ​ປະຕິບັດ​ຕາມຢ່າງ​ຕັ້ງໜ້າ.

​ໃນ​ເວທີ​ປາ​ໄສ​ເສ​ດຖະກິດ​ການ​ຄ້າ​ສອງ​ຝັ່ງ​ທີ່​ອັດ​ລົງ​ໃນ​ວັນ​ທີ 15 ​ເມສາ,ຝ່າຍ​ແຜ່ນດິນ​ໃຫຍ່​ໄດ້​ປະກາດ​ນະ​ໂຍບາຍ​ແລະ​ມາດ​ຕະການ 15 ລາຍ​​ເຊິ່ງລວມທັງ​ເປີດ​ຕະຫຼາດ​ຜະລິດ​ຕະພັນ​ກະສິກຳ​ຕໍ່ໄຕ້​ຫວັນ​ຕື່ມ​ອີກ.

​ໃນ​ເວລາ​ພົບ​ປະ ທ່ານ​ຫູ​ຈິນທາວ​ຍັງ​ໄດ້​ວາງ​ຂໍ້​ສະ​ເໜີ 4 ຂໍ້​ກ່ຽວ​ກັບ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ,ກ່າວ​ເນັ້ນວ່າຍຶດໝັ້ນ"ຄວາມ​ຮັບ​ຮູ້​ຄື​ກັນ​ປີ 1992"​ເຊິ່ງສ່ອງ​ແສງ​ໃຫ້​ເຫັນ​ຫຼັກການ​ຈີນ​ດຽວ,ສະ​ແຫວ​ງຫາຄວາມສຸກ​ໃຫ້​​ແກ່ພີ່ນ້ອງ​ຮ່ວມ​ຊາດຢູ່​ສອງ​ຝັ່ງ,ລົງ​ເລິກການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ຊະນະທັງ​ສອງ​ຝ່າຍ,ດຳ​ເນີນ​ການ​ຫາລື​ກັນ​ຢ່າງ​ສະ​ເໝີ​ພາບ​ລະຫວ່າງ​ສອງ​ຝັ່ງ.

ທ່ານ​ລຽນ​ຈ້າ​ນ​ເວົ້າວ່າ,ພີ່ນ້ອງ​ຮ່ວມ​ຊາດ​ຢູ່​ສອງ​ຝັ່ງ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ໃຕ້​ສະພາບ​ແວດ​ລ້ອມ​ສັນຕິພາບ,ບັນລຸ​ເປົ້າໝາຍ​ໃຫ້​ສອງ​ຝັ່ງຈະ​ເລີນຮຸ່ງ​ເຮືອງ​ພ້ອມ​ກັນ​ແລະ​ຊະນະທັງ​ສອງ​ຝ່າຍ.