|
 |
(GMT+08:00)
2006-04-16 17:35:31
|
 |
ເຂດກວງຊີຂອງຈີນຈັດງານສະເໜີແນະງານເອັກສໂປຈີນອາຊຽນຢູ່ຫວຽດນາມ
cri
ຕາມຂ່າວສານຊີນຮວາຈາກຮາໂນຍ,ວັນທີ15ເມສາ,ຄະນະຜູ້ແທນເຂດກວງຊີເຜົ່າຈ້ວງປົກຄອງຕົນເອງຂອງຈີນທີ່ພວມຢ້ຽມຢາມຫວຽດນາມໄດ້ຈັດງານສະເໜີແນະງານເອັກສໂປຈີນອາຊຽນແລະງານສົນທະນາຂອງນັກທຸລະກິດສຳຄັນແຫ່ງງານເອັກສໂປຈີນອາຊຽນຢູ່ຮາໂນ້ຍ ນະຄອນຫຼວງຫວຽດນາມ,ໄດ້ສົ່ງຄຳເຊີນອັນຈິງໃຈຕໍ່ວິສາຫະກິດຫວຽດນາມ.
ທ່ານຊາວໂປຊຸນ ຫົວໜ້າຄະນະຜູ້ແທນ ເລຂາຄະນະພັກເຂດກວງຊີເຜົ່າຈ້ວງປົກຄອງຕົນເອງຂອງຈີນກ່າວວ່າ,ງານເອັກສໂປຈີນອາຊຽນແມ່ນແທ່ນສຳລັບຈີນກັບອາຊຽນໄປມາຫາສູ່ກັນແລະຮ່ວມມືກັນ,ງານເອັກສໂປສອງຄັ້ງທີ່ຜ່ານມາໄດ້ດຶງດູດນັກທຸລະກິດຈາກຈີນ 10ປະເທດອາຊຽນພ້ວມດ້ວຍຍີ່ປຸ່ນ ສ.ເກົາຫຼີ ເອີລົບແລະອາເມລິກາເປັນຕົ້ນລວມ1ໝື່ນກວ່າຄົນ,ນັບລວມແລ້ວ,ຍອດມູນຄ່າການຄ້າຂາຍມີເຖິງ 2ຕື້235ລ້ານໂດລາ,ໄດ້ເຊັນໂຄງການຮ່ວມມືແລະລົງທຶນ620ໂຄງການ, ຍອດມູນຄ່າການລົງທຶນມີເຖິງ22ຕື້ໂດລາ,ເມື່ອທຽບກັບສອງຄັ້ງທີ່ຜ່ານມາ,ງານເອັກສໂປຈີນອາຊຽນຄັ້ງທີ3ຈະມີຈຸດພິເສດ4ຂໍ້ ຄືມີຜົນສະທ້ອນໃຫຍ່ໃນໂລກ, ມີສີສັນວິຊາສະເພາະອັນເຂັ້ມຂຸ້ນ,ມີປະສິດທິຜົນດ້ານເສດຖະກິດການຄ້າອັນແທ້ຈິງແລະການບໍລິການມີຄຸນນະພາບສູງ.
ມື້ດຽວກັນ,ເຂດກວງຊີຂອງຈີນຍັງໄດ້ຈັດງານວາງສະແດງສິນຄ້າແລະງານສັງສັນການລົງທຶນແລະຮ່ວມມືລະຫວ່າງເຂດກວງຊີຂອງຈີນກັບຫວຽດນາມ,ໄດ້ເຊັນບົດບັນທຶກຊ່ວຍຈຳ ຂໍ້ຜູກພັນ ສັນຍາແລະໜັງສືຄວາມຈຳນົງງວດໜຶ່ງ.
|
|
|