ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-16 17:41:40    
ເວ​ທີ​ປາ​ໄສ​ພຸດ​ທະ​ສາvສະ​ໜາ​ໂລກ​ຄັ້ງ​ປະ​ຖົມ​ມະ​ເລີກ​ຜ່ານ"ຄຳ​ຖະ​ແຫຼງ​ການ​ຜູ​ໂທ​ຊ່ານ"

cri Author: da
ຕາມ​ຂ່າວCRI: ວັນ​ທີ 16 ​ເມສາ,ເວທີ​ປາ​ໄສ​ພຸດທະ​ສາສະໜາ​ໂລກ​ຄັ້ງປະຖົມມະ​ເລີກ​​ໄດ້​ອັດ​ລົງ​ຢູ່​ພູ​ຜູ​ໂທ​ຊ່ານ ​ເຊິ່ງ​ເປັນ​ພູ​ທີ່​ມີ​ຊື່​ສຽງ​ທາງ​ພຸດທະ​ສາສະໜາ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ,​ເວທີ​ປາ​ໄສ​ໄດ້ຜ່ານ"ຄຳ​ຖະ​ແຫຼ​ງການຜູ​ໂທ​ຊ່ານ"ທີ່​ມີຈຸດປະສົງ​ຊຸກຍູ້​ໃຫ້​ໂລກພັດທະນາຢ່າງ​ມີ​ກົມກຽວກັນ.

ຄຳ​ຖະ​ແຫຼ​ງການ​ຂຽນ​ວ່າ,ສັນຕິພາບ​ແມ່ນ​ຄວາມ​ປາດຖະໜາຖາວອນ​ຂອງ​ມະນຸດ,ຄວາມກົມກຽວກັນ​ຍິ່ງ​ແມ່ນ​ພາບ​ອັນ​ດີງາມ​ທີ່​ມະ​ນຸດ​ສະ​ແຫວ​ງຫາ.​ໃນ​ຖານ​ເປັນ​ໜຶ່ງ​ໃນ​​ມູນ​ເຊື້ອທາງ​ຈິດ​ໃຈ​ອັນ​ຍິ່ງ​ໃຫຍ່​ຂອງ​ມະນຸດ,ພຸດທະ​ສາສະໜາ​ໄດ້​ສະ​ແຫວ​ງຫາ​ຄວາມກົມກຽວກັນ​ຂອງ​ໂລກ​ ​ແລະ​ຄວາມ​ສະຫງົບ​ທາງ​ຈິດ​ໃຈ​ຂອງ​ຄົນໂດຍ​ຕະຫຼອດ.ຄຳ​ຖະ​ແຫຼ​ງການ​ຮຽກຮ້ອງໃຫ້ວົງ​ການ​ພຸດທະ​ສາສະໜາ​ທົ່ວ​ໂລກ​ແລະ​ທົ່ວ​ມວນມະນຸດຈົ່ງ​ບົ່ມ​ສ້າງຄວາມເມດຕາ,ຮັດແໜ້ນຄວາມຮັກແພງກັນ,​ແລກປ່ຽນ​ກັນ​ຢ່າງ​ຈິງ​ໃຈ,ອະນຸໂລມເຊິ່ງກັນແລະກັນ,​ເອົາ​​ໃຈ​ເຂົາມາໃສ່ໃຈ​ເຮົາ,​ເພື່ອ​ຊຸກຍູ້​ສັນຕິພາບ​ຄວາມສີວິໄລແລະຄວາມ​ກົມກຽວ​ກັນ​ຂອງໂລກ.

ກ່ອນ​ປິດ​ປະຊຸມ,​ເວທີ​ປາ​ໄສ​ຍັງ​ໄດ້​ຈັດ​ງານສົມໂພດເວດທະນາສັນຕິພາບ​ຂອງໂລກ.

​ເວທີ​ປາ​ໄສ​ພຸດທະສາ​ສະໜາ​ໂລກ​ຄັ້ງປະຖົມ​ມະ​ເລີກ​ແມ່ນ​ກອງ​ປະຊຸມ​ພຸດທະ​ສາສະໜາ​ສາກົນ​ທີ່​ລັດຖະບານ​ຈີນ​ຈັດ​ຂຶ້ນ​ເປັນຄັ້ງທຳ​ອິດ,ພະ​ອາຈານ ນັກປາດຂອງ​ວົງ​ການ​ພຸດທະ​ສາສະໜາ​ແລະ​ເຈົ້າໜ້າ​ທີ່ຂອງ 30 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ.