ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-16 18:07:39    
ຈີນ​ຫວັງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຮັກ​ສາ​ຄວາມ​ອົດ​ກັ້ນ​ໃນ​ບັນ​ຫາ​ນີວ​ເຄຼຍ​ຂອງ​ອີ​ຣານ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ15​ເມສາ,ຢູ່​ເຕ​ເຮ​ລານ,ທ່ານ​ຊຸຍ​ທຽນ​ຄາຍ ຜູ່​ຊ່ອຍ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ຢ້ຽມຢາມ​ເຮັດ​ວຽກ​ຢູ່​ອີຣານກ່າວ​ວ່າ,ຈີນ​ຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຈົ່ງ​ຮັກ​ສາ​ຄວາມ​ອົດ​ກັ້ນ​ໃນ​ບັນຫາ​ນີວ​ເຄຼຍຂອງ​ອີຣານ,ຫຼີກ​ເວັ້ນ​ການ​ໃຊ້​ການ​ກະ​ທຳ​ທີ່​ອາດ​ຈະ​ພາ​ໃຫ້​ສະ​ຖາ​ນະ​ການ​ເລື່ອນ​ຂັ້ນ​ຕື່ມ​ອີກ.

ທ່ານ​ຊຸຍ​ທຽນ​ຄາຍ​ຊີ້​ອອກ​ວ່າ,ການແກ້​ໄຂ​ບັນຫາ​ນີວ​ເຄຼຍຂອງ​ອີ​ຣານ​ໃຫ້​ດີ​ດ້ວຍ​ການ​ເຈ​ລະ​ຈາ​ແລະ​ວິ​ຖີ​ທາງ​ການ​ທູດນັ້ນຍັງ​ຄົງ​ແມ່ນ​ການ​ເລືອກ​ເອົາ​ທີ່​ດີ​ກວ່າ​ໝູ່,​ເຊິ່ງ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ບັນດາ​ຝ່າຍ.ທ່ານ​ກ່າວ​ວ່າ,ຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ມີ​ລັກ​ສະ​ນະ​ສ້າງ​ສັນ,​ສ້າງ​ບັນ​ຍາ​ກາດ​ແລະ​ເງື່ອນ​ໄຂ​ອັນ​ຈຳ​ເປັນ​ໃຫ້​ແກ່​ການ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ບັນ​ຫາ​ນີວ​ເຄຼຍ​ຂອງ​ອີຣານ​ໂດຍ​ໄວ.