ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-16 18:11:27    
ສະ​ຫະ​ສະ​ມາ​ຄົມ​ການ​ຄ້າ​ຈີນ​ຂອງ​ຣັດ​ເຊຍ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ມົສ​ກູ​ຢ່າງ​ເປັນ​ທາງ​ການ

cri
ຕາມຂ່າວCRI,ສະຫະສະມາຄົມການຄ້າຈີນຂອງຣັດເຊຍໄດ້ສ້າງຕັ້ງຂຶ້ນຢ່າງ​ເ​ປັນທາງ​ການ​ຢູ່​ມົສກູ​ໃນ​ວັນ​ທີ15​ເມສາ.

ໃນ​ເວລາ​ກ່າວ​ສູນ​ທອນ​ພົດ​ໃນ​ກອງ​ປະຊຸມ​ສ້າງ​ຕັ້ງ​ສະຫະ​ສະມາຄົມ​ດັ່ງກ່າວ,ທ່ານ​ລິວ​ກູ​ຊ່າງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຣັດ​ເຊຍ​ກ່າວ​ວ່າ,ປັດຈຸບັນ,ການ​ພົວພັນ​ການ​ເມືອງ​ລະຫວ່າງ​ຈີນ​ຣັດ​ເຊຍ​ພວມ​ຢູ່​ໃນ​ລະດັບ​ສູງ​ທີ່​ບໍ່​ເຄີຍ​ມີ​ມາກ່ອນ,ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ​ໄດ້ພັດທະນາ​ຢ່າງ​ວ່ອງ​ໄວ,ຮອບດ້ານ​ແລະ​ລົງ​ສູ່​ລ່ວງ​ເລິກ.ວິ​ສາ​ຫະກິດ​ຈີນ​ນັບ​ມື້​ນັບ​ຫຼາຍ​ໄປ​ລົງທຶນ​ຢູ່ຣັດ​ເຊຍ,ຂະໜາດ​ການ​ລົງທຶນ​ກໍ​ນັບ​ມື້​ນັບ​ໃຫຍ່​ຂຶ້ນ.​ໃຕ້​ສະຖານະ​ການ​ດັ່ງກ່າວ,ວິ​ສາ​ຫະກິດ​ຈີນ​ຕ້ອງ​ຈັດ​ຕັ້ງ​ຂຶ້ນ​​ເປັນ​ກຳລັງ​ຮ່ວມ​ໃນຂະນະ​ທີ່ຕ່າງ​ບຸກ​ເບີກ​ກ້າວໜ້າ​ພໍ​ໃຜ​ພໍ​ລາວ,​ເພື່ອ​ໃຫ້​ໄດ້​ຮັບ​ການ​ພັດທະນາ​ຍິ່ງ​ດີກ​ວ່າ​ເກົ່າ,ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຊອບ​ກົດໝາຍ​ຂອງ​ຕົນ,ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບຣັດ​ເຊຍ.