ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-16 18:43:16    
ໃນ​5​ປີ​ທີ່​ຜ່ານ​ມາ​ຈີນ​ໄດ້​ສ້າງ​ສວນ​ສາ​ທາ​ລະ​ນະ​ແຫ່ງ​ໃໝ່​ໃນ​ຕົວ​ເມືອງ​ເກືອບ​2000​ແຫ່ງ

cri
ຕາມ​ຂ່າວສານ​ຊີນຮວາ,​ວັນ​ທີ15​ເມສາ​ຢູ່​ທີ່​ປັກ​ກິ່ງ,​ທ່ານ​ຊິວ​ປາວ​ຊີ່ງ ຮອງ​ລັດຖະ​ມົນ​ຕີ​ກະ​ຊວງ​ກໍ່ສ້າງ​ຂອງ​ຈີນ​ເວົ້າ​ວ່າ,​ໃນ5ປີ​ທີ່ຜ່ານ​ມາ,​ລະດັບ​ປູກຕົ້ນ​ໄມ້​ຕົ້ນ​ຫຍ້າ​ໃນ​ຕົວ​ເມືອງ​ຈີນ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,​ຈັງຫວະ​ປູກ​ຕົ້ນ​ໄມ້​ຕົ້ນ​ຫຍ້າ​ໄດ້​ໄວ​ເຂົ້າ,​ສະ​ເພາະ​ແຕ່​ການ​ສ້າງ​ສວນ​ສາ​ທາລະ​ນະ​ແຫ່ງ​ໃໝ່​ກໍ​ມີ​ເກືອບ2000​ແຫ່ງ.

ໃນ​ກອງ​ປະຊຸມ​ກ່ຽວ​ກັບ​ການ​ປູກ​ຕົ້ນ​ໄມ້​ຕົ້ນ​ຫຍ້າ​ໃນ​ຕົວ​ເມືອງ​ທີ່​ກະຊວງ​ກໍ່ສ້າງ​ຈັດ​ຂຶ້ນ,​ທ່ານ​ຊິວ​ປາວ​ຊິ່ງ​ແນະນຳ​ວ່າ,​ໃນ5ປີ​ທີ່ຜ່ານ​ມາ,​ຈີນ​ໄດ້​ລົງທຶນ​110​ຕື້ນ​ກວ່າ​ຢວນ​ເຂົ້າ​ໃນ​ການ​ຮັກສາ​ແລະ​ສ້າງສາ​ເດີ່ນ​ຫຍ້າ​ໃນ​ຕົວ​ເມືອງ,ອັດຕາ​ປູກ​ຕົ້ນ​ໄມ້​ຕົ້ນ​ຫຍ້າ​ໃນ​ຕົວ​ເມືອງ​ຈີນ​ໄດ້​ບັນລຸ31%.ນັບ​ມາຮອດ​ປັດຈຸບັນ,​ຢູ່​ຈີນ​ມີ83ຕົວ​ເມືອງ​ໄດ້​ຖືກ​ຂະໜານ​ນາມ​ເປັນ ຕົວ​ເມືອງ​ສວນລະ​ດັບຊາດ.