ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-16 20:01:48    
ທ່ານ​ລຽນ​ຈ້າ​ນ​ຫວັງ​ໃຫ້​ຜູ່​ນຳ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຈົ່ງ​ງ່ຽງ​ຫູ​ຟັງ​ສຽງ​ໃນ​ໃຈ​ຂອງ​ມວນ​ຊົນ​ໄຕ້​ຫວັນ​ຢ່າງ​ແທ້​ຈິງ

cri
ຕາມ​ຂ່າວCRI,​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ16​ເມສາ,ທ່ານ​ລຽນ​ຈ້ານ ປະ​ທານ​ກິ​ຕິ​ມະ​ສັກ​ພັກ​ກົກ​ມິນ​ຕັງ​ຈີນ​ກ່າວ​ວ່າ,ຫວັງ​ໃຫ້​ຜູ່​ນຳ​​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຈົ່ງ​ງ່ຽງ​ຫູ​ຟັງສຽ​ງ​ໃນ​ໃຈ​ຂອງ​ມວນ​ຊົນ​ໄຕ້​ຫວັນ​ຢ່າງ​ແທ້​ຈິງ,​ເຮັດ​ໃຫ້​ໝາກ​ຜົນ​ຂອງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຝັ່ງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ.

ທ່ານ​ລຽນ​ຈ້າ​ນກ່າວ​ວ່າ,​ເວທີ​ປາ​ໄສ​ເສດຖະກິດການ​ຄ້າ​ສອງ​ຝັ່ງ​ທີ່​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ​15​ເມ​ສາ​ໄດ້​ຜ່ານ​ຮັບຮອງ​ຂໍ້​ສະ​ເໜີ​ຮ່ວມ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ຝັ່ງ.ຝ່າຍ​ແຜ່ນດິນ​ໃຫຍ່​ກໍ​ໄດ້​ປະກາດ​ນະ​ໂຍບາຍ​ແລະ​ມາດ​ຕະ​ການ​15​ລາຍ​ທີ່​ມີ​ຜົນ​ດີ​ຕໍ່​ມວນ​ຊົນ​ໄຕ້​ຫວັນ,ໝາກຜົນ​ເຫຼົ່າ​ນີ້​ໄດ້​ລື່ນກາຍ​ຄວາມ​ຄາດ​ໝາຍ​ຂອງ​ທ່ານ.​ທ່ານ​ຫວັງ​ໃຫ້​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ສາ​ມາດ​ພິ​ຈາ​ລະ​ນາ​ເພື່ອ​ມວນ​ຊົນ​ໄຕ້​ຫວັນ,​ເຮັດ​ໃຫ້​ໝາກ​ຜົນ​ຂອງ​ເວທີ​ປາ​ໄສ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ.