ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-16 20:13:57    
ເວທີ​ປາ​ໄສ​ພຸດ​ທະ​ສາ​ສະ​ໜາ​ໂລກ​ຄັ້ງ​ປະ​ຖົມ​ມະ​ເລີກ​ສິ້ນ​ສຸດ​ລົງ​ຢ່າງ​ຈົບ​ງາມ,​ປະ​ທານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ລາວ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ

cri
ຕາມ​ຂ່າວCRI,ວັນ​ທີ16​ເມສາ,ພາຍຫຼັງ​ເວທີ​ປາ​ໄສ​ພຸດທະ​ສາສະໜາ​ໂລກ​ຄັ້ງ​ປະ​ຖົມ​ມະ​ເລີກ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບງາມ​ແລ້ວ, ດອກ​​ເຕີວິຈິດ​ສິງຫາ​ລາດປະທານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ລາວ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ​ວ່າ:ຈີນ​ໄດ້​ຈັດ​ເວທີ​ປາ​ໄສ​ເທື່ອ​ນີ້​ຢ່າງ​ສຳ​ເລັດ​ຜົນ​ທີ່​ສຸດ.​ສັນ​ຕິ​ພາບ​ແມ່ນ​ຄວາມ​ປາຖະໜາ​ຖາວອນ​ຂອງ​ມວນ​ມະນຸດ,ຄວາມ​ກົມກຽວ​ກັນ​ຍິ່ງ​ແມ່ນ​ສິ່ງ​ທີ່​ດີ​ງາມ​ທີ່​ມະ​ນຸດ​ສະ​ແຫວ​ງຫາ.

ດຣ​.ວິຈິດ​ສິງຫາ​ລາດຍັງ​ໄດ້​ສະຫຼຸບ​ວ່າ,​ໃນ​ໄລຍະຈັດ​ເວທີ​ປາ​ໄສ,ພວກ​​ເຂົາ​ເຈົ້າ​ໄດ້​ແລກ​ປ່ຽນ​ກັນ​ຢ່າງ​ກວ້າງຂວາງ​ກັບ​ຜູ່​ແທນ​ຂອງ​ປະ​ເທດ​ຕ່າງໆ​ເຊັ່ນ​ຈີນ,​ໄທ,ຫວຽດນາມ,ສີ​ລັງ​ກາ,​ເນ​ປານ,​ກຳ​ປູ​ເຈຍ​ເປັນ​ຕົ້ນ,​ແລະ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ,ພຸດທະ​ສາ​ສະ​ໜາ​ບໍ່​ວ່າ​ເຜີຍ​ແຜ່​ຂຶ້ນ​ເໜືອ​ຫຼື​ລົງ​ໃຕ້,​ມະ​ຫາ​ຍານ​ຫຼື​ຫິນະ​ຍານ,ຄວນ​ພ້ອມ​ກັນ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ສ້າງ​ໂລກ​ທີ່​ກົມ​ກຽວ​ກັນ​ທີ່​ມີ​ສັນຕິພາບ​ຍາວ​ນານ,​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ​ພ້ອມ​ກັນ.

ຕອນ​ບ່າຍ​ມື້​ດຽວ​ກັນ,ພິທີ​ວາງ​ສິລາ​ລືກ​ອະນຸສາວະ​ລີ​ລະ​ລຶກຄຳ​ຖະ​ແຫຼງ​ການ​ພູ​ພູ​ໂທ​ຊ່ານ​ຂອງ​ວິທີ​ປາ​ໄສ​ພຸດທະ​ສາສະໜາ​ໂລກ​ຄັ້ງ​ປະຖົມມະ​ເລີກໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ໂຈ່ວ​ຊ່ານ​ຂອງ​ຈີນ.