ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-17 10:24:54    
ເສດ​ຖະ​ກິດ​ຈີນ​ກັບ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ເຊື່ອມ​​ໂຍງ​ເຂົ້າ​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ

cri Author: sayvanny

ໄຕ​ມາດ​ທີ​ຫນຶ່ງ​​ໃນ​ປີ 2006 ຫາ​ກໍ່​ຜ່ານ​ພົ້ນ​ໄປ, ​ການ​ເຊື່ອມ​ໂຍງ​ເຂົ້າກັນ​ດ້ານ​ເສດຖະກິດ​ລະ​ຫວ່າງ​ຈີນ​ກັບ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ມີ​ການ​ບຸກ ທະລຸ​ຫລາຍ​ຢ່າງ​ຄື ການ​​ໄປສະນີໂດຍ​ກົງ ທາງ​ຫລວງ​ຄຸນ​ມິ​ງຫາ​ບາງກອກ​ຕອນ​ສຳຄັນ​ໄດ້​ສ້າງ​ສຳ​ເລັດ ການ​ເດີນ​ເຮືອ​ຕາມ​ລຳ​ແມ່ນ້ຳ​ຂອງ​ແລະ​ການ​ຕິດ​ຕໍ່​ກັນ​ລະ​ຫວ່າງ​ເຂດ​ສາມ​ຫລ່ຽມ​ປານ​ແມ່​ນ້ຳ​ຈູ​ຈຽງ​ກັບ​ອາ​ຊຽນ​ເປັນ​ຕົ້ນ,ການ​ເຊື່ອມ​ໂຍງ​​ເຂົ້າ​ກັນ​ດ້ານ​ເສດ​ຖະ​ກິດ​ຢ່າງ​ບໍ່​ຢຸດ​ຢັ້ງ​ໄດ້​ເຮັດ​ໃຫ້​ຄົນ​ທັງ​ຫລາຍ​ເລັງ​ສາຍ​ຕາ​ໃສ່​ພາກ​ພື້ນທີ່​ມີ​ກຳລັງ​ບົ່ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ​ຢ່າງ​ມະຫາສານ​ແຫ່ງ​ນີ້.

ວັນ​ທີ 31 ມີນາ​ປີ 2006, ຄະນະ​ຜູ່​ແທນ​ໄປສະນີ​ຈີນ​ກັບ​ຄະນະ​ຜູ່​ແທນ​ໄປສະນີ​ແຫ່ງ​ຊາດ​ລາວ​ໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົາໃຈ​​ດ້ານ​ການ​ພັດທະ ນາ​ແລະ​ການ​ຮ່ວມ​ມື,ສອງ​ຝ່າຍ​ຈະ​ບັນລຸ​ການ​ແລກ​ປ່ຽນ​ເຄື່ອງ​ໄປ​ສະ​ນີ​ໂດຍ​ກົງ,​ສະ​ຫນອງ​ໃຫ້​ການ​ບໍ​ລິ​ການ​ສົ່ງ​ຕໍ່​ເຄື່ອງ​ໄປ​ສະ​ນີ​ຂອງ​ປະ​ເທດ​ທີ​ສາມ​ແລະ​ການ​ຈໍລະ​ຈອນ​ພັດ​ສະ​ດຸ​ບໍ​ລິ​ການ​ສາກົນ.​ອັນ​ໄດ້​ເຮັດ​ໃຫ້​ທາງ​ໄປ​ສະ​ນີ​ສັ້ນ​ເຂົ້າ 5500 ກວ່າ​ກິ​ໂລ​ແມັດ,​ເຊິ່ງ​ໃນ​ເມື່ອ​ກ່ອນ,ຈົດ ຫມາຍ​ທີ່​ຝາກ​ຈາກ​ເມືອງ​ຄຸນ​ມິ​ງ​ໄປ​ຍັງ​ວຽງ​ຈັນ​ນັ້ນ,ຕ້ອງ​ຜ່ານ​ປັກ​ກິ່ງ​ກ່ອນ​ຫລື​ຜ່ານ​ຊ່ອງ​​ແຄບ​ມາ​ລະກາ​,ທັງ​ຕ້ອງ​ການ​ເວລາ​ນານ​ທັງ​ມີ​ສະມັດ​ຕະ​ພາບ​ຕ່ຳ.

ສອງ​ຝ່າຍຈີນ​ກັບ​ລາວ​ຈະ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ໄປສະນີ, ຊຸກ​ຍູ້​ການ​ຝາກ​ພັດສະດຸ ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ແລະ​ການ​ຈໍລະ​ຈອນ​ພັດ​ສະດຸ ບໍລິການ​ຂອງ​ປະ​ເທດ​ທີ່​ກ່ຽວຂ້ອງ,​ເຮັດ​ໃຫ້​ເວລາ​ສົ່ງ​ເຄື່ອງ​​ໄປ​ສະ​ນີ​ລະ​ຫວ່າງ​ຈີນ​ກັບປະ​ເທດ​ແລະ​ພາກ​ພື້ນ​ອາ​ຊຽນ​ສັ້ນ​ເຂົ້າ.ບົນ​ພື້ນ​ຖານ​ດັ່ງ​ກ່າວ,ຍັງ​ຈະ​ພັດ​ທະ​ນາ​ການ​ຈໍ​ລະ​ຈອນ​ພັດ​ສະ​ດຸ​ບໍ​ລິ​ການ ການ​ຝາກ​ເງິນ​ແລະ​ການ​​ແລກ​ປ່ຽນ​ເງິນ​ໃນ​ສາກົນ ​ແລະ​ການ​ແລກປ່ຽນ​ວັດ​ທະ​ນະ​ທຳ​ສະ​ສົມ​ສະ​ແຕມ​ສາກົນ​ເປັນຕົ້ນ.

​ໃນ​ຖານ​ເປັນ​ຂອດ​ສຳຄັນ​ຂອງ​ການ​ຈໍລະ​ຈອນ​ພັດ​ສະດຸ​ບໍ​ລິ​ການ, ​ແລະ​ເປັນ​ຂໍ​ກະ​ແຈ​ຂອງ​ຊ່ອງ​ທາງ​ສາກົນ, ​ໃນຕົ້ນປີ​ນີ້, ການ​ຄົມມະນາຄົມ​ກໍ່​ໄດ້​ມີ​ການ​ບຸກ​ທະ​ລຸ​ຫລາຍ​ຢ່າງ​ຄື​:​ຜ່ານ​ການ​ກໍ່​ສ້າງ​ເປັນ​ເວລາ​ເກືອບ​ສາມ​ປີ, ​ເສັ້ນ​ທາງ​​ແຕ່​ຄຸນ​ມິງ​ຫາ​ບາງ​ກອກ​ຕອນ​​ໃນ​ແດນ​ຈີນ​ຄື ທາງ​ດ່ວນ​ຕອນ​ເມືອງ​ຊືມາວ​ຫາ​ເມືອງ​ສຽວ​ມົງຢາງ​ຂອງ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນນານ​ຈີນ​ໄດ້​ສ້າງ​ສຳ​ເລັດ​ແລ້ວ.

ພະ​ແນ​ກຄົມມະນາຄົມ​ແຂວງ​ຢຸນນານ​ແນະນຳ​ວ່າ, ທາງ​ດ່ວນ​ສາຍ​ນີ້​  ຍາ​ວ 97,75 ກິ​ໂລ​ແມັດ, ລົງ​ທຶນ​ເກືອບ 4 ຕື້​ຢວນ,​​ແລ່ນ​ລົດ​ໄດ້​ໃນ​ວັນ​ທີ 6 ​ເມສາ.​ບັດ​ນັ້ນ​ແຂກ​ຈີນ​ແລະ​ຕ່າງປະ​ເທດ​ທີ່​​​ໄປ​ເຂົ້າ​ຮ່ວມ​ບຸນ​ຫົດ​ນ້ຳ ​ເຊິ່ງ​ເປັນ​ບຸນປີ​ໃຫມ່​​ເຜົ່າ​ໄທ​ລື້​ຢູ່​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ເຜົ່າ​ລື້​ປົກ​ຄອງ​ຕົນ​ເອງ​ຂີ່​ລົດ​ຈາກ​ເມືອງ​ຄຸນ​ມິ​ງ​ໃຊ້​ເວລາ​ພຽງ 7-8 ຊົ່ວ​ໂມງ​ກໍ່​ຮອດ​ຊຽງ​ຮຸ່ງ​ແລ້ວ,  ​ໃຊ້​ເວ​ລາ​ສັ້ນກວ່າ​ສາມ​ຊົ່ວ​ໂມງທຽບ​ກັບ​ເມື່ອ​ກ່ອນ.

ການ​ພັດ​ທະ​ນາ​ການ​​ເດີນ​ເຮືອ​ຕາມ​ລຳ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ​ກໍ່​ໄດ້​ມີ​ການ​ຄືບ​ຫນ້າ​ຢ່າງ​ໃຫຍ່​ຫລວງ.​ໃນ​ໄລ​ຍະ 5 ປີ​ຄັ້ງທີ 11 ,ຈີນ​ຈະ​ປະ​ສານ ສົມ​ທົບ​ກັບ​ລາວ ມຽນມາ​ແລະ​ໄທ​ສຳ​ເລັດ​ການ​ພິ​ຈາ​ລະ​ນາ​ອະນຸມັດຂໍ້​ກຳນົດ​ການ​ເກັບ​ຄ່າ​ຢູ່​ເທິງ​ແມ່​ນ້ຳ​ຂອງ​ຂອງ​ສາມ​ປະ​ເທດ​ດັ່ງ​ກ່າວ,​ ເຮັດ​ໃຫ້​ການ​ເກັບ​ຄ່າ​ເຂົ້າ​ທ່າ​ແລະ​ກວດ​ກາ​ຂອງ​ສີ່​ປະ​ເທດ​ຈີນ ລາວ ມຽນມາ​ແລະ​ໄທ​ເປັນ​ເອ​ກະ​ພາບ​ກັນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ການ​ເດີນ​ເຮືອ​ສາ​ກົນ;ຍາດ​ແຍ່ງ​ໃຫ້​ລັດ​ຖະ​ບານ​ລາວ ມຽນມາ​ແລະ​ໄທ​ພິຈາ​ລະ​ນາ​ອະ​ນຸ​ມັດ​ການ​ທົດ​ລອງ​ຂົນ​ສົ່ງ​ນ້ຳມັນ​ສຳ​ເລັດ​ຮູບ​ໂດຍ​ໄວ.ຊຸກ​ຍູ້​ຈີນ​ກັບ​ມຽນ​ມາ​​ຈັດ​ການ​ເຈ​ລະ​ຈາ​ສັນ​ຍາ​ກາ​ນຂົນ​ສົ່ງ​​ທາງບົກ​​ແລະ​ທາງ​ນ້ຳ​ປະ​ສົມ​ລະຫວ່າງ​ຈີນ​ມຽນມາ​ຄືນ​ໃຫມ່, ​ກໍ່​ສ້າງ​ທາງ​ຂົນ​ສົ່ງ​ທາງນ້ຳ​ແລະ​ທາງ​ບົກ​ໂດຍ​ໄວ;ຍາດ​ແຍ່ງ​ເປີດ​ການ​ຂົນ​ສົ່ງ​ໂດຍສານ​ແລະ​ສິນຄ້າ​ລະຫວ່າງ​ລາວ​ ​ຫວຽດ​ນາມ​ກັບ​ກິ່ງ​ແຂວງ​ຫົງ​ເຫີ​ຂອງ​ແຂວງ​ຢຸນ​ນານ​ຈີນ,​ເພື່ອ​ຂຸດ​ຄົ້ນຄວາມ​ບົ່ມ​ຊ້ອນ​ຂອງ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່ນ້ຳ ຂອງ​ໃນ​ການ​ຂົນ​ສົ່ງ​ຢ່າງ​ຮອບ​ດ້ານ.

1  2  3