ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-17 11:14:01    
ວົງ​ການ​ຕ່າງໆ​ຂອງ​ໄຕ້​ຫວັນ​ຕີ​ລາ​ຄາ​​ສູງ​ຕໍ່​ໝາກ​ຜົນ​ທີ່​ໄດ້​ຮັບ​​ໃນ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝັ່ງ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ​ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝັ່ງ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ໄດ້​ຮັບ​ຜົນ​ເຕັມ​ເມັດ​ເຕັມ​ໜ່ວຍ, ຝ່າຍ​ແຜ່ນດິນ​ໃຫຍ່​ໄດ້​ປະກາດ​ນະ​ໂຍບາຍ​ແລະ​ມາດ​ຕະ​ການ 15 ລາຍ​ເພື່ອ​ຊຸກ​ຍູ້​ການຮ່ວມ​ມື​​ແລະການ​ແລກປ່ຽນ​ລະຫວ່າງ​ສອງ​ຝັ່ງ​ ​​ແລະໃຫ້​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ໄດ້​ຮັບ​ຜົນ​ປະ​​ໂຫຍ​ດ. ທັງນີ້​ໄດ້​ພາ​ໃຫ້​ມີ​ປະຕິກິລິຍາ​ຢ່າງ​ໃຫຍ່​ພາຍ​ໃນ​ເກາະ​ໄຕ້​ຫວັນ, ວົງ​ການ​ຕ່າງໆ​​ໃນສັງຄົມ​ລ້ວນ​ແຕ່ໄດ້​ຕີ​ລາຄາ​ສູງ.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ, ທ່ານ​ມາ​ອິງ​ຈິ​ວ ປະທານ​ພັກ​ກົກ​ມິນ​ຕັງ​ຈີນ​ກ່າວ​ວ່າ, ​ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝັ່ງ​ໄດ້​ດຶງ​ດູດ​ນັກທຸລະກິດ​ໄຕ້​ຫວັນ​ຫຼວງ​ຫຼາຍ​ມາ​ເຂົ້າຮ່ວມ, ​ແມ່ນ "ທ່ວງທ່າ​ຂະຫຍາຍຕົວ​ໃຫຍ່ ​ແລະ​ຖືກ​ໃຈ​ຄົນ".

ທ່ານ​ຈ່າງ​ສຽນ​ຢ້າວ ຫົວໜ້າ​ສູນ​ຄົ້ນຄວ້າ​ນະ​ໂຍບາຍຂອງ​ພັກ​ຊິ່ນ​ມິນກ່າວ​ວ່າ, ຝ່າຍ​ແຜ່ນ​ດິນ​ໃຫຍ່​ປະກາດ​ມາດ​ຕະການ 15 ລາຍ​ນັ້ນ​ມີ​ເຈດ​ຕະນາ​ດີ​ ​ແລະມີ​ຜົນ​ປະ​ໂຫຍ​ດ​ຫຼາຍ​ຕໍ່​ໄຕ້​ຫວັນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ເຮັດ​ແທ້​ທຳ​ຈິງ​ຂອງ​ຝ່າຍ​ແຜ່ນດິນ​ໃຫຍ່. ຈາກ​ນີ້ສາ​ມາດ​ຄາດ​ຄະ​ເນ​ວ່າ, ການ​ແລກປ່ຽນ​ແລະ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ສອງ​ຝັ່ງ​ຈະ​ມີ​ການ​ບຸກ​ທະ​ລຸ​ແລະ​​ຄວາມ​ຄືບ​ໜ້າຫຼາຍກວ່າ​ເກົ່າ.