ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-17 15:26:13    
ການ​ລ້ຽງ​ສັດ​ກາຍ​ເປັນ​ຈຸດ​ຮຸ່ງ​ໃໝ່​ທີ່​ພາ​ໃຫ້​ຊາວ​ກະ​ສິ​ກອນ​ຈີນ​ມີ​ລາຍ​ໄດ້​ເພິ່ມ​ຂຶ້ນ​ເລື້ອຍ​ໆ

cri Author: min
ຕາມ​ຂ່າວCRI: ປະຈຸ​ບັນ, ລາຍ​ໄດ້​ດ້ານ​ການ​ລ້ຽງສັດ​ໄດ້​ກວມ​ເອົາ​ປະມານ 20% ຂອງ​ລາຍ​ໄດ້​ເງິນສົດ​ຂອງ​ຊາວ​ກະສິກອນ​ຈີນ, ​ໃນ​ເຂດ​ລ້ຽງ​ສັດ​ສຳຄັນ​ຈຳນວນ​ໜຶ່ງ​, ຕົວ​ເລກ​ດັ່ງ​ກ່າວ​ໄດ້​ກາຍ​ເຄິ່ງ​ແລ້ວ, ການ​ລ້ຽງສັດ​ໄດ້​ກາຍ​ເປັນຈຸດ​ຮຸ່ງໃໝ່​​ທີ່ພາ​ໃຫ້​​ຊາວ​ກະສິກອນ​ຈີນມີ​ລາຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ຕາມແນະນຳ, ປະຈຸ​ບັນ, ຈີນ​ມີ​ຊາວ​ກະສິກອນ 100 ​ກວ່າ​ລ້ານຄົນ​ປະກອບ​ອາຊີບ​​ລ້ຽງສັດ, ມູນ​ຄ່າ​ຜະລິດ​ຂອງ​ການ​ລ້ຽງສັດ​ໄດ້ກວມ 35% ຂອງ​ຍອດ​ມູນ​ຄ່າ​ການ​ຜະລິດ​ກະສິກຳ, ​ແຕ່​ແບບ​ວິທີ​ການ​ຜະລິດ​ຂອງ​ການ​ລ້ຽງສັດ​ຂອງຈີນ​ຍັງ​ອ່າວ​ຫຼ້າຫຼັງ, ​ໃນ​ການ​ພັດ​ທະນາ​ການ​ລ້ຽວສັດກໍ່​ປະ​ເຊີນ​ກັບ​ບັນຫາ​ຕ່າງໆ, ຄື ທົ່ງ​ຫຍ້າ​​​ແບກ​ຫາບ​ເກີນ​ຄວາມ​ສາມາດເປັນ​ຕົ້ນ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ນິວຕຸ້ນ​ເວົ້າ​ວ່າ, ​ເພື່ອ​ເຮັດ​ໃຫ້​ການ​ລ້ຽງ​ສັດ​ກາຍ​ເປັນ​ແຫຼ່ງ​ລາຍ​ໄດ້​ອັນ​ໝັ້ນ​ທ່ຽງ​ຂອງ​ຊາວ​ກະສິກອນ, ຈີນ​ຈະ​ສ້າ​ງລະບົບ​ແຜ່​ແນວ​ພັນດີ​ແບບ​ໃໝ່​ຢ່າງ​ແຂງ​ແຮງ, ​ເພີ່ມ​ຄວາມ​ແຮງ​​ໃນການ​ສ້າງ​ແລະ​ຮັກສາ​ທົ່ງຫຍ້າ, ພັດທະນາອົງການ​ເສດຖະກິດ​ຮ່ວມ​ມື​ວິຊາ​ສະ​ເພາະ​ການ​ລ້ຽງ​ສັດຢ່າງ​ແຂງ​ແຮງ, ຍົກ​ສູງ​ລະດັບ​ຈັດ​ຕັ້ງຊາວ​ກະສິກອນ​​ແລະຊາວ​ລ້ຽງສັດ​ເຂົ້າ​ສູ່ຕະຫຼາດ.