ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-17 21:42:51    
ຜາສາດຫ່ານຟ້າ --- ໄຂ່ມຸກທີ່ຕົກເຮ່ຍຢູ່ເມືອງມະນຸດ

cri

ຕາມຂ່າວສານຊິນຮວາ:ຜາສາດຫ່ານຟ້າແມ່ນຄວາມຝັນທີ່ບໍ່ທັນບັນລຸຜົນຂອງເຈົ້າຊີວິດລູອີ
ລັດຊະການທີສອງຂອງເຢຍລະມັນ.ວັນທີ13ມິຖຸນາປີ1886,ຫຼັງຈາກຄະນະກຳມະການ
ແພດສາດແລະຢຸກຢາປະກາດວ່າເຈົ້າຊີວິດລູອີລັດຊະການທີສອງເປັນໂຣກຈິດ5ມື້ແລ້ວ,ລູອີ
ພ້ອມກັບນາຍໝໍກູເຕິງກໍຖືກພົບເຫັນຕາຍຢູ່ແຄມໜອງ.ໃນຄາວນັ້ນ,ເຂົາມີອາຍຸພຽງ41ປີ.

ຊີວິດດ້ານຄວາມຮັກຂອງລູອີລັດຊະການທີສອງເຕັມໄປດ້ວຍຄວາມເປົ່າໂຂ່ງ:ໃນເວລາອາ
ຍຸ22ປີ,ກ່ອນພິທີແຕ່ງດອງ2ມື້,ລູອີລັດຊະການທີສອງປະກາດຢ່າງກະທັນຫັນວ່າຍົກເລີກ
ການແຕ່ງດອງກັບເຈົ້າຍິງໂຊຟີ ຂອງບາວາເລຍ,ຈາກນັ້ນມາ,ລູອີລັດຊະການທີສອງບໍ່ໄດ້
ເອົາເມຍຕະຫຼອດຊີວິດ.ລູອີລັດຊະການເອງບໍ່ໄດ້ຮັບຄວາມເຂົ້າໃຈຈາກຊາວໂລກ,ເລີຍລີ້
ຢູ່ໃນໂລກຂອງຕົນ,ບໍ່ເຜີຍໜ້າຕໍ່ພາຍນອກຢ່າງງ່າຍດາຍ.ຈົນກະທັ້ງອອກເດີນທາງໄກເທື່ອ
ໃດກໍເລືອກເອົາຕອນກາງຄືນ.ຍ້ອນວ່າບໍ່ພໍໃຈນຳໂລກຕົວຈິງ.ລູອີລັດຊະການທີສອງຈິ່ງສຸມ
ໃສ່ການສ້າງໂລກນິຍາຍເດັກຂອງຕົນ.

ລູອີ​ແຫ່ງເຢຍລະມັນປ່ຽວພອຍຕະຫຼອດຊີວິດ,ສິ່ງທີ່ເຂົາປະເຊີນນັ້ນບໍ່ແມ່ນກົນອຸບາຍການ
ເມືອງກໍແມ່ນການກ່າວໂຈມຕີ.ເຂົາເຄີຍໄປມາຫາສູ່ກັນຢ່າງໃກ້ຊິດກັບທ່ານວັກນານັກແຕ່ງ
ນົດດົນຕີຜູ່ມີຊື່ສຽງ,ແຕ່ຖືກທົ່ວປະເທດຄັດຄ້ານຢ່າງຮຸນແຮງຍ້ອນຟູມເຟືອຍເກີນໄປ,ແລະບໍ່
ຈຳແນກຜົນປະໂຫຍດສ່ວນຕົວແລະຂອງຫຼວງ.ພາຍລຸນມາ,ທ່ານວັກນາຖືກບັງຄັບໃຫ້ໜີ
ອອກຈາກມູນິກ,ລູອີລັດຊະການທີສອງກໍເລືອກເອົາການໂຕນໜີຈາກມູນິກ,ໄປຮອດເຂດພູ
ດອຍບາວາເລຍເຊິ່ງເປັນໂລກແຫ່ງໜຶ່ງທີ່ເຮັດໃຫ້ເຂົາຮູ້ສຶກມ່ວນຊື່ນແລະມີຄວາມເສລີພາບ.

ປີ1869,ຢູ່ຮ່ອງຮອຍຜາສາດຫ່ານຟ້າທີ່ພາກໃຕ້ບາວາເລຍ,ລູອີໄດ້ວາດພາບໂລກໄຝ່ຝັນ
ຂອງຕົນຄືຜາສາດຫ່ານຟ້າໃໝ່,ແລະສຸມໃສ່ການສຳເລັດໂຄງຄວາມຄິດໃນໃຈຂອງຕົນ
ຕະຫຼອດຊີວິດຢູ່ແຫ່ງນີ້.ແຕ່ໜ້າເສຍດາຍຈົນຮອດລູອີສິ້ນພະຊົນ,ຜາສາດຫ່ານຟ້າກໍບໍ່ທັນ
ໄດ້ສ້າງສຳເລັດເທື່ອ.

ໂລກຜັນແປໄປຢ່າງຫຼວງຫຼາຍ,ຊູ່ມື້ນີ້,ຊາວເຢຍລະມັນໄດ້ເຮັດໃຫ້ຄວາມຝັນຂອງລູອີລັດ
ຊະການທີສອງບັນລຸຜົນເປັນຈິງ,ຜາສາດຫ່ານຟ້າແຫ່ງໃໝ່ທີ່ສິ້ນເປືອງທຶນຫຼວງຫຼາຍນັ້ນ
ໄດ້ກາຍເປັນແຫຼ່ງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມທີ່ສຸດຂອງເຢຍລະມັນໃນປັດຈຸບັນ.

1  2  3  4  5  6  7