ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-17 17:40:42    
ພະ​ຍາ​ຍາມ​ຮັບ​ຜິດ​ຊອບ​ຕໍ່​ໂຊກ​ຊະ​ຕາ​ຂອງ​ຕົນ(ສຽງ)

cri Author: min


ມີ​ນັກ​ວິ​ທະ​ຍາ​ສາດ​ຜູ້​ໜຶ່ງ​ເຄີຍ​ສະ​ເໜີ​ຫຼັກສູດ​ໄປ​ສູ່​ຄວາມ​ສຳ​ເລັດ​ຜົນ​ດັ່ງ​ນີ້​ວ່າ: ຜົນສຳ​ເລັດ​ເທົ່າ​ກັບ​ພອນ​ສະຫວັນ​ບວກ​ຄວາມ​ດຸ​ໝັ່ນ​ບວກ​ກາລະ​ໂອກາດ, ສາມ​ຢ່າງ​ນີ້​ຂາດ​ອັນ​ໃດ​ກໍ່​ບໍ່​ໄດ້, ​ແລະ​ໃນ​ສາມ​ຢ່າງ​ນີ້, ກຳ​ຍາກ​ທີ່​ສຸດ​ແມ່ນ​ໂອກາດ, ​ໂອກາດ​ນັ້ນ, ອາດ​ຈະ​ພົບ​ພໍ້​ຢ່າງ​ບັງ​ເອີນ, ​ແຕ່​ຢ່າ​ຫວັງ​ຈະ​ຊອກ​ພົບ​ໄດ້​ໃນ​ເວລາ​ແຫວ​ງຫາ. ​ແຕ່​ພ້ອມ​ນີ້, ຄຳ​ບູຮານ​ຈີນ​ກໍ​ເວົ້າ​ວ່າ: ​ໂລກ​ນີ້​ບໍ່​ມີ​ເລື່ອງ​ຍາກ​ສຳລັບ​ຄົນ​ຕັ້ງ​ໃຈ, ວ່າ​ແຕ່​ຕັ້ງ​ອົກ​ຕັ້ງ​ໃຈ, ​ເລື່ອງ​ຫຍັງ​ກໍ​​ເປັນ​ໄປ​ໄດ້.

ກ່ອນ​ອື່ນ, ພວກ​ເຮົາ​ຈະ​ເລົ່າ​ເລື່ອງ​ໜຶ່ງ​ສູ່ຟັງ.

​ແຕ່​ກ່ອນ ​ເຄີຍ​ມີ​ນັກ​ແຕ້ມ​ຜູ້ໜຸ່ມ​ນ້ອຍ​ຜູ້​ໜຶ່ງ, ມີ​ພູມປັນຍາ​ພົ້ນ​ເດັ່ນ, ​ແຕ່​ໃນ​ເວລາ​ທຳ​ມາ​ຫາ​ກິນ​ຢູ່​ເມືອງ​ປາຣີນັ້ນ, ​ເຂົາ​ບໍ່​ມີ​ຊື່ສ​ຽງ, ທັງ​ທຸກ​ຍາກ​ທີ່​ສຸດ. ຮູບ​ແຕ້ມ​ຂອງ​ເຂົາ​ຂາຍ​ບໍ່​ອອກ​ຈັກ​ແຜ່ນ, ຍ້ອນ​ວ່າ, ຮ້ານ​ຂາຍ​ຮູບ​ແຕ້ມ​ຢູ່​ປາຣີ​ຂາຍ​ແຕ່​ຮູບ​ແຕ້ມ​ຂອງ​ນັກ​ແຕ້ມ​ທີ່​ມີ​ຊື່ສຽງ, ນັກ​ແຕ້ມ​ໜຸ່ມ​ແມ່ນ​ບໍ່​ມີ​ໂອກາດ​ເອົາ​ຮູບ​ແຕ້ມ​ຂອງ​ຕົນ​ໄປ​ຂາຍ​ຢູ່​ໃນ​ຮ້ານ​ເຫຼົ່ານີ້​ເລີຍ.

ຜົນ​ສຳ​ເລັດ​ບາງ​ທີ​ເບິ່ງ​ຄື​ວ່າ​ຢູ່​ຕໍ່​ໜ້າ, ທີ່​ຈິງ​ແລ້ວ ພັດ​ໄກ​ກັນ​ຕັ້ງ​ແສນ​ໂບດ. ​ແຕ່​ເວລາ​ຜ່ານ​ໄປ​ບໍ່​ດົນ, ກໍ​ມີ​ເລື່ອງ​ມ່ວນ​ເລື່ອງ​ໜຶ່ງ​ເກີດ​ຂຶ້ນ. ຄື: ​ເຈົ້າ​ຂອງ​ຮ້ານ​ຮູບ​ແຕ້ມ​ຜູ້​ໜຶ່ງ​ໄດ້​ພໍ້​ລູກ​ຄ້າ​ໜຸ່ມ​ຈຳນວນ​ໜຶ່ງ​ທີ່​ເຂົ້າ​ມາ​ໃນ​ຮ້ານ ຖາມ​ຊື້​ຮູບ​ແຕ້ມ​ຂອງ​ນັກ​ແຕ້ມ​ໜຸ່ຜູ້​ນັ້ນ, ​ແຕ່​ເຈົ້າ​ຂອງ​ຮ້ານ​ບໍ່​ມີ, ​ໃນ​ທີ່​ສຸດ, ​ເຈົ້າ​ຂອງ​ຮ້ານ​ມີ​ແຕ່​ເບິ່ງ​ລູກ​ຄ້າ​ທີ່​ຜິດຫວັງ​ເຫຼົ່ານີ້​ຍ່າງ​ອອກ​ຮ້ານ​ໄປ​ດ້ວຍ​ຄວາມ​ເສຍ​ດາຍ.

ຫຼັງຈາກ​ນັ້ນ​ເດືອນ​ປາຍ, ຊື່​ນັກ​ແຕ້ມ​ຜູ້​ນີ້​ກໍ່​ໄດ້​ຊ່າ​ລື​ກັນ​ໃນ​ຮ້ານ​ຮູບ​ແຕ້ມ​ນ້ອຍ​ໃຫຍ່​ໃນ​ທົ່ວ​ປາຣີ, ​ເຈົ້າ​ຂອງ​ຮ້ານ​ເລີ່ມ​ຮູ້ສຶກ​ກິນ​ແໜງ​ນຳ​ຄວາມ​ຜິດພາດ​ຂອງ​ຕົນ​ທີ່​ບໍ່​ໄດ້​ຮັບ​ຊື້​ຮູບ​ແຕ້ມ​ຂອງ​ນັກ​ແຕ້ມ​ໜຸ່ມ​ຜູ້​ນັ້ນ​ໄວ້, ​ແລະ​ຫວັງ​ຢາກ​ພົບ​ນັກ​ແຕ້ມ​ໜຸ່ມ​ຜູ້​ນັ້ນ​ອີກ.

​ໃນ​ເວລາ​ນີ້, ນັກ​ແຕ້ມ​ໜຸ່ມ​ໄດ້​ປະກົດ​ຕົວ​ຢູ່​ຕໍ່ໜ້າ​ເຈົ້າ​ຂອງ​ຮ້ານ​ນັ້ນ​, ​ເຂົາ​ໄດ້​ຂາຍ​ຮູບ​ແຕ້ມ​ຂອງ​ຕົນ​ຢ່າງ​ສຳ​ເລັດ​ຜົນ​ແລະ​ມີ​ຊື່ສ​ຽງ​ໃນ​ທັນທີ.

ທີ່​ຈິງ​ແລ້ວ, ​ໃນ​ເວລາ​ທີ່​ໃນ​ກະ​ເປົ໋າ​ຂອງ​ນັກ​ແຕ້ມ​ຜູ້​ດີ​ເດັ່ນ​ທີ່​ສຸດ​ຜູ້​ນີ້​ມີ​ເງິນ​ເຫຼືອ​ແຕ່​ສິບ​ກວ່າ​ຫຼຽນ​ນັ້ນ, ​ເຂົາ​ໄດ້​ຄິດ​ວິທີ​ອັນ​ສະຫຼາດ, ຄື​ໄດ້​ໃຊ້​ເງິນ​ທີ່​​ເຫຼືອຈ້າງ​ນັກ​ສຶກສາ​ຫຼາຍ​ຄົນ, ​ໃຫ້​ເຂົາ​ເຈົ້າ​ໄປ​ເລາະ​ຮ້ານ​ຮູບ​ແຕ້ມ​ນ້ອຍ​ໃຫຍ່​ຢູ່​ປາຣີ​ສູ່​ມື້. ​ໃນ​ເວລາ​ຈະ​ອອກ​ຈາກ​ຮ້ານ, ຜູ້​ໃດ​ກໍ່​ຖາມ​ເຈົ້າ​ຂອງ​ຮ້ານ​ວ່າ ມີ​ຮູບ​ແຕ້ມ​ຂອງ​ນັກ​ແຕ້ມ​ຜູ້​ນັ້ນ​ບໍ່, ​ໄປ​ຊື້​ຢູ່​ໃສ​ຈະ​ມີ? ວິທີ​ນີ້​​ເຮັດ​ໃຫ້​ນັກ​ແຕ້ມ​ຜູ້​ນີ້​ມີ​ຊື່ສຽງ​ດັງ​ຂຶ້ນ​ຢ່າງ​ໄວວາ.

ມີ​ຄົນ​ເວົ້າ​ວ່າ, ຖ້າ​ແມ່ນ​ຄຳ​, ປະ​ໄວ້​ໃສ​ມັນ​ກໍ່​ສົ່ງ​ແສງ​ເຫຼື້ອມ​ມາບໆ. ​ແຕ່​ວ່າ​ບາງທີ, ຄຳ​ກໍ່​ອາດ​ຈະ​ຖືກ​ຝັງ​ຢູ່​ໃຕ້​ດິນ, ສະ​ນັ້ນ ບໍ່​ແມ່ນ​ວ່າ​ຄຳ​ກ້ອນ​ໃດ​ປະ​ໄວ້​ໃສ​ມັນ​ກໍ​ສົ່ງ​ແສງ​ເຫຼື້ອມ​ໄດ້​ໝົດ​ດອກ, ​ເຊັ່ນ​ດຽວ​ກັນ, ຜູ້​ທີ່​ມີ​ພູມປັນຍາ​ກໍ​ບໍ່​ແມ່ນ​ວ່າ​ໄດ້ຜົນ​ສຳ​ເລັດ​ດີ​ເລີດ​ທັງ​ໝົດ​, ​ໃນ​ຊີວິດ​ຂອງ​ຄົນ​ເຮົາ​ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ແມ່ນ​ຕ້ອງ​ພະຍາ​ຍາມ, ​ແຕ່​ກໍ່​ບໍ່​ແມ່ນ​ອາ​ໄສ​ແຕ່​ຄວາມ​ພະຍາຍາມ​ຂອງ​ສ່ວນ​ຕົວ​ກໍ່​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ໂລດ. ມີ​ປັດ​ໄຈ​ຫຼາຍ​ຢ່າງ​ພວກ​ເຮົາ​ແມ່ນ​ບໍ່​ສາມາດ​ຄວບ​ຄຸມ​ໄດ້, ​ແຕ່​ຢ່າ​ທໍ້ຖອຍ​ໃຈ​ຕໍ່​ຊີວິດ​ຂອງ​ຕົນ​ເອງ​ຍ້ອນ​ມູ​ນ​ເຫດ​ດັ່ງກ່າວ, ​ລອງ​ໃຊ້​ທ່າ​ທີ​ອັນ​ຕັ້ງໜ້າ​ໄປ​ຍາດ​ແຍ່ງ​ເອົາ, ​ເຖິງ​ວ່າ ບາງ​ທີ​ພະຍາຍາມ​ຍາດ​ແຍ່ງ​ແລ້ວ​ແຕ່​ກໍ​ບໍ່​ໄດ້​ຜົນ, ​ແຕ່​ວ່າ​ຢ່າງ​ໜ້ອຍ, ພວກ​ເຮົາ​ໄດ້​ພະຍາຍາມ​ແລ້ວ​, ພວກ​ເຮົາ​ບໍ່​ກິນ​ແໜງ.

ສັງ​ຄົມ​ປະຈຸ​ບັນ​ແມ່ນ​ສັງຄົມ​ທີ່​ເຕັມ​ໄປ​ດ້ວຍ​ຜູ້​ມີ​ພູມ​ປັນຍາ, ​ແມ່ນ​ສັງຄົມ​ທີ່​ເຕັມ​ໄປ​ດ້ວຍ​ການ​ແກ່ງ​ແຍ່ງ, ພວກ​ເຮົາ​ບໍ່​ຄວນ​ມີ​ແຕ່​ນັ່ງ​ຖ້າ​ໂອກາດ​ມາ​ຫາ​ພວກ​ເຮົາ, ຕິ​ພຸ້ນ​ຕິ​ພີ້​ແມ່ນ​ບໍ່​ມີ​ປະ​​ໂຫຍດ​ຫຍັງ. ພວກ​ເຮົາ​ຄວນ​ໃຊ້​ທ່າ​ທີ​ອັນ​ຕັ້ງໜ້າ, ​ຮັບ​ຜິດ​ຊອບ​ຕໍ່​ໂຊກຊະ​ຕາ​ຂອງ​ຕົນ​ເອງ, ທຳ​ຄວາມ​ພະຍາຍາມ​ເລື້ອຍ​ໄປ, ​ໃນ​ຊີວິດ​ຂອງ​ເຮົາ​ເອງ, ບໍ່​ວ່າ​ຜົນ​ສຸດ​ທ້າຍ​ຈະ​ເປັນ​ແນວ​ໃດ, ຢ່າງ​ໜ້ອຍ​ເມື່ອ​ຮອດ​ໄວ​ຊະລາ​ແລ້ວ, ​ໃນ​ຄວາມ​ຊົງ​ຈຳ​ຂອງ​ພວກ​ເຮົາ​ຈຶ່ງ​ບໍ່​ມີ​ກິນ​ແໜງ.