ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-17 20:18:06    
ນັກ​ທຸ​ລະ​ກິດ​ແລະ​ນັກ​ສຶກ​ສາ​ໄຕ້​ຫວັນ​ທີ່​ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ຊົມ​ເຊີຍ​ນະ​ໂຍບາຍ​ໃໝ່15​ລາຍ​ທີ່​ມີ​ຜົນ​ດີ​ຕໍ່​ໄຕ້​ຫວັນ

cri

ຕາມ​ຂ່າວສານ​ຊິນ​ຮວາ, ຫວ່າງມໍ່ໆນີ້,ລັດຖະບານກາງ​ໄດ້​ປະກາດ​ນະ​ໂຍບາຍ​ແລະ​ມາດ​ຕະການ15​ລາຍ​ທີ່​ຊຸກ​ຍູ້​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝັ່ງ​ແລະ​ມີ​ຜົນ​ດີ​ຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ,ອັນ​ໄດ້​ຮັບ​ຄວາມ ຊົມ​ເຊີຍ​ໂດຍ​ທົ່ວ​ໄປ​ຈາກ​ນັດ​ທຸ​ລະ​ກິດ​ແລະ​ນັກ​ສຶກ​ສາ​ໄຕ້​ຫວັນ​ທີ່​ເຮັດ​ວຽກ​ແລະ​ຮຽນ​ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ.

ນະ​ໂຍ​ບາຍ​ແລະ​ມາດ​ຕະ​ການ​ໃໝ່​15​ລາຍ​ດັ່ງ​ກ່າວ​ມີ​7​ລາຍ​ກ່ຽວ​ພັນ​ເຖິງ​ກະ​ສິ​ກຳ​ແລະ​ການ​ປະ​ມົງ,​4​ລາຍ​ກ່ຽວ​ພັນ​ເຖິງ​ການ​ປິ່ນ​ປົວ​ແລະ​ສາ​ທາ​ລະ​ນະ​ສຸກ,​ສ່ວນ​ທີ່​ເຫຼືອ​ນັ້ນ​ໄດ້​ກ່ຽວ​ພັນ​ເຖິງ​ການ​ສຶກສາ​ແລະ​ການ​ທ່ອງ​ທ່ຽວ​ເປັນ​ຕົ້ນ.


ທ່ານເສິນລູອີ ຮອງປະທານສະມາຄົມການ​ຄ້າ​ໄຕ້​ຫວັນ​ຂອງ​ຊຽງ​ໄຮ້​ກ່າວ​ວ່າ, ນະ​ໂຍບາຍ​ໃໝ່ທີ່​ມີ​ຜົນ​ດີ​ຕໍ່​ໄຕ້​ຫວັນ​​​ໄດ້​ກ່ຽວ​ພັນ​ເຖິງ​ທຸກ​ດ້ານ​ທີ່​ນັກ​ທຸ​ລະ​ກິດ​ແລະ​ນັກ​ສຶກ​ສາ​ໄຕ້​ຫວັນ​ຢູ່​ແຜ່ນ​ດິນ​ໃຫຍ່​ຈີນມີ​ຄວາມ​ສົນ​ໃຈ​ຫຼາຍ​ທີ່​ສຸດ.

ທ້າວໂກວສິນ​ອີ ນັກ​ສຶກສາ​ໄຕ້​ຫວັນ​ທີ່​ຮຽນ​ຢູ່​ມະຫາວິ​ທະຍາ​ໄລ​ແພດ​ສາດ​ຈີນ​ແຂວງ​ຟູ​ຈ້ຽງ​ກ່າວ​ວ່າ,​ເພິ່ນ​ເປັນ​ຜູ່​ໄດ້​ຮັບ​ຜົນ​ດີ​ຈາກ​ນະ​ໂຍບາຍ​ໃໝ່,ອີງ​ຕາມ​ນະ​ໂຍບາຍ​ໃໝ່,​ເມື່ອ​ຮຽນ​ຈົບ​ແລ້ວ,​ເພິ່ນ​ຈະປະກອບ​ອາຊີບ​ຢູ່​ແຜ່ນດິນ​ໃຫຍ່​ຈີນ​​ໄດ້.

ທ່ານ​ລິນ​ຈື້ຫົງ ນັກທຸລະກິດ​ຈຳໜ່າຍ​ໝາກ​ໄມ້​ໄຕ້​ຫວັນທີ່​ໃຫຍ່​ກວ່າ​ໝູ່​ຢູ່ຊຽງ​ໄຮ້​ກ່າວ​ວ່າ,​ປີ​ກາຍ​ນີ້,​ແຜ່ນດິນ​ໃຫຍ່​ໄດ້​ປະ​ກາດ​ນະ​ໂຍ​ບາຍ​ບໍ່​ເກັບ​ພາສີ​ນຳ​ໝາກ​ໄມ້​ໄຕ້​ຫວັນ​ແລ້ວ​15​ຊະ​ນິດ,​ເທື່ອ​ນີ້​ມີ​ໝາກ​ໄມ້​ໄຕ້​ຫວັນ​ອີກ​4​ຊະ​ນິດ​ຖືກ​ຈັດ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ບໍ່​ເກັບ​ພາ​ສີ,​ນິ້​ຍ່ອມ​ຈະ​ເຮັດ​ໃຫ້​ມີ​ໝາກ​ໄມ້​ໄຕ້​ຫວັນ​ສົ່ງ​​ໄປ​ຂາຍ​ຢູ່​ແຜ່ນດິນ​ໃຫຍ່ຫຼາຍ​ກວ່າ​ເກົ່າ.