ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-17 20:19:57    
ຈີນ​ພັດ​ທະ​ນາ​ໂທ​ລະ​ສັບ​ມື​ຖື​30​ໂດ​ລາ​ແລະ​ຄອມ​ປິວ​ເຕີ​100​ໂດ​ລາ​ໃຫ້​ແກ່​ຊາວ​ກະ​ສິ​ກອນ

cri
ຕາມ​ຂ່າວ​ສານ​ຊີນ​ຮວາ,​ຈີນ​ຈະ​ຊັກ​ນຳ​ວິ​ສາ​ຫະ​ກິດ​ພັດທະ​ນາ​ໂທລະ​ສັບ​ມື​ຖື30​ໂດ​ລາ​ແລະ​ຄອມ​ປິວ​ເຕີ100​ໂດ​ລາ​ເພື່ອ​ເປີດ​ກວ້າງ​ຄວາມ​ຕ້ອງ​ການ​ຂອງ​ຊົນນະ​ບົດໃນ​ການ​ຊົມ​ໃຊ້​ຂໍ້​ມູນ​ຂ່າວ​ສານ,​ຊຸກ​ຍູ້​ອຸດສາ​ຫະ​ກຳ​ຂໍ້​ມູນ​ຂ່າວ​ສານ​ໃຫ້​ພັດ​ທະນາ.

ວັນ​ທີ17​ເມສາ,​ໃນ​ກອງ​ປະ​ຊຸມ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ຈີ​ນານ​ແຂວງ​ສ່ານ​ຕົ່ງ​ຈີນ,​ຜູ້​ຮັບຜິດ​ຊອບ​ທີ່​ກ່ຽວຂ້ອງ​ຂອງ​ກະ​ຊວງ​ອຸດສາ​ຫະກຳ​ຂໍ້​ມູນ​ຂ່າວ​ສານ​ຈີນ​ກ່າວ​ວ່າ,​ອັດຕາ​ເຜີຍແຜ່​ໂທ​ລະສັບ​ຢູ່​ຊົນ​ນະບົດ​ອັນ​ໄພ​ສານ​ຂອງ​ຈີນ​ຍັງ​ບໍ່​ທັນ​ສູງ​ເທື່ອ,​ຄວາມ​ຕ້ອງ​ການ​ດ້ານໂທ​ລະ​ຄົມ​ຂອງ​ຊາວ​ກະ​ສິ​ກອນ​ກໍ​ບໍ່ໄດ້​ຮັບ​ການ​ຕອບ​ສະ​ໜອງ,​ມູນ​ເຫດ​ຕົ້ນ​ຕໍ​ກໍ​ແມ່ນ​ຍ້ອນ​ຜະລິດ​ຕະ​ພັນ​ເອ​ເລັກ​ໂຕຼນິກ​ທີ່​ລາຄາ​ຖືກ ຄຸນ​ນະພາບ​ດີ ສະ​ດວກ​ແລະໃຊ້​ຕົວ​ຈິງ​ໄດ້ທີ່​ຊາວ​ກະສິ​ກອນ​ຈີນ​ຕ້ອງ​ການ​ໃນ​ສະ​ເພາະ​ໜ້າ​ນີ້​ນັ້ນ​ຂ້ອນ​ຂ້າງ​ໜ້ອຍ.​ສ່ວນ​ການ​ເພີ່ມ​ທະວີ​ການ​ພັດ​ທະນາ​ຕະຫຼາດ​ຊົນ​ນະບົດ ຈະ​ສ້າງ​ຕະຫຼາດ​ທີ່​ກວ້າງ​ອອກ​ກວ່າ​ເກົ່າ​ໃຫ້​ແກ່​ອຸດສາ​ຫະກຳ​ໂທລະ​ຄົມ.​ດັ່ງ​ນັ້ນ, ກະ​ຊວງ​ອຸດສາ​ຫະກຳ​ຂໍ້​ມູນ​ຂ່າວສານ​ຈຶ່ງ​ສົ່ງ​ເສີມ​ແລະ​ສະໜັບ​ສະ​ໜູນ​ໃຫ້​ອົງ​ການ​ຄົ້ນຄວ້າ​ວິທະ​ຍາ​ສາດ ແລະໂຮງ​ງານ​ຜະລິດ​ອຸປະ​ກອນ​ພັດທະ​ນາ​ລະບົບ​ແລະ​ຜະລິດ​ຕະພັນ​ທີ່​ສອດ​ຄ່ອງ​ກັບ​ຈຸດພິ​ເສດ​ຂອງ​ຊົນ​ນະບົດ​ແລະ​ໃຫ້​ຊາວ​ກະສິ​ກອນ​ໃຊ້​ສະດວກ.