ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-17 20:25:37    
ທ່ານ​ເຈຍ​ຊິ້ງ​ລີນ​ກ່າວ​ວ່າ ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ສະ​ພາ​ສູງ​ຟິ​ລິບ​ປິນ​ຕື່ມ​ອີກ

cri
ຕາມ​ຂ່າວCRI,​ວັນ​ທີ17​ເມສາ,​ຢູ່​ທີ່​ປັກ​ກິ່ງ,​ໃນ​ເວລາ​ພົບ​ປະ​ທ່ານ​ດຼິລົນ ປະ​ທານ​ສະພາ​ສູງ​ຟິ​ລິບ​ປິນ ທ່ານ​ເຈຍ​ຊິ້ງລີນ ປະ​ທານ​ສະ​ພາ​ປຶກສາ​ການ​ເມືອງ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ສະ​ພາ​ປຶກສາ​ການ​ເມືອງ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ສະພາ​ສູງ​ຟິລິບ​ປິນດ້ວຍ​ຫຼາຍ​ຮູບ​ການ​ໃນ​ຫຼາຍ​ຂົງ​ເຂດຕື່ມ​ອີກ,​ພ້ອມ​ກັນ​ປະກອບ​ສ່ວນ​ໃໝ່​ເພື່ອ​ລົງ​ເລິກ​ການ​ພົວ​ພັນ​ຮ່ວມ​ມື​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງລະ​ຫວ່າງ​ຈີນ​ຟິລິບ​ປິນ​ແລະ​ມິດ​ຕະ​ພາບ​ລະຫວ່າງ​ປະຊາ​ຊົນ​ສອງ​ຊາດ.

ທ່ານ​ດຼີລົນ​ເວົ້າ​ວ່າ,​ຟິລິບ​ປິນ​ເອົາ​ໃຈ​ໃສ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ນຳ​ການ​ພັດ ທະນາ​ການ​ພົວ​ພັນ​ໄມຕີ​ຈິດ​ຖານ​ບ້ານລະ​ຫວ່າງ​ຟິລິບ​ປິນ​ກັບ​ຈີນ.​ທ່ານ​ກ່າວ​ລື້ມ​ວ່າ, ລັດ​ຖະ​ບານ​ແລະ​ລັດຖະ​ສະພາ​ຟິລິບ​ປິນຈະ​ສືບ​ຕໍ່​ຍຶດໝັ້ນ​ປະຕິ​ບັດ​ນະ​ໂຍບາຍ​ຈີນ​ດຽວ.