ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-17 20:45:14    
ທ່ານ​ມາ​ອີ່ງ​ຈີວ​ກ່າວ​ວ່າ ໝາກ​ຜົນ​ຂອງ​ເວທີ​ປາ​ໄສ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝັ່ງ​ແມ່ນ​ຂອງ​ປະຊາ​ຊົນ​ໄຕ້​ຫວັນ ຫວັງ​ໃຫ້ເຈົ້າ​ໜ້າ​ທີ່​ຈົ່ງ​ຕິດ​ຕາມ​ຊຸກຍູ້

cri Author: cai
ຕາມ​ຂ່າວ​ສານ​ຊີນ​ຮວາ:ຕອນ​ຄ່ຳ​ວັນ​ທີ 16 ​ເມສາ,ພັກ​ກົກ​ມີນຕັງ​ຈີນ​ໄດ້​ປະກາດ​ຂ່າວ​ເລົ່າ​ຕໍ່​ຄຳ​ເວົ້າ​ຂອງ​ທ່ານ​ມາ​ອີ່​ງຈີວ ປະທານ​ພັກ​ດັ່ງ​ກ່າວ​ວ່າ,ໝາກ​ຜົນ​ຂອງ​ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝັ່ງ​ແມ່ນ​ຂອງ​ປະຊາ​ຊົນ​​​ໄຕ້ຫວັນ 23 ລ້ານ​ຄົນ,ຫວັງ​ໃຫ້ເຈົ້າ​ໜ້າ​ທີ່​ພັກ​ມີນຈີ້​ນຕັງ​ຈົ່ງ​ຕິດຕາມ​ຊຸກຍູ້.

ຕາມ​ສື່​ມວນ​ຊົນ​ໄຕ້​ຫວັນ​ແຈ້ງ​ຂ່າວ​ວ່າ,ພັກ​ກົກ​ມີນຕັງ​ຈີນ​ຊີ້​ອອກ​ວ່າ,ມາດ​ຕະການ​ໃຫ້​ສິດທິ​ພິ​ເສດ​ແກ່ໄຕ້​ຫວັນ 15 ລາຍ​ທີ່​ຝ່າຍແຜ່ນດິນ​ໃຫຍ່ຈີນປະກາດ​ໃນ​ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝັ່ງ​ນັ້ນ,ຍ່ອມ​ຈະ​ນຳ​ເອົາ​​ໂອກາດ​ໃໝ່​​​ມາໃຫ້ເສດຖະກິດ​​ໄຕ້​ຫວັນ​ທີ່​​ໄດ້ຢຸດ​ສະງັກມາເປັນ​​ເວລາຫຼາຍ​ປີ​ແລ້ວ​ນັ້ນ,​ໃຫ້ປະຊາຊົນ​ໄຕ້​ຫວັນມີ​ໂອກາດ​ປະກອບ​ອາຊີບ​ຫຼາຍ​ຂຶ້ນ.ນອກ​ນີ້,​ແຜ່ນດິນ​ໃຫຍ່​ໄດ້​ປະກາດວິທີ​ຄຸ້ມ​ຄອງພົນລະ​ເມືອງ​ໄປ​ທ່ອງ​ທ່ຽວ​ຢູ່​ໄຕ້​ຫວັນ,ນີ້​ຈະ​ເຮັດ​​ໃຫ້ຂະ​ແໜງ​ການບໍລິການ​ຂອງ​ໄຕ້​ຫວັນມີໂອກາດ​ການ​ຄ້າກວມ​ລວມຫຼາຍ​ຂຶ້ນ.​ເວົ້າ​ລວມ​ແລ້ວ,ໝາກ​ຜົນ​ຂອງ​ເວທີ​ປາ​ໄສ​ເສດ​ຖະ​ກິດ​ການ​ຄ້າ​ລະຫວ່າງ​ສອງ​ຝັ່ງ,ຈະ​ກາຍ​ເປັນ​ພື້ນຖານ​ທີ່​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ສ້າງ​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ທີ່ແໜ້ນ​ແຟ້ນກວ່າ​ເກົ່າ,​ແລະ​ເຮັດ​ໃຫ້​ໄຕ້​ຫວັນ​​ໄດ້ຊົມ​ໃຊ້​ໝາ​ກຜົນ​ຂອງ​​ແຜ່ນດິນ​​ໃຫຍ່​ໃນ​ການ​ພັດທະນາ​ເສດຖະກິດ.

ພັກ​ກົກ​ມີນຕັງ​ກ່າວ​​ເນັ້ນ​ວ່າ,ຍັງ​ມີ​ຫຼາຍ​ນະ​ໂຍບາຍ​ຕ້ອງການ​ໃຫ້ເຈົ້າ​ໜ້າ​ທີ່​ຈັດ​ຕັ້ງປະ​ຕິບັດ,ຫວັງ​ໃຫ້​ເຈົ້າ​ໜ້າ​ທີ່​ພັກ​ມີນຈີ້​ນຕັງຈົ່ງ​ເປັນ​ຜູ້​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝັ່ງ​ໃນ​ວຽກ​ງານ​ສອງ​ຝັ່ງ​ໃນ​ອະນາຄົດ.