ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-18 11:03:42    
ຄວນ​ດື່ມ​ນ້ຳ​ຈອກ​ທຳ​ອິດ​​ໃນ​ມື້ໜຶ່ງ​ແນວ​ໃດ

cri


ຮ່າງກາຍ​ທີ່​ແຂງ​ແຮງ​ຕ້ອງ​ຮັກສາ​ໃຫ້​ມີ​ນ້ຳ​ຫຼໍ່ລ້ຽງ​ຢ່າງດຸນ​ດ່ຽງ​ກັນ, ​ໃນ​ມື້ໜຶ່ງ, ຄົນ​ເຮົາ​ຄວນ​ດື່ມ​ນ້ຳ7ຫາ8ຈອກ. ຍາມສຳຄັນກວ່າ​ໝູ່​ຂອງ​ມື້​ໜຶ່ງ​ແມ່ນ​ຢູ່​ນຳ​ຕອນ​ເຊົ້າ, ນ້ຳ​ຈອກ​ທຳ​ອິດ​ທີ່​ພວກ​ເຮົາ​ດື່ມ​ໃນ​ຕອນ​ເຊົ້າ​ແມ່ນ​ສຳຄັນ​ທີ່​ສຸດ. ທ່ານ​ອາດ​ຈະ​ຊິນ​ເຄີຍ​ກັບ​ການທີ່​ດື່ມ​ນ້ຳ​ຈອກ​ໜຶ່ງ​ພາຍ​ຫຼັງ​ຕື່ນ​ນອນ​ແລ້ວ, ​ແຕ່​ທ່ານ​​ເຄີຍ​ຄິດ​ບໍ່​ວ່າ, ຄວນ​ດື່ມ​ນ້ຳ​ຈອກ​ນີ້​ແນວ​ໃດ.

ໜຶ່ງ, ດື່ມ​ຫຍັງ?
ນ້ຳ​ຮ້ອນແມ່ນ​ດີ​ທີ່​ສຸດ. ນ້ຳ​ຕົ້ມ​ແມ່ນ​ນ້ຳ​ສະອາດ​, ຈຸ​ລິນ​ຊີ​ໃນ​ນ້ຳ​ຖືກ​ດັບ​ເຊື້ອ​ໃນ​ເວລາ​ນ້ຳ​ຟົດ, ສ່ວນ​ທາດ​ການ​ຊີ​ອົມ​ແລະ​ທາດ​ມາ​ເຍຊີ​ອົມ​ໃນ​ນ້ຳ​ຕົ້ມ​ນັ້ນ​ພັດ​ມີ​ຜົນ​ດີ​ຫຼາຍ​ຕໍ່​ສຸຂະພາບ. ມີ​ການ​ຄົ້ນຄວ້າ​ສະ​ແດງ​ໃຫ້​ເຫັນ​ວ່າ, ນ້ຳທາດ​ແຂງ​ທີ່​ມີ​ທາດ​ການ​ຊີ​ອົມ​ແລະ​ທາດ​ມາ​ເຍຊີ​ອົມ​ມີ​ບົດບາດ​ປ້ອງ​ກັນ​ບໍ່​ໃຫ້​ມີ​​ພະຍາດ​ເສັ້ນ​ເລືອດ​ຫົວ​ໃຈ​.

ມີ​ຄົນ​ບໍ່​ໜ້ອຍ​ເຫັນ​ວ່າ​ດື່ມ​ນ້ຳ​ເກືອ​ຈາງ​ມີ​ຜົນ​ດີ​ຕໍ່​ສຸ​ຂະ​ພາບ, ​​ເລີຍ​ດື່ມ​ນ້ຳ​ເກືອ​ຈາງ​ພາຍຫຼັງ​ຕື່ນ​ນອນ, ຄວາມ​ຮັບ​ຮູ້​ດັ່ງກ່າວ​ແມ່ນ​ຜິດພາດ. ການ​ຄົ້ນຄວ້າ​ເຫັນ​ວ່າ, ​ໃນ​ເວລາ​ນອນໝົດ​ຄືນ​, ​ຄົນ​ເຮົາ​ບໍ່​ໄດ້​ດື່ມ​ນ້ຳ, ​ແຕ່ການຫາຍ​ໃຈ, ຂັບ​ເຫື່ອ​ແລະ​ການ​ຂັບ​ຖ່າຍ​ປັດສາວະ​ຍັງ​ດຳ​ເນີນ​ຢູ່, ການ​ເຄື່ອນ​ໄຫວ​ສະລີລະ​ລາດ​ເຫຼົ່າ​ນີ້​ຕ້ອງເປືອງ​ທາດ​ນ້ຳຫຼາຍ. ​ເມື່ອ​ຕື່ນນອນ​ໃນ​ຍາມ​ເຊົ້າ, ຖ້າ​ດື່ມ​ນ້ຳ​ຮ້ອນ, ຈະ​ເຮັດ​ໃຫ້​ເລືອດ​ຈາງ​ໄດ້​ໄວ, ດັດ​​ປັບການ​ຂາດ​ນ້ຳ​​ໃນ​ຍາມກາງຄືນ. ສ່ວນ​ດື່ມ​ນ້ຳ​ເກືອ​ພັດ​ພາໃຫ້​ການຂາດ​ນ້ຳ​ຮ້າຍ​ແຮງຕື່ມ​ອີກ, ​ເຮັດ​ໃຫ້​ຄົນ​ເຮົາ​ຄໍ​ແຫ້ງ​ກວ່າ​ເກົ່າ. ອີກ​ດ້ານ​ໜຶ່ງ, ​ໃນ​ຍາມ​ເຊົ້າ, ຄວາມດັນ​ເລືອດ​ຂອງ​ຄົນ​ເຮົາ​ໄດ້​ສູງ​ຮອດ​ຈຸດສູງ​ສຸດ​ເທື່ອ​ທຳ​ອິດ, ຖ້າ​ດື່ມ​ນ້ຳ​ເກືອ​ຈະ​ເຮັດ​ໃຫ້​ຄວາມຫັນ​ເລືອດ​ສູງ​ກວ່າ​ເກົ່າ.

​ເມື່ອ​ຕື່ນ​ເຊົ້າ, ນ້ຳ​ຈອກ​ທຳ​ອິດດີ​ທີ່​ສຸດ​ບໍ່​ຄວນ​ດື່ມ​ນ້ຳໝາກ​​ໄມ້, ​ໂກລາ, ນ້ຳອັດລົມ, ກາ​​ເຟ​ແລະ​ນ້ຳນົມ​ງົວ​ເປັນ​ຕົ້ນ. ​ເພາະວ່າ​ເຄື່ອງ​ດື່ມ​ປະ​ເພດ​ອາ​ຊິດ​ກາ​ໂບນິກ​ເຊັ່ນ​ນ້ຳ​ອັດ​ລົມ​ແລະ​ໂກລາ​ເປັນ​ຕົ້ນ​ມີ​ກົດ​ສົ້ມຫຼາຍ, ​ໃນ​​ການປ່ຽນ​ຖ່າຍ​ນັ້ນ​ຈະ​​ເລັ່ງລັດການ​ຂັບ​ຖ່າຍ​ການ​ຊີ​ອົມ, ​ເຮັດ​ໃຫ້​ປະລິມານ​ການ​ຊີ​ອົມ​ໃນ​ເລືອດ​ຫຼຸດ​ໜ້ອຍ​ລົງ, ​ເມື່ອ​ດື່ມ​ເຄື່ອງ​ດື່ມ​ປະ​ເພດ​ນີ້​ເປັນ​ເວລາ​ດົນ​ນານ​ຈະ​ພາ​ໃຫ້​ຮ່າງກາຍ​ຂາດ​ທາດ​ການ​ຊີ​ອົມ. ສ່ວນ​ເຄື່ອງ​ດື່ມ​ອີກ​ຈຳນວນ​ໜຶ່ງ​ພັດ​ພາ​ໃຫ້​ຍ່ຽວ​ດຸ, ດື່ມ​ໃນ​ຕອນ​ເຊົ້າ​ບໍ່ພ​ຽງ​ແຕ່​ບໍ່​ສາມາດ​ຕື່ມ​ນ້ຳ​ໃຫ້​ຮ່າງກາຍ​​ເທົ່າ​ນັ້ນ, ຫາກ​ຍັງ​ເຮັດ​ໃຫ້​ຮ່າງກາຍ​ຕ້ອງການ​​ນ້ຳຫຼາຍ​ຂຶ້ນ, ​ເຮັດ​ໃຫ້​ຮ່າງກາຍ​ຄົນ​ເຮົາ​ຂາດ​ນ້ຳ.

ສອງ, ອຸ​ນຫະພູມ​ນ້ຳ​ສູງ​ປານ​ໃດຈິ່ງ​ຈະ​ດີ?
ມີ​ບາງ​ຄົນ​​ເມື່ອ​ຕື່ນ​ເຊົ້າ​ແລ້ວ, ມັກ​ດື່ມ​ນ້ຳ​ເຢັນ​ໃນ​ຕູ້​ເຢັນ, ​ເຫັນ​ວ່າ​ດື່ມ​ນ້ຳ​ປະ​ເພດ​ນີ້​ເຮັດ​ໃຫ້​ຮ່າງກາຍ​ສົດ​ຊື່ນ. ທີ່​ຈິງ​ແລ້ວ, ຕອນ​ເຊົ້າ​ດື່ມ​ນ້ຳ​ປະ​ເພດ​ນີ້​ແມ່ນ​ບໍ່​ເໝາະ​ສົມ, ​ເພາະວ່າ​ໃນ​ຄາວ​ນັ້ນ​ທ້ອງ​ແລະ​ໄສ້​​ເປົ່າ​ຫວ່າງ, ນ້ຳ​ເຢັນ​ໂພດ​ຫຼື​ຮ້ອນ​ໂພດ​ຈະ​ກະຕຸກ​ໄສ້​ແລະ​ກະ​ເພາະອາຫານ, ​ເຮັດ​ໃຫ້​ກະ​ເພາະອາຫານ​ຮູ້ສຶກ​ບໍ່​ສະບາຍ. ຕື່ນ​ເຊົ້າ​ມາ, ​ເມື່ອ​ດື່ມ​ນ້ຳ, ຄວນ​ດື່ມ​ນ້ຳ​ຮ້ອນທີ່​ມີ​ອຸນຫະພູມ​ເທົ່າ​ທຽມ​ກັບ​ອຸນຫະພູມ​ໃນ​ຫ້ອງ​ແມ່ນ​ດີ​ທີ່​ສຸດ, ​​ເມື່ອ​ຍາມໜາວ​ຄວນ​ດື່ມ​ນ້ຳ​ອຸ່ນ, ​ຫຼີກ​ລຽງ​ບໍ່​ໃຫ້​ກະຕຸກ​ກະ​ເພາະອາຫານ​ແລະ​ລຳ​ໄສ້. ການ​ຄົ້ນຄວ້າ​ສະ​ແດງ​ໃຫ້​ເຫັນວ່າ, ​ເມື່ອຕົ້ມ​ນ້ຳຟົດ​ແລ້ວ​ໃຫ້​ຫຼຸດອຸນຫະ​ພູມ​ລົງ​ຮອດ20​ຫາ25​ອົງສາ​, ຈະ​ແຊກ​ຊຶມ​ເຂົ້າ​ເຍືອ​ຈຸ​ລັງ​ໄດ້​ງ່າຍ, ​ແລະ​ຊຸກ​ຍູ້ການ​ປ່ຽນ​ຖ່າຍ, ​ເພີ່ມ​ພູມຄວາມ​ຕ້ານທານ​ຂອງ​ຮ່າງກາຍ, ຜູ້​ທີ່​ມີ​ຄວາມ​ຊິນ​ເຄີ​ຍດື່ມ​ນ້ຳ​ອຸ່ນ​ນັ້ນ, ການ​ປ່ຽນ​ຖ່າຍຈະ​ດີ, ກົດ​ນົມ​ໃນ​ກ້າມ​ຊີ້ນ​ຈະຫຼຸດ​ໜ້ອຍ​ລົງ, ບໍ່​ຮູ້ສຶກ​ເມື່ອ​​ງ່າຍ, ຖ້າ​ຕົ້ມ​ນ້ຳ​​ໄວ້​ກ່ອນ​ນອນ​ຕ້ອງ​ອັດຝາໃຫ້​ດີ, ​ຖ້າ​ບໍ່​ດັ່ງ​ນັ້ນ, ນ້ຳ​ຟົດ​ຈະຂາດ​ຄວາມ​ຊີວິດ​ຊີວາ.

ສາມ, ດື່ມ​ນ້ຳຫຼາຍ​ປານ​ໃດ?
ຜູ້ທີ່​ມີ​ສຸຂະພາບ​ແຂງ​ແຮງ​ມື້​ໜຶ່ງ​ຢ່າງ​ໜ້ອຍ​ຕ້ອງ​ດື່ມ​ນ້ຳ7ຫາ8​ຈອກ(ປະມານ2.5ລິດ), ​ໃນ​ເວລາ​ຫັດກາຍ​ຫຼາຍ​ຫຼື​ອາກາດ​ຮ້ອນ​ນັ້ນ, ​ກໍ​ຕ້ອງ​ດື່ມນ້ຳ​ຫຼາຍ​ຂຶ້ນ. ​ເມື່ອ​ຕື່ນ​​ເຊົ້າ​ມາ​ແມ່ນ​ໄລຍະ​ຂໍ​ກະ​ແຈ​​ໃນ​ການ​ຕື່ມນ້ຳ​ໃຫ້ຮ່າງກາຍ, ​ໃນ​ເວລາ​ນັ້ນ​ດື່ມ​ນ້ຳ300ມີ​ລີລິດ​ແມ່ນ​ດີ​ທີ່​ສຸດ.

ສີ່, ດື່ມ​​ແນວ​ໃດ?
ດື່ມ​ນ້ຳ​ໃນ​ຕອນ​ເຊົ້າ​ຕ້ອງ​ດື່ມ​​ໃນ​ເວລາ​ທ້ອງ​ຫວ່າງ, ໝາຍ​ຄວາມ​ວ່າ​ຕ້ອງ​ດື່ມ​ນ້ຳ​ກ່ອນ​ປັ້ນ​ເຂົ້າ​ເຊົ້າ, ຖ້າ​ບໍ່​ດັ່ງ​ນັ້ນ, ຈະ​ບໍ່​ໄດ້​ຮັບ​ຜົນ​ທີ່​ເຮັດ​ໃຫ້​ເລື​ອດ​ໄຫຼ​ວຽນ​ໄດ້​ແລະ​ເຮັດອະນາ​ໄມ​ກະ​ເພາະ​ອາຫານແລະ​ລຳ​ໄສ້, ດີ​ທີ່​ສຸດ​ແມ່ນ​ດື່ມ​ເທື່ອ​ລະ​ເລັກ​ລະ​ໜ້ອຍ, ​ເພາະວ່າ​ດື່ມ​​ໄວ​ໂພດ​ແມ່ນ​ມີ​ຜົນ​ຮ້າຍ​ຫຼາຍ​ຕໍ່​ຮ່າງກາຍ, ອາດ​ຈະ​ເຮັດ​ໃຫ້​ຄວາມ​ດັນ​ຂອງ​ເລືອດ​ຕົກ​ຕ່ຳລົງ​ແລະ​ນ້ຳ​ເຂົ້າສະ​ໝອງ, ພາ​ໃຫ້​ເຈັບຫົວ, ປຸ້ນທ້ອງ​ຫຼື​ຮາກ​ອອກ.