ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-18 11:06:55    
ທ່ານ​ລຽນ​ຈ້ານ​ເຄົາ​ລົບ ນັບ​ຖື​ທີ່​ສຸດ​ຕໍ່​ຄວາມ​ພິ​ຈາ​ລະ​ນາ​ທີ່​ເຫັນ​ກວ້າງ​ມອງ​ໄກ​ຂອງ​ທ່ານ​ຫູ​ຈິນ​ທາວ​ກ່ຽວ​ກັບ​ການ​ພົວ​ພັນ​ສອງ​ຝັ່ງ

cri
ຕາມ​ຂ່າວສານ​ຊີນຮວາ,​ຕອນ​ຄ່ຳ​ວັນ​ທີ17​ເມສາ​ຢູ່​ທີ່​ເມືອງ​ຟູ​ໂຈ່ວ,​ທ່ານ​ລຽນ​ຈ້ານ ປະທານ​ກິ​ຕິ​ມະ​ສັກ​ພັກ​ກົກ​ມິນ​ຕັງ​ຈີນ​ກ່າວ​ວ່າ,​ເວ​ທີ​ປາ​ໄສ​ເສດຖະ​ກິດ​ການ​ຄ້າ​ສອງ​ຝັ່ງ​ໄດ້​ຮັບ​ໝາກ​ຜົນ​ຫຼວງ​ຫຼາຍ​ທີ່​ສຸດ,​ໂດຍ​ສະ​ເພາະ​ແມ່ນ​ເຄົາ​ລົບ​ນັບຖື​ທີ່​ສຸດ​ຕໍ່​ການ​ພິຈາ​ລະ​ນາ​ຫຼາຍ​ປະ​ການ​ທີ່​ເຫັນ​ກວ້າງ​ມອງໄກ​ກ່ຽວ​ກັບ​ການ​ພົວພັນ​ສອງ​ຝັ່ງ​ທີ່​ທ່ານ​ເລຂາທິ ການ​ໃຫຍ່​ຫູ​ຈິນ​ທາວ​ສະ​ເໜີ​ອອກ​ມາ.

ວັນ​ທີ16​ເມສາ,​ຢູ່​ທີ່​ປັກ​ກິ່ງ,​ໃນ​ເວລາ​ພົບ​ປະ​ທ່ານ​ລຽນ​ຈ້າ​ນ​ແລະ​ບຸກ​ຄົນ​ວົງ​ການ​ຕ່າງໆ​ຂອງ​ໄຕ້​ຫວັນ​ທີ່​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະກິດ​ການ​ຄ້າ​ສອງ​ຝັ່ງ,​ທ່ານ​ຫູ​ຈິນທາວ ​ເລຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ​ສີ່​ຂໍ້​ກ່ຽວ​ກັບ​ການ​ຊຸກຍູ້​ການ​ພົວພັນ​ສອງ​ຝັ່ງ​ໃຫ້​ຂະຫຍາຍ​ຕົວ​ໂດຍ​ສັນຕິ.​ທ່ານ​ລຽນຈ້ານ​ເວົ້າ​ວ່າ,​ເວທີ​ປາ​ໄສ​ເສດ​ຖະກິດ​ການ​ຄ້າ​ສອງ​ຝັ່ງ​ທີ່​ພັກ​ກົກ​ມິນ​ຕັງ​ຈີນ​ແລະ​ພັກ​ກອມ​ມູນິດ​ຈີນ​ຈັດ​ຂຶ້ນ​ໄດ້​ຮັບ​ໝາກ​ຜົນ​ຫຼາຍ​ກວ່າ​ຄາດ​ໝາຍ​ຢ່າງ​ຫຼວງ​ຫຼາຍ,​ລ້ວນ​ແຕ່ໄດ້​ຮັບ​ໝາກ​ຜົນ​ອຸດົມ​ສົມບູນ​ໃນ​ດ້ານ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື ແລກ​ປ່ຽນ​ແລະ​ໄປມາ​ຫາສູ່​ກັນ​ດ້ານ​ເສດ​ຖະກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝັ່ງ​ເປັນ​ຕົ້ນ.ທັງ​ນີ້​ແມ່ນ​ການ​ເລີ່ມ​ຕົ້ນ​ອັນ​ດີງາມ​.