ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-18 11:08:05    
ຄຸນ​ນະພາ​ບຂອງ​ຢາຖູ​ແຂ້ວ​ທີ່​ມີ​ລາ​ຄາ​1​ຢວນ​ກັບ​ອັນ​ທີ່​ມີ​ລາ​ຄາ​23​ຢວນ​ນັ້ນ​​ຕ່າງ​ກັນ​ບໍ່​ຫຼາຍ

cri


ທ່ານ​ຜູ້​ຟັງ, ຫວ່າງ​ມໍ່ໆ​ນີ້, ສະມາຄົມ​ຜູ້​ບໍລິ​​ໂພ​ກປັກ​ກິ່ງ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ປຽບທຽບ​ຕໍ່​ຜະລິດ​ຕະພັນ​ຢາຖູ​ແຂ້ວ64​ຊະນິດ​ທີ່​ຜະລິດ​ຈາກ​ວິ​ສາ​ຫະກິດ28​ຫຼັງ​ໃນ​ແຖບ​ປັກ​ກິ່ງ, ທຽນ​ສິນ​ແລະ​ຊຽງ​ໄຮ​ເປັນ​ຕົ້ນ, ຜົນ​ການ​ທົດ​ລອງ​ສະ​ແດງ​ໃຫ້​ເຫັນ​ວ່າ, ຄຸນ​ນະພາ​ບຂອງ​ຢາຖູ​ແຂ້ວ​ທີ່​ມີ​ລາຄາ1​ຢວນກັບ​ອັນ​ທີ່​ມີ​ລາຄາ23​ຢວນນັ້ນ​ບໍ່​ມີ​ຄວາມ​ແຕກ​ຕ່າງ​ກັນຢ່າງ​ເດັ່ນ​ຊັດ.

ການ​ທົດ​ລອງ​ປຽບທຽບ​ເທື່ອ​ນີ້​ລວມທັງ​ຢາຖູ​ແຂ້ວ​ທຳ​ມະ​ດາ, ຢາຖູ​ແຂ້ວ​ທີ່​ມີ​ສານ​ຟລູອໍ​ແລະ​ຢາຖູ​ແຂ້ວ​​ແບບ​ມີ​ຢາ​ຈີນ​ປົນ​ໃສ່​ເປັນ​ຕົ້ນ, ມີ​ລາຄາ​ແຕ່1​ຢວນຫາ23​ຢວນ, ຜົນ​ການ​ທົດ​ລອງ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຖິງ​ວ່າ​ລາຄາ​ຂອງ​ຢາຖູ​ແຂ້ວ​ເຫຼົ່າ​ນີ້​ແຕກ​ຕ່າງ​ກັນ​ກໍ​ຕາມ, ​ແຕ່​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ເຫຼົ່າ​ນີ້​ບໍ່​ມີ​ຄວາມ​ແຕກ​ຕ່າງ​ກັນ​ຢ່າງ​ເດັ່ນ​ຊັດ.

ຜູ້​ບໍລິ​ໂພ​ກຜູ້​ໜຶ່ງ​ເວົ້າ​ຢ່າງ​ກົງ​ໄປ​ກົງ​ມາ​ວ່າ, ນາງ​ເຫັນ​​ຕະຫຼອດ​ມາວ່າ​ຢາຖູ​ແຂ້ວ​ທີ່​ອ່າວ​​ແພງ​ນັ້ນ​ຈະ​ມີ​ຄຸນ​ນະພາ​ບດີກ​ວ່າ​ແລະ​ມີ​ປະສິດ​ທິຄຸນ​ສູງ​ກວ່າ, ປະຈຸ​ບັນ, ສະມາຄົມ​ຜູ້​ບໍລິ​ໂພ​ກປັກ​ກິ່ງ​ມີ​ຄວາມ​ເວົ້າ​ໃໝ່​ແລ້ວ, ນາງ​ຈະ​ພິຈາລະນາ​ຄືນ​ໃໝ່​ກ່ອນ, ​ແຕ່​ພ້ອມ​ກັນ​ນັ້ນ, ນາງ​ກໍ​ກ່າວ​ວ່າ​ນາງ​ຍັງ​ຄົງ​ເຊື່ອ​​ໃຈ​ຜະລິດ​ຕະພັນ​ທີ່​ມີ​ຊື່ສ​ຽງ.

ກ່ຽວ​ກັບ​ເລື່ອງ​ນີ້, ສະມາຄົມ​ຜູ້​ບໍລິ​​ໂພ​ກປັກ​ກິ່ງ​ໄດ້​ປະກາດ​ຄຳ​​ເຕືອນ​ການ​ບໍລິ​ໂພ​ກວ່າ: ຜູ້​ບໍລິ​ໂພ​ກທີ່​ບໍ່​ມີ​ພະຍາດ​ຊ່ອງ​ປາກ​ແລະ​ພະຍາດ​ແຂ້ວ​ນັ້ນ, ຢ່າ​ເລືອກ​ເອົາ​ຢາຖູ​ແຂ້ວ​ທີ່​ມີ​ປະສິດ​ທິຄຸນ​ເຫຼົ່າ​ນີ້​ຢ່າງ​ຫຼັບ​ຫູຫ​ຫຼັບ​ຕາ. ຜູ້​ບໍລິ​ໂພ​ກທີ່​ມີ​ພະຍາດ​ຊ່ອງ​ປາກ, ຢ່າ​ເຊື່ອ​ການ​ໂຄສະນາ​ຂອງ​ຢາຖູ​ແຂ້ວ​ທີ່​ມີ​ປະສິດ​ທິຄຸນ​ຕ່າງໆ, ຄວນ​ໄປ​ປິ່ນປົວ​ຢູ່​ໂຮງໝໍ​ທັນ​ທະ​ແພດກ່ອນ, ​ໃຫ້​ທາງ​ໂຮງໝໍ​ແນະນຳ​ໃຊ້​ຢາຖູ​ແຂ້ວ​ທີ່ຖື​ກກັບອາການ​ຂອງ​ຕົນ.