ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-18 14:27:14    
ປະ​ຊາ​ຄົມ​ໂລກ​ກ່າວ​ປະ​ນາມ​ເຫດ​ການ​ຫຼອນ​ໂຈມ​ຕີ​ດ້ວຍ​ການ​ລະ​ເບີດ​ແບບ​ສະ​ຫຼະ​ຊີບ​ທີ່​​ເກີດ​ຂຶ້ນ​ຢູ່​ເມືອງ​ເຕ​ລາ​ວິບ​ອິສ​ຣາ​ແອນ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ17​ເມສາ,ປະຊາ​ຄົມ​ໂລກ​​ໄດ້ທະຍອຍ​ກັນ​ກ່າວ​ປະນາມ​ເຫດ​ການ​ຫຼອນ​ໂຈມ​ຕີ​ດ້ວຍ​ການ​ລະ​ເບີດ​ແບບ​ສະ​ຫຼະ​ຊີບ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ເຕ​ລາ​ວິບ​ຂອງ​ອິສ​ຣາ​ແອນ.

ວັນ​ທີ17​​ເມສາ,ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​​ໄດ້ອອກ​ຖະ​ແຫຼງ​ການ,​ໃນ​ຂະ​ນະ​ທີ່​ກ່າວ​ປະ​ນາມ​ເຫດ​ການ​ຫຼອນ​​ໂຈມ​ຕີ​ຢ່າງ​ຮຸນ​ແຮງ​ນັ້ນ,​ທ່ານ​ຍັງ​ຮຽກ​ຮ້ອງ​​ໃຫ້​ລັດ​ຖະ​ບານ​ປາ​ເລັດ​ສະ​ຕິນ​ທີ່​ນຳ​ໂດຍ​ອົງການ​ຮາ​ມາສ​ປະ​ກາດ​ຫຼັກ​ໝັ້ນ​ຕ້ານ​ການ​ກໍ່​ການ​ຮ້າຍ​ຕໍ່​ໂລກ.​ຖະ​ແຫຼງ​ການ​ຍັງ​ຮຽກ​ຮ້ອງ​ໃຫ້​ບັບດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງ​ຕ້ອງ​ໂຄລົບ​ກົດໝາຍ​ສາ​ກົນ,​ຮັກ​ສາ​ຄວາມ​ອົດ​ກັ້ນ​ໄວ້,ຫຼີກ​ເວັ້ນ​ໃຊ້​ການ​ເຄື່ອນ​ໄຫວ​ໃດໆ​ທີ່​ອາດ​ຈະ​ພາ​ໃຫ້​​ເຫດ​ການ​ກຳ​ລັງ​ຮຸນ​ແຮງ​ຍົກ​​ເລື່ອນ​ຂັ້ນ.

​ໃນ​ມື້​ດຽວ​ກັນ,ທ່ານ​ແມັກ​​ເຄຼ​ແລນ ​ໂຄສົກ​ທຳນຽບຂາວ​ອາ​ເມ​ລິ​ກາ,ທ່າ​ນຊີ​ລັກ ປະ​ທາ​ນາ​ທິ​ບໍ​ດີ​ຝະ​ຣັ່ງ,​ທ່ານ​ຄາ​ມີ​ນິນ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ແລະ​ທ່ານ​ມຸດ​ຊາ ​ເລ​ຂາ​ທິ​ການ​ໃຫຍ່​ສັນ​ນິ​ບາດ​ປະ​ເທດ​ອາ​ລາບ​ກໍ​ຕ່າງ​ໄດ້​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດ​ການ​ດັ່ງ​ກ່າວ.