ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-18 17:20:28    
ເສັ້ນ​ທາງ​ປະ​ດິດ​ສ້າງ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ຂະ​ແໜງ​ການ​ຜະ​ລິດ​ລົດ​ຍົນ​ຈີນ

cri


ການຜະ​ລິດລົດ​ຍົນຂອງ​ຈີນໄດ້​ພັດທະ​ນາຢ່າງ​ໄວພະ​ລັນ,​ປັດຈຸ​ບັນ, ໄດ້ກາຍ​ເປັນ​ອຸດສາ​ຫະກຳ​ເສົາຄ້ຳ​ໜຶ່ງ​ຂອງ​ຈີນແລ້ວ.​ແຕ່ວ່າ,​ໃນຫຼາຍ​ປີມາ​ນີ້, ລົດຍົນ​ທີ່ຈີນ​ຜະລິດ​ນັ້ນຍີ່​ຫໍ້ຈີນ​ຊ້ຳພັດ​ໜ້ອຍ,​ສ່ວນ​ຫຼາຍ​ໄດ້​ຕິດ​ປ້າຍ​ລົດ​ຍົນ​ຂອງ​ຕ່າງປະ​ເທດ. ຂະ​ແໜງ​ການ​ຜະລິດ​ລົດ​ຍົນ​ຈີນ​ຈະ​ປ່ຽນ​ແປງ​ສະ​ພາບ​ເກີ້​ເຂີນ​ແນວ​ໃດ? ​ແລ້ວ​ໄຂ​ເສັ້ນ​ທາງ​ປະດິດ​ສ້າງຢ່າງ​ເປັນ​ເຈົ້າ​ຕົນ​ເອງ?​ ​

ປີ 2005, ຈີນ​ລວມມີ​ລົດ​ໃໝ່ 80 ກວ່າ​ຊະນິດ​ປ້ອນ​ເຂົ້າຕະ​ຫຼາດ,​ສະ​ເລ່ຍ​ແລ້ວ, 4ມື້​ໃດ​ກໍ​ມີ​ລົດ​ຊະນິດ​ໃໝ່​ເຂົ້າ​ຕະຫຼາດ.​ແຕ່​ວ່າ,​ໃນ​ນັ້ນ,​ລົດ​ຍົນ​ທີ່​ມີ​ຍີ່​ຫໍ້​ຂອງ​ຈີນ​ພັດ​ບໍ່ຫຼາຍ.ໃນ​ເວລາ​ອະທິ​ບາຍ​ສະ​ພາບ​ການ​ດັ່ງກ່າວ, ທ່ານ​ລິວ​ຊື້​ຈິນ ຮອງ​ຫົວໜ້າ​ສູນ ຄົ້ນ​ຄວ້າ​ການ​ພັດ​ທະນາ​ຂອງ​ຄະນະ​ລັດ​ຖະ​ບານ​ຈີນ​ເຫັນ​ວ່າ,​ຕົ້ນທຶນ​ຫຼາຍ​ຄວາມ​ສ່ຽງ​ສູງ​ແມ່ນ​ມູນ​ເຫດ​ສຳຄັນ​ທີ່ວິ​ສາ​ຫະກິດ​ຫຼວງ​ຫຼາຍ​ບໍ່​ກ້າ​ໄປ​ຄົ້ນຄວ້າ​ຜະລິດ​ລົດ​ຍົນ​ຢ່າງເປັນ​ເຈົ້າຕົນ​ເອງ.

"ໃນ​ເວລາ​ຂະ​ແໜງ​ການຜະ​ລິດ​ລົດຍົນ​ຍັງ​ຢູ່​ໃນ​ໄລຍະ​ພັດທະ​ນາ​ຂັ້ນ​ຕົ້ນ​ນັ້ນ, ມີຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ​ຫຼາຍ,​ດັ່ງ​ນັ້ນ​ການ​ນຳ​ເຂົ້າ​ເຕັກ​ນິກ​ທຳ​ມະ​ດາ​ຈາກ ຕ່າງປະ​ເທດ,​ກໍ​ສາ​ມາດ​ຜະ​ລິດ​ລົດຍົນ​ທີ່​ຂ້ອນ​ຂ້າງ​ສຸກ​ງອມ,​ແລ້ວ​ປ້ອນ​ເຂົ້າ​ຕະ ຫຼາດກໍ​ສາມາດ​ໄດ້​ເງິນ.​ນີ້​ແມ່ນ​ການ​ຄັດ​ເລືອກ​ຢ່າງ​ໜຶ່ງ.​ອີກຢ່າງ​ໜຶ່ງ​ກໍ​ແມ່ນ​ຕົນ​ເອງ​ຄົ້ນ​ຄວ້າ​ຜະລິດ,​ແຕ່​ຂາດ​ເງິນ​ທຶນ ນັກ​ວິຊາ​ການ​ແລະ​ເຕັກ​ນິກ, ​ໃຕ້​ກໍລະ​ນີ​ດັ່ງກ່າວ, ວິ​ສາ​ຫະກິດ​ສ່ວນ​ຫຼາຍ​ແມ່ນ​ຢາກ​ຍຶດ​ເອົາ​ໂກ​ຕາ​ຂອງ​ຕະຫຼາດ​ກ່ອນ, ຫາກ​ບໍ່​ແມ່ນ​ຄົ້ນຄວ້າ​ຜະລິດ."

ທ່ານ​ລິວ​ຊື້​ຈິນ​ເຫັນ​ວ່າ, ອາ​ໄສນຳ​ເຂົ້າເຕັກ​ນິກ​ຂອງ​ຕ່າງປະ​ເທດ​ມາ​ຮັບປະ​ກັນ​ການ​ຂາຍ​ດິບ​ຂາຍ​ດີ, ນີ້​ແມ່ນ​ວິທີ​ຊົ່ວຄາວ​ທໍ່​ນັ້ນ,​ການ​ພັດທະ​ນາຂອງ​ຂະ​ແໜງ​ການ​ຜະລິດ​ລົດ​ຍົນ​ຈີນ​ໃນ​ອະ​ນາ​ຄົດ​ຕ້ອງ​ເດີນ​ຕາມ​ເສັ້ນ​ທາງ​ປະດິດ​ສ້າງ​ຢ່າງ​ເປັນ​ເຈົ້າຕົນ​ເອງ, ມີ​ລົດ​ຍົນ​ຊະນິດ​ຕ່າງໆ​ທີ່​ປະດິດ​ຜະ​ລິດ​ໂດຍ​ຕົນ​ເອງ​ແລະ​ເຕັກ​ນິກ​ການ​ຜະ​ລິດ​ຂອງ​ຕົນ​ເອງ.​ລັດຖະ​ບານ​ຈີນ​ໄດ້​ຮັບ​ຮູ້​ຄວາມ​ສຳ​ຄັນ​ດັ່ງ​ກ່າວ​ນີ້​ແລ້ວ. ເດືອນ​ເມສາ​ປີ 2005,​ພາກສ່ວນ​ຕ່າງໆ​ຄື​ກົມ​ໃຫຍ່​ພາສີ​ຈີນ​ແລະ​ກະ​ຊວງ​ການ​ຄ້າ​ຈີນ​ເປັນ​ຕົ້ນ​ໄດ້​ຮ່ວມ​ກັນ​ປະກາດ​ກົດ​ຂໍ້​ກຳນົດ,​ຍົກ​ພາສີ​ນຳ​ເຂົ້າອາ​ໄຫຼ່​ຂອງ​ລົດ​ໃຫ້​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.​ການ​ປະ​ກາດ​ໃຊ້ກົດ​ຂໍ້​ກຳນົດ​ດັ່ງ​ກ່າວ,​ໄດ້​ເຮັດ​ໃຫ້​ວິ​ສາ​ຫະກິດ​ຜະລິດ​ລົດ​ຍົນ​ຈີນ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງວ່າ, ​ຍຸກ​ສະ​ໄໝ​ທີ່​ປະກອບ​ລົດ​ເກັ໋ງຄັນ​ໜຶ່ງ​ກໍ​ສາມາດ​ໄດ້​ເງິນ​ຫຼາຍນັ້ນ​ໃກ້​ຈະ​ສິ້ນ​ສຸດ​ລົງ​ແລ້ວ.

ໃນ​ເວລາ​ວິ​ສາ​ຫະກິດ​ຜະລິດ​ລົດຍົນ​ຈີນ​ສ່ວນ​ຫຼາຍຍັງ​ມົວ​ເມົາ​ແຕ່​ຜະລິດ​ລົດ​ຍີ່​ຫໍ້​ຕ່າງ​ປະ​ເທດ​ນັ້ນ, ກໍ​ມີ​ວິ​ສາ​ຫະກິດ​ສ່ວນ​ໜ້ອຍ​ທີ່​ສຸດ​ຜີກ​ຕະຫຼາດ​ລົດຍົນ​ຊັ້ນກາງ​ແລະ​ຊັ້ນ​ສູງ​ທີ່​ເປັນ​ຍີ່​ຫໍ້​ຕ່າງ​ປະ​ເທດຫຼາຍ​ທັງ​ແກ່ງ​ແຍ່ງ​ກັນ​ຢ່າງ​ດຸ​ເດືອດ,​ແລ້ວສຸມ​ໃສ່​ການ​ຄົ້ນຄວ້າ​ຜະລິດ​ລົດຍົນ​ທີ່​ລະ​ບາຍ​ອາຍ​ເສຍ​ໜ້ອຍ​ທັງ​ລາຄາ​ຖືກ.ປີ​ກາຍ​ນີ້, ປະລິ​ມານ​ຈຳໜ່າຍ​ລົດຍົນ​ຍີ່​ຫໍ້​ເຊ້ຍ​ລີ້​ທີ່​ບໍລິ​ສັດ​ທຽນ​ສິນ​ອີ​ຊີ​ຜະລິດ​ລົດຍົນ​ຫຸ້ນ​ສ່ວນ​ຈຳ​ກັດ​ຜະລິດ​ນັ້ນ​ໄດ້ບັນລຸ 2 ​ແສນ​ຄັນ, ກວມ​ໂກ​ຕາ​ຕະຫຼາດ 30% ​ໃນ​​ລົດຍົນ​ປະ​ເພດ​ດຽວ​ກັນ. ທ່ານ​ວາງ​ກາງ ຜູ້ອຳ​ນວນ​ການ​ໃຫຍ່​ບໍລິສັດ​ທຽນ​ສິນ​ອີ​ຊີ​ຜະລິດ​ລົດຍົນ​ຫຸ້ນ​ສ່ວນ​ຈຳກັດ​ບອກ​ນັກ​ຂ່າວ​ວ່າ, ການ​ຍຶດໝັ້ນ​ພັດທະ​ນາ​ລົດຍົນ​ທີ່​ມີ​ຍີ່​ຂໍ້​ຕົນ​ເອງ​ເປັນ​ເວ​ລາ​ຍາວ​ນານ​ນັ້ນ​ແມ່ນ​ມູນ​ເຫດ​ສຳຄັນ​ທີ່​ພາ​ໃຫ້​ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ຜົນສຳ​ເລັດ.

ຢ່າງ​ໜ້ອຍມີ15ປີ​ແລ້ວ "ພວກ​ຂ້າພ​ະ​ເຈົ້າອາ​ໄສ​ລະບົບ​ຄົ້ນຄວ້າ​ພັດທະນາ​, ລະບົບ​ການ​ຜະລິດ ​ແລະ​ລະບົບ​ການ​ຄຸ້ມ​ຄອງຂອງ​ຕົນ​ຄ້ຳຢັນ​ວິ​ສາ​ຫະກິດ​ພວກ​ຂ້າພະ​ເຈົ້າ,​ແລ້ວ​ຄ່ອຍໆ​ຂະຫຍາຍຈົນ​ສູ່​ມື້​ນີ້.ປັດຈຸບັນ,ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ໂຮງ ງານ​ຜະລິດ​ໂມ​ເຕີ​ແລະ​ຫ້ອງ​ຈັກ​ຜະລິດ​ຊີກ​ສ່ວນ​ປ່ຽນ​ຄວາມ​ໄວຢ່າງ​ເປັນ​ເຈົ້າຕົນ​ເອງ​ໝົດ,ຍັງ​ມີລະບົບ​​ເຄືອ​ຂ່າຍທີ່​ຈັດ​ຊື້​ແລະ​ຈຳໜ່າຍທີ່​ຄົບ​ຖ້ວນ."
 
ເສັ້ນທາງ​ຄົ້ນຄວ້າ​ພັດທະນາ​ຢ່າງ​ເປັນ​ເຈົ້າຕົນ​ເອງ​ຂອງ​ບໍລິ​ສັດ​ດັ່ງກ່າວ​ບໍ່​ສະດວກ.​ໃນ​ທ້າຍ​ຊຸມ​ປີ 90 ສະຕະ​ວັດ​ທີ​ແລ້ວ​ແລະ​ຕົ້ນສະ​ຕະວັດ​ນີ້, ຍ້ອນ​ຍີ່​ຫໍ້​ເຊ້ຍລິ້​ຄົນ​ຮູ້​ໜ້ອຍ,​ລົດ​ເກັ໋ງຍີ່​ຫໍ້​ເຊ້ຍລີ້​ຕີ​ເຂົ້າ​ຕະຫຼາດ​ຍາກ.​ແຕ່​ໃນ​ເວລາ​ນັ້ນ,​ບໍລິ​ສັດ​ບໍ່​ໄດ້​ປະລະ​ຄວາມ​ພະຍາ​ຍາມ,​ກົງກັນ​ຂ້າມ,​ຍັງ​ໄດ້​ເພີ່ມ​ການ​ລົງ​ທຶນ​ເຂົ້າ​ໃນ​ການ ຄົ້ນຄວ້າ​,ພະຍາ​ຍາມ​ອອກ​ແບບຜະ​ລິດ​ລົດ​ເກັ໋ງ​ທີ່​ປະຢັດ​ພະລັງ​ງານ​ທັງ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ໃນ​ທີ່​ສຸດ​ໄດ້​ຮັບ​ຄວາມ​ຮັບຮອງ​ຈາກ​ຜູ້​ບໍລິ​ໂພກ. ປັດ​ຈຸ​ບັນ, ບໍລິ​ສັດ​ດັ່ງ​ກ່າວ​ໄດ້​ວາງ​ແຜນ​ຮອດ​ປີ 2010,​ບັນລຸ​ຈຸດ​ໝາຍ​ຈຳ​ໜ່າຍ​ລົດ​ເກັ໋ງທີ່​ມີ​ຍີ່​ຫໍ້​ເປັນ​ເຈົ້າຕົນ​ເອງ 1 ລ້ານ​ຄັນ​.
 
ເມື່ອ​ໄດ້​ເຫັນຜົນ​ສຳ​ເລັດ​ຂອງ​ບໍລິ​ສັດທຽນ​ສິນ​ອີ​ຊີ​ຜະລິດ​ລົດ​ຍົນຫຸ້ນ​ສ່ວນ​ຈຳ ກັດ,​ວິ​ສາ​ຫະ​ກິດ​ຜະລິດ​ລົດ​ຍົນ​ຂອງ​ຈີນນັບ​ມື້​ນັບ​ຫຼາຍ​ເລີ່ມ​ຖື​ການຄົ້ນ​ຄວ້າ​ພັດທະ​ນາ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ​ເປັນ​ຈຸດ​ໜັກ​ພັດ​ທະນາ​ໃນ​ອະນາຄົດ. ທ່ານ​ນາງ​ວາງ​ເຟິ້ງອິງ ຜູ້ອຳ​ນວຍ​ການ​ໃຫຍ່​ຂອງ​ສາງ​ເສີງ​ຈີນ​ຜະລິດ​ລົດຍົນ​ຫຸ້ນ​ສ່ວນ​ຈຳກັດ​ເຫັນ​ວ່າ,
 
ປັດຈຸບັນ,​ຕະຫຼາດ​ສາກົນຮັບ​ຮູ້​ລົດ​ຍົນ​ຈີນ,​ນອກ​ຈາກ​ທ່າ​ແຮງ​ດ້ານ​ລາຄາ​ແລ້ວ, ຄວາມ​ກ້າວ​ໜ້າ​ດ້ານ​ເຕັກ​ນິກ​ແລະ​ຄຸນ​ນະພາບ​ຍົກ​ສູງ​ຂຶ້ນ​ກໍ​ເຮັດ​ໃຫ້​ຄົນ​ຕົກ​ໃຈຫຼາຍ. ເຖິງ​ວ່າ​ລົດຍົນ​ຍີ່​ຫໍ້​ຈີນ​ບໍ່​ແມ່ນ​ລະ​ດັບ​ຍອດ​ຢ້ຽມ,​ແຕ່​ໃນ​ຂົງ​ເຂດ​ລົດ​ຍົນ​ຊັ້ນ​ກາງ​ນັ້ນ, ຄວນ​ເວົ້າ​ວ່າ,​ລົດ​ຍົນ​ຈີນ​ຍັງ​ມີ​ຊ່ອງ​ຫວ່າງ​ໃຫຍ່.
 
ເພື່ອ​ບັນລຸ​ການ​ປະດິດ​ສ້າງ​ຢ່າງ​ເປັນ​ເຈົ້າຕົນ​ເອງ​ໂດຍ​ໄວ, ວິ​ສາ​ຫະກິດ​ຜະລິດ​ລົດຍົນ​ຂອງ​ຈີນ​ພວມ​ໃຊ້​ຫຼາຍວິ​ທີ​ມາ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ຄົ້ນ​ຄວ້າ​ພັດທະນາ.​ເດືອນ​ກຸມພາ​ປີ2005,​ກຸ່ມ​ຜະ​ລິດ​ລົດ​ຍົນ​ນານ​ກິ່ງ​ຈີນ​ໄດ້​ຮັບ​ຊື້​ບໍລິສັດ​ລົດຍົນ​ໂລ​ເວີ​ອັງກິດ​ທີ່​ມີປະ​ຫວັດ​ສາດ​ຮ້ອຍ​ປີ​ແລະ​ພາກ​ສ່ວນ​ການ​ຜະລິດ​ເຄື່ອງ​ໂມ​ເຕີຂອງ​ເຂົາ​ຢ່າງ​ສຳ​ເລັດ​ຜົນ, ຜ່ານ​ການຮັບ​ຊື້ລະ​ຫວ່າງ​ຊາດ​ໄດ້​ຮັບ​ແທ່ນ​ຄົ້ນຄວ້າ​ພັດ​ທະນາ​ລົດຍົນ​ທີ່​ມີ​ລະດັບ​ສາກົນ. ນອກ​ນີ້, ວິ​ສາ​ຫະກິດ​ຜະລິດ​ລົດ​ຍົນ​ຈຳນວນ​ໜຶ່ງ​ພວມ​ຫາລື​ໂຮມ​ເຂົ້າກັນ​ເພື່ອ​ເປັນ​ຂະໜາດ​ຂ້ອນ​ຂ້າງ​ໃຫຍ່,​ເພື່ອສຳ​ເລັດ​ແຜນການ​ຜະລິດ​ລົດຍົນ​ຍີ່​ຫໍ້​ຢ່າງ​ເປັນ​ເຈົ້າຕົນ​ເອງ.
 
ຜູ້​ຊ່ຽວຊານ​ກ່າວ​ເນັ້ນວ່າ, ການ​ປະດິດ​ສ້າງ​ຢ່າງ​ເປັນ​ເຈົ້າຕົນ​ເອງຈະ​ສຳ​ເລັດ​ໃນ​ບາດ​ດຽວ​ບໍ່​ໄດ້, ຫາກ​ຄວນ​ເພີ່ມ​ການ​ລົງ​ທຶນ​ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​ເທື່ອ​ລະ​ກ້າວ​ໂດຍ​ອີງ​ຕາມ​ຈຸດ​ພິ​ເສດ​ຂອງ​ຜະລິດ​ຕະພັນ ສະ​ພາບ​ການ​ສະໜອງ​ກັບ​ຄວາມ​ຕ້ອງ ການ​ໃນ​ຕະຫຼາດ ແລະ​ລະດັບ​ຊັບພະ​ຍາກອນ​ເຕັກ​ນິກ​ຂອງ​ວິ​ສາ​ຫະ​ກິດ​ຜະລິດ​ລົດຍົນ​.ພ້ອມ​ກັນນັ້ນ,​ຜູ້ຮັບຜິດ​ຊອບ​ຂອງ​ວິ​ສາ​ຫະກິດ​ຜະ​ລິດ​ລົດ​ຍົນ​ກໍ​ຕ້ອງ​ມີ​ສາຍ ຕາ​ຍຸດ​ທະ​ສາດ,ບໍ່​ຄວນສະ​ແຫວ​ງຫາ​​ແຕ່ປະສິດທິ​ຜົນ​ໄລຍະ​ສັ້ນ.
 
ປັດຈຸບັນ, ລັດ​ຖະບານ​ຈີນ​ໄດ້​ຈັດ​ເອົາ​ລົດ​ເກັ໋ງຍີ່​ຫໍ້ຈີນ​ຫຼາຍ​ຊະນິດ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່ຜະ​ລິດ​ຕະພັນ​ລັດຖະ​ບານ​ກາງຈັດ​ຊື້,​ແລະ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະ​ກິດ​ຜະລິດ​ລົດຍົນ​ໂຮມ​ເຂົ້າ​ກັນ.ໃນ​ແຜນ​ກຳນົດ​ພັດ​ທະນາ​ເສດ​ຖະກິດ​ແລະ​ສັງ​ຄົມ​ຈີນ​ໃນ 5 ປີ​ຂ້າງ​ໜ້າ​ທີ່​ຫາ​ກໍ່ປະ​ກາດ​ບໍ່​ດົນ​ນັ້ນ, ລັດ​ຖະບານ​ຈີນ​ກໍ​ໄດ້​ສະ​ເໜີ​ອອກ​ມາອີກ​ວ່າ, ຕ້ອງ​ເພີ່ມ​ຄວາມ​ສາມາດ​ປະດິດ​ສ້າງ​ຢ່າງ​ເປັນ​ເຈົ້າຕົນ​ເອງ​ຂອງ​ອຸດສາ​ຫະກຳ​ລົດຍົນ, ​ເລັ່ງລັດ​ພັດ​ທະນາ​ເຄື່ອງ​ໂມ​ເຕີ ເຄື່ອງ​ເອ​ເລັກ​ໂຕຼນິກ,​ອາ​ໄຫຼ່​ລົດ​ທີ່​ມີ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຕົນ;​ຍົກ​ອັດຕາ​ສ່ວນ​ກວມ​ຕະຫຼາດ​ຂອງ​ລົດຍີ່​ຫໍ້​ຈີນ​ໃຫ້​ສູງ​ຂຶ້ນ, ​ຈໍ່​ຕົວ​ຂຶ້ນ​ເປັນ​ວິ​ສາ​ຫະກິດ​ຜະລິດ​ລົດຍົນ​ຂະໜາດ​ຫຼາຍ​ລ້ານ​ຄັນບໍ່​ເທົ່າ​ແຫ່ງ.​ອາດ​ຄາດ​ຄະ​ເນ​ໄດ້​ວ່າ, ວິ​ສາ​ຫະກິດ​ຜະລິດ​ລົດ​ຍົນ​ຂອງ​ຈີນ​ທີ່​ເດີນ​ຕາມ​ເສັ້ນ​ທາງ​ປະດິດ​ສ້າງ​ຢ່າງ​ເປັນ​ເຈົ້າຕົນ​ເອງ​ນັ້ນຈະ​ນັບ​ມື້​ນັບຫຼາຍຂຶ້ນ.