ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-18 20:40:21    
ຝ່າຍ​ຕຳ​ຫຼວດ​ອິສ​ຣາ​ແອນ​ເຂົ້າ​ສູ່​ສະ​ພາ​ວະ​ລະ​ມັດ​ລະ​ວັງ​ລະ​ດັບ​ສູງ​ສຸດ​ເພື່ອ​ປ້ອງ​ກັນ​ການ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ

cri
ຕາມ​ຂ່າວCRI,ວັນ​ທີ18​ເມສາ,ຝ່າຍ​ຕຳ​ຫຼວດ​ແລະ​ກອງ​ທະ​ຫານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ອິສ​ຣາ​ແອນ​ໄດ້​ເຂົ້າ​ສູ່​ສະ​ພາ​ວະ​ລະ​ມັດ​ລະ​ວັງ​ລະ​ດັບ​ສູງ​ສຸດ,​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຫດ​ການ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ອີກ.

ໂທລະພາບ​ອິສຣາ​ແອນ​ລາຍ​ງານ​ວ່າ,ອິສຣາ​ແອນ​ຈະ​ແຕ່ງ​ກຳ​ລັງ​ຕຳ​ຫຼວດ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ,​ຕັ້ງ​ບ່ອນ​ກວດກາ​ຊົ່ວຄາວ​ຢູ່​ຕາມ​ເສັ້ນທາງ​ສຳຄັນ​ຕ່າງໆ,​ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ລາດ​ຕະ​ເວນ​ຢູ່​ສະ​ຖານ​ທີ່​ສາ​ທາ​ລະນະ.

ກອງ​ທະຫານ​ອິສຣາ​ແອນ​ຍັງ​ຈະ​ອັດ​ຕັນ​​ເຂດ​ປາ​ເລັສ​ຕິນ​ຢ່າງ​ຮອບ​ດ້ານ​ແລະ​ຊອກ​ຈັບ​ຜູ່​ປະ​ກອບ​ອາ​ວຸດ​ປາ​ເລັສ​ຕິນ.

ນອກ​ນີ້,ຂ່າວ​ແຈ້ງວ່າ,ວັນ​ທີ18​ເມສາ,ທ່ານ​ອາ​ຮາ​​ເມັດ ​ໂຄສົກ​ອົງການ​ຈີ​ຮັດ​ປາ​ເລັດສ​ຕິນ​ໄດ້​ຂົ່ມ​ຂູ່​ວ່າ,ອົງການ​ດັ່ງກ່າວ​ຈະ​ແຕ່ງ​70ຄົນ​ໄປ​ກໍ່​ການຫຼອນ​ໂຈມ​ຕີ​ດ້ວຍ​ການລະ​ເບີດ​ແບບ​ຂ້າ​ໂຕ​ຕາຍ​ໃນ​​ແດນ​ອິສຣາ​ແອນ.ທ່າ​ນຍັງ​ກ່າວ​ວ່າ,ການຫຼອນ​ໂຈມ​ຕີ​ຢູ່​ເມືອງ​ເຕລາ​ວິ​ຟ ​ເມື່ອ​ວັນ​ທີ​17​ເມ​ສາ​ພຽງ​ແຕ່​ແມ່ນ​ໝາກຜົນ​ທຳອິດຂອງ​ອົງການ​ຈີ​ຮັດ​​ເທົ່າ​ນັ້ນ​.

ວັນ​ທີ17​ເມສາ,​ ຢູ່​ເຕລາ​ວິ​ຟ ​ເມືອງ​ໃຫຍ່​ກວ່າ​ໝູ່​ຂອງ​ອິສຣາ​ແອນ​ໄດ້​ເກີດ​ເຫດ​ການ​ຫຼອນ​ໂຈມ​ຕີ​ດ້ວຍ​ການລະ​ເບີດ​ແບບ​ຂ້າ​ໂຕ​ຕາຍ,ຢ່າງ​ໜ້ອຍ​ເຮັດ​ໃຫ້9​ຄົນ​ຕາຍ,​40​ກວ່າ​ຄົນ​ບາດ​ເຈັບ.