ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-18 22:35:03    
ເຜົ່າ​ມົ້ງ​​ແລະ​ເຜົ່າ​ໄທ​ລື້​ຂອງ​ຈີນ(ສຽງ)

cri

ມື້​ນີ້​ແມ່ນ​ມື້​ສັງ​ຂານລ່ວງ,​ໃນ​ໂອກາດ​ບຸນ​ສົງການ ປີ​ໃໝ່​ລາວ,​ໃນ​ລາຍການ​ມື້​ນີ້,​ກ່ອນ​​ອື່ນ​ຂ້າພະ​ເຈົ້າ,ອຸດົມ​ຂໍ​ຕາງໜ້າ​ພະນັກງານ​​ໝົດ​ທຸກ​ຄົນ​ໃນພາກ​ພາສາ​ລາວ​ວິທະຍຸcriຖາມ​ສະບາຍດີປີ​ໃໝ່​ນຳ​ເພິ່ອນມິ​ດຜູ້​ຟັງ​ທີ່​ຮັກ​ແພງ​ທັງຫຼາຍ,ອວຍ​ພອນ​​ໃຫ້​ບັນດາ​ທ່ານ​ຈົ່ງ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ,ມີສຸຂະພາບ​​ເຂັ້ມ​ແຂງ,​ແລະ​ສົມ​ຫວັງ​ທຸກ​ປະການ​ໃນ​ປີ​ໃໝ່​ນີ້,​ແລະ​ອວຍພອນ​ໃຫ້​ທ່ານ​ຈົ່ງໄດ້​ຮັບ​ຜົນ​ສຳ​ເລັດ​​ໃຫຍ່​ຫຼວງກວ່າ​ເກົ່າ​ໃນ​ປີ​ໃໝ່​.

ຫວ່າງມໍ່ໆ​ນີ້,ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຂອງ​ທ່ານ​ເຈ້ຍ​ຢ່າງ ມິດ​ລາຍ​ການຈາກ​ແຂວງຊຽງຂວາງ,​ໃນ​ຈົດໝາຍ​ຂອງ​ທ່ານຂຽນ​ວ່າ,ຫວັງ​ຢາກຊອກ​ຮູ້​ສະພາບ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນ,​ໂດຍ​ສະ​ເພາະ​ແມ່ນ​ປະຊາກອນ​ແລະ​ຄວາມ​ເປັນ​ມາ​ຂອງ​ຊົນ​ເຜົ່າ​ມົ້ງ​ແລະ​ຊົນ​ເຜົ່າ​ໄທ​ລື້​ຂອງ​ຈີນຫຼາຍ​ກວ່າ​ເກົ່າ,​ໃນ​ລາຍກາ​ນ"​ເພື່ອນ​ມິດ​ຜູ້​ຟັງ"ພາກ​ນີ້,ພວກ​ເຮົາ​​ຂໍ​ແນະນຳ​ເນື້ອ​ໃນ​ດ້ານ​ນີ້​ສູ່ທ່ານ​ຟັງ,ຖ້າວ່າ​ທ່ານ​ຍັງ​ຢາກ​​ຮູ້​ສະພາບ​ກ່ຽວ​ກັບ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນຫຼາຍ​ກວ່າ​ເກົ່າ,ກໍ່​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ​ລາຍການ"ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນ"ທີ່​ອອກ​ອາກາດ​​ໃນທຸກ​ວັນ​ອົງ​ຄານ,ຫຼື​​ເຂົ້າ​ເວັບ​​ໄຊ​ຂອງ​ພວກ​ເຮົາ,ຄື la.chinabroadcast.cn.

ຈີນ​ແມ່ນ​ປະ​ເທດ​ເອກະ​ພາບ​ກັນ​ທີ່​ມີ​ຫຼາຍ​ຊົນ​ເຜົ່າ​ມາ​ແຕ່​ບູຮາ​ນນະ​ການ.ຫຼັງ​ຈາກປະ​ເທດ​ຈີນ​ໃໝ່​​ສ້າງ​ຕັ້ງ​ຂຶ້ນ​ແລ້​ວ,​ຜ່ານ​ຈາກການຈຳ​ແນ​ກ​​​ແລ້ວລັດຖະ​ບານກາງ​ຮັບຮອງວ່າມີ​56ຊົນ​ເຜົ່າ.ຍ້ອນວ່າ​ນອກຈາກ​ເຜົ່າຮັ້ນ​ແລ້ວ,55​ຊົນ​ເຜົ່າ​ອື່ນມີ​ປະຊາກອນ​ຂ້ອນ​ຂ້າງ​ໜ້ອຍ,ສະ​ນັ້ນ​ຈິ່ງ​​ເອີ້ນ​ກັນ​ວ່າ"ຊົນ​ເຜົ່າ​ສ່ວນ​ໜ້ອຍ"​.ຈຸດ​ພິ​ເສດດ້ານ​ການຢອງ​ຢາຍ​​ຂອງ​ບັນດາ​ຊົນ​ເຜົ່າ​ຈີນ​​ແມ່ນ:ບັນດາ​ເຜົ່າ​ຕັ້ງ​ພູມລຳ​ເນົາ​ຢູ່​ຢ່າງ​ສັບປົນ​ຄົນ​ເລ​ກັນ​ໃນ​ທົ່ວ​ປະ​ເທດ,​ບາງເຜົ່າ​ຕ່າງ​ຕັ້ງ​ພູມລຳ​ເນົາ​ຢູ່​ຈຸ້ມ​ກັນ​ໃນ​ຂອບ​ເຂດ​ແຄບ.​ຢູ່ເຂດ​​ເຜົ່າ​ຮັ້ນມີ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຈຸ້ມ​ກັນຢູ່,​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ກໍມີເຜົ່າຮັ້ນອາ​ໄສ​ຢູ່.ສະຖານະການ​ຢອງ​ຢາຍ​ດັ່ງກ່າວ​ແມ່ນ​ຈໍ່​ຕົວ​ຂຶ້ນຍ້ອນ​ບັນດາ​ເຜົ່າ​ໄປມາຫາ​ສູ່​ກັນ​ແລະ​ຍົກຍ້າຍໃນຂະ​ບວນວີ​ວັດ​ປະຫວັດສາດເປັນ​ເວລາ​ຍາວ​ນານ.ຜົນການ​ສຳ​ຫຼວດ​ປະຊາກອນ​ທົ່ວ​ປະ​ເທດ​ຄັ້ງ​ທີ5ສະ​ແດງ​​ໃຫ້​ເຫັນ​ວ່າ,ນັບ​ມາ​ຮອດ​ວັນ​ທີ1​ພະ​ຈິກປີ2000,ປະຊາກອນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນ​ມີ106ລ້ານ4​ແສນ3​ໝື່ນ​ຄົນ.

ຕໍ່​ໄປນີ້ຂໍ​ແນະນຳ​​ເຜົ່າ​ມົ້ງສູ່​ທ່ານ​ຟັງ​ກ່ອນ.​

ເຜົ່າ​ມົ້ງຂອງ​ຈີນ​ຕົ້ນຕໍ​​​ຢອງຢາຍກັນ​ຢູ່​ແຂວງ​ກຸ້ຍ​ໂຈ່​ວ,​ແຂວງຫູ​ນານ,​ແຂວງ​ຢຸນນານ,​ແຂວງ​ເຊ​ສວນ,​​ເຂດ​ກວາງຊີ​,​ແຂວງ​ຫູເປ​ແລະ​​ແຂວງ​​ໄຫ​ຫຼຳ​ເປັນ​ຕົ້ນ.ຢູ່​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ແຂວງ​ກຸ້ຍ​​ໂຈ່​ວ​ແລະ​ເຂດ​ແດນ​ຕໍ່​ແດນລະຫວ່າງ​ແຂວງ​ຫູ​ນານ,​ແຂວງ​ຫູ​ເປ,​ແຂວງ​ເຊ​ສວນ​ແລະ​ແຂວງ​ກຸ້ຍ​ໂຈ່​ວ,ມີ​ເຂດ​ຕັ້ງ​ພູມລຳ​ເນົາ​ຢູ່​ຈຸ້ມ​ກັນຂະໜາດ​ໃຫຍ່.ຢູ່ພູ​ຕ້າມຽວ​ຂອງ​ເຂດ​ກວາງຊີ​ເຜົ່າ​ຈ້ວງປົກຄອງ​ຕົນ​ເອງ​,​ເຂດ​ແດ​ນ​ຕໍ່​ແດນ​ລະຫວ່າງ​ແຂວງ​ຢຸນນານ,​ແຂວງ​ກຸ້ຍ​ໂຈ່​ວ​ແລະ​​ເຂດ​ກວາງຊີ​ແລະ​ເຂດ​ແດ​ນ​ຕໍ່​ແດນ​ລະຫວ່າງ​ແຂວງ​​ເຊ​ສວນ,​ແຂວງ​ກຸ້ຍ​​ໂຈ່​ວ​ແລະ​ແຂວງ​ຢຸນນານ​,ພ້ອມ​ດ້ວຍແຂວງ​​ໄຫ​ຫຼຳ​ກໍ່​ມີ​ເຂດ​ຕັ້ງ​ພູມລຳ​ເນົາ​ຢູ່​ຈຸ້ມ​ກັນ​ຂະ​ໜາດ​ນ້ອຍ.ສ່ວນຊາວ​ເຜົ່າ​ມົ້ງຢູ່​​ເຂດ​ອື່ນ​ໆ​ກໍ່ອາ​ໄສ​ຢູ່​ສັບ​ກັນກັບ​ເຜົ່າ​ອື່ນໆ.ບ້ານ​ເຜົ່າ​ມົ້ງຢ່າງ​ໜ້ອຍ​ມີ​ສີ່​ຫ້າ​ຄອບຄົວ​ຫຼື​​ສິບກວ່າ​ຄອບຄົວ,ຢ່າງ​ຫຼາຍມີ​ຮ້ອຍ​ກວ່າ​ຄອບຄົວ​ຫືຼພັນ​ກວ່າ​ຄອບຄົວ.ສິ່ງ​ແວດ​ລ້ອມ​​ເພິ່ງ​ພາ​ອາ​ໄສ​ຢູ່​​ເຂດ​ຕ່າງໆ​​ກໍແຕກ​ຕ່າງ​ກັນຫຼາຍ,​ແຕ່ສ່ວນ​ຫຼາຍຢູ່​ເປິ້ນພູ​ຫຼື​ຕີນ​ພູ​ທີ່​ຂ້ອນ​ຂ້າງ​ຮາບ​ພຽງ,​ຢູ່ເຂດ​ພູ​ດອຍທີ່​ທັງ​ສູງ​ທັງ​ໜາວ​ກໍ່​ມີ.ຕາມສະຖິຕິ​ຂອງ​ການ​ສຳ​ຫຼວດ​ປະຊາກ​ອນທົ່ວ​ປະ​ເທດ​ຈີນ​ຄັ້ງ​ທີ່5​​ໃນປີ2000​ສະ​ແດງ​​ໃຫ້​ເຫັນ​ວ່າ,​ເຜົ່າ​ມົ້ງມີ​ປະຊາກອນ8ລ້ານ9​ແສນ4ໝື່ນ116ຄົນ.​ເຜົ່າ​ມົ້ງ​ເວົ້າ​ພາສາ​ມົ້ງ,​ເຊິ່ງຂຶ້ນ​ກັບ​ສາຂາ​ພາສາ​ມົ້ງໝວດ​ພາສາ​ມົ້ງຢາ​ວຕະກຸນ​ພາສາ​ຈີນ​ຕິ​ເບ​ດ.

ເຜົ່າ​ມົ້ງມີ​ປະຫວັດ​ວັດທະນະທຳ​​ຍາວ​ນານ,​ເມື່ອ4000​ກວ່າ​ປີກ່ອນ,ຈາກ​ລ້ອງ​ແມ່​ນ້ຳ​ເຫຼືອງ​ຮອດ​​ລ້ອງ​ແມ່​ນ້ຳ​ຢາງ​​ເຊພ້ອມ​ດ້ວຍ​ທິດໃຕ້​ຍ່ານ​ກາງ​ແມ່​ນ້ຳ​ຢາງ​​ເຊ,ມີຫຼາຍ​ເຄືອ​ຍາດ​ແລະ​ກົກ​​ເຫຼົ່າ​ຕັ້ງ​ພູມລຳ​ເນົາ​ຢູ່​​​.ບາງ​ຄົນ​ເຫັນ​ວ່າ​ເຈົ້າ​ຊື້​ຢີ໋ວ​ໃນ​ປະ​ຫວັດ​ບູຮານ​ທີ່​ເລົ່າ​ລື​ກັນແມ່ນ​ບັນພະບຸລຸດ​ທີ່​ເຜົ່າ​ມົ້ງ​ເຄົາລົບນັບຖື​ໃນ​ປັດຈຸບັນ,ສະ​ນັ້ນ​ອາດ​ຈະ​​ແມ່ນ​ຕະກຸນ​ດຽວ​ກັບ​ເຜົ່າ​ມົ້ງ.ກໍ່​ມີ​​ຄົນ​ເຫັນ​ວ່າ​​ເຜົ່າ​ມົ້ງປັດຈຸບັນ​ອາດ​ຈະ​​ແມ່ນ​ລູກ​ຫຼານ​ເຫຼັນຫ້ຼອນ​ຂອງ​ຊາວ​ເມືອງມາວ​ລາ​ຊະ​ວົງ​​​ໂຈ່​ວ,ມີ​ຄວາມ​ເຫັນ​ຫຼາຍ​ຊະນິດຢ່າງ. ໃນ​ວົງ​ການ​ປະຫວັດ​ສາດ ຄວາມ​ໂຕ້​ຖຽງ​ກັນຕ່າງ​ໆ​ກ່ຽວ​ກັບ​ກົກ​ເຄົ້າ​​ເຜົ່າ​ມົ້ງ,​,ຈົນ​ຮອດ​ປັດຈຸບັນ​ຍັງ​ບໍ່​ມີ​ຄຳ​ວິນິດໄສ​ແນ່ນອນ​ເທື່ອ,​ແຕ່​ໄດ້​ມີ​ຂໍ້​ມູນ​ປະ​ຫວັດ​ສາດ​ອັນ​ພຽງ​ພໍ​ສາມາດຢັ້ງ​ຢືນ​ວ່າ,​ໃນ​ສະ​ໄໝ​ລາຊະວົງ​ຊີ​ນ​ແລະ​ຮັ້ນ​​ເມື່ອ2000​ປີ​ກ່ອນ,ບັນພະບຸລຸດ​ຂອງ​ເຜົ່າ​ມົ້ງກໍ່​ໄດ້​ຕັ້ງ​ພູມ​ລຳ​ເນົາ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງແຂວງ​ຫູ​ນານ​ແລະ​ພາກ​ຕາ​ເວັນ​ອອກ​ຂອງແຂວງກຸ້ຍ​ໂຈ່​ວ​ເຊິ່ງຈົນ​ຮອດ​ຍັງ​ແມ່ນ​ເຂດ​ຕັ້ງ​ພູມລຳ​ເນົາ​ຢູ່​ຈຸ້ມ​ກັນຂອງ​​ພວກ​ເຂົາ​ເຈົ້າ,​​ໃນ​​ສະ​​ໄໝ​ນັ້ນ,ເຂດ​​ເຫຼົ່າ​ນີ້​ເອີ້ນ​ວ່າ​​"ອູ​ຊີ່".ສະ​ນັ້ນ​ກໍ​ເອີ້ນ​ຊົນ​​ເຜົ່າ​ສ່ວນ​ໜ້ອຍ​ຕ່າງໆ ​ເຊິ່ງລວມທັງ​ບັນພະບຸລຸດ​ຂອງ​ເຜົ່າມົ້ງທີ່​ອາ​ໄສ​ຢູ່​​ເຂດ​ດັ່ງກ່າວ​​​ເປັນ"​​ອູ​ຊີ່​ມານ".ຫຼັງ​ຈາກ​ນັ້ນ,ພວກ​ເຂົາ​ເຈົ້າ​ໄດ້​​ຍ້າຍ​ໄປ​ສູ່​ທິດ​ຕາ​ເວັນ​ຕົກ,​ແລ້ວ​ຄ່ອຍໆ​ຈໍ່ຕົວ​ເປັນ​ສະຖານະ​ການ​ແຈກຢາຍ​ກັນ​ໃນ​ປັດຈຸບັນ.​​

ຕໍ່​ໄປ​ພວກ​ເຮົາຂໍ​ແນະນຳ​ເຜົ່າ​ໄທ​ລື້​ຂອງ​ຈີນ.

ເຜົ່າ​ໄທ​ລື້​ຂອງ​ຈີນ​ຕົ້ນ​ຕໍ​ຢອງຢາຍ​ກັນ​ຢູ່​ກິ່ງ​ແຂວງ​ສິບ​ສອງ​ພັນ​ນາ​ເຜົ່າ​ໄທ​ລື້ປົກຄອງ​ຕົນ​ເອງ​,ກິ່ງ​ແຂ​ວງ​ເຕີ​ຮົງເຜົ່າ​ໄທ​ລື້​ເຜົ່າ​ຈີງ​​ໂຜ່ປົກຄອງ​ຕົນ​ເອງ​​,​ເມືອງ​ຕີ​ມາ​ເຜົ່າ​ໄທ​ລື້​ເຜົ່າ​ຫວາປົກ​ຄອງ​ຕົນ​ເອງ​​ແລະ​ເມືອງລຽບເຜົ່າ​ໄທ​ລື່​ເຜົ່າ​ລ່າ​ກູ​ເຜົ່າ​ຫວາ ປົກຄອງ​ຕົນ​ເອງ​​ແຂວງ​ຢຸນນານ.ນອກ​ນີ້,ຍັງ​​ຢອງ​ຢາຍ​ຕັ້ງ​ພູມລຳ​ເນົາ​ຢູ່​30ກວ່າ​ເມືອງຂອງ​ແຂວງ​ຢຸນນານ,​ເຊັ່ນ,​ເມືອງຊີ່​ນພີ​ງ,​ເມືອງ​ຢວນຈ່ຽງແລະ​ເມືອງ​ຈີ່ນພີ​ງ​ເປັນ​ຕົ້ນ.​ເຜົ່າ​ໄທ​ລື້ອາ​ໄສ​ຢູ່​​ເຂດ​ທົ່ງພຽງ​ລະຫວ່າງ​ພູ​ເຂົາຢູ່​​ເຂດມໍ່​​ແຖບ​ຮ້ອນ.ຕາມ​ສະຖິຕິ​ຂອງການ​ສຳ​ຫຼວດປະ​ຊາກອນ​ທົ່ວ​ປະ​ເທດ​ຈີນ​ຄັ້ງ​ທີ​5​ໃນປີ2000​ສະ​ແດງໃຫ້​ເຫັນ​ວ່າ,ປະຊາກອນ​​ເຜົ່າ​​ໄທ​ລື້​ມີ1​ລ້ານ1​ແສນ5​ໝື່ນ8​989ຄົນ.​ເວົ້າ​ພາສາ​ໄທ​ລື້,ຂຶ້ນ​ກັບສາຂາ​​ພາສາ​ຈ້ວງ​​ແລະ​ໄທ​ລື້ ໝວດ​ພາສາ​ຈ້ວງ​ແລະຕົ້ງ ຕະກຸນ​ພາສາ​ຈີນ​ຕິ​ເບ​ດ.​ເຜົ່າ​​ໄທ​ລື້​ນັບຖື​ພຸດ​ທະ​ສາສະໜານິກາຍ​ຫິນະ​ຍານ.​​

ໃນ​ປະ​ຫວດ​ສາດ​ຈີນ,​ເຜົ່າ​ໄທ​ລື້​ມີ​ຊື່​ຫຼາຍ​ຢ່າງ,ຫຼັງ​ຈາກ​ສະຖາປະນາ​ປະ​ເທດ​ຈີນ​ໃໝ່​ແລ້ວ,ອີງ​ຕາມ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ​ເຜົ່າ​ໄທ​ລື້,ຈິ່ງປ່ຽນ​ຊື່​ເປັນ"​​ໄທ​ລື້"ຢ່າງ​ເປັນ​ທາງ​ການ.​

ເຜົ່າ​ໄທ​ລື້​ມີ​ປະຫວັດຍາວ​ນານ,​ໃນ​ປື້​ມປະ​ຫວັດ​ສາ​ດຕົວ​ໜັງສື​ຮັ້ນ​ສະຕະວັດ​ທີ1ກ່ອນ​ຄ.ສ.​ກໍ່​ໄດ້​ບັນທຶກ​​ເນື້ອ​ໃນ​ກ່ຽວ​ກັບ​ບັນພະບຸລຸດ​ຂອງເຜົ່າ​​ໄທ​ລື້​. ປີ109ກ່ອນ​ຄ.ສ.,​ເຈົ້າ​ຊີວິດ​ອູ່​ຕີ້​ລາຊະວົງ​ຮັ້ນໄດ້​ຕັ້ງ​ລັດອີ້​ໂຈ່​ວ,​ເຂດ​​ເຜົ່າ​​ໄທ​ລື້ກໍ​ຢູ່​ໃນ​ບໍລິ​ເວນລັດອີ໋​ໂຈ່​ວ.ຈົນ​ຮອດ​ສະ​​ໄໝ​ລາຊະວົງ​ມີ​ງ​ແລະ​​ເຊັ່ງ​ໄດ້​ໃຫ້​ເຈົ້າ​ໜ້າ​ທີ່​ຊົ່ວຄາວ​ປົກຄອງ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​,ເຂດ​ເຜົ່າ​ໄທ​ລື້​ຈຶ່ງຄ່ອຍໆ​ຂຶ້ນ​ກັບລັດຖະບານ​ກາງ​ໂດຍ​ກົງ.​ໃນ​ສະ​​ໄໝ​ສາທາລະ​ນະລັດ​ຈີນ,ຢູ່​ເຂດ​​ເຜົ່າ​ໄທ​ລື້​ໄດ້​ສ້າງ​ຕັ້ງ​​ເມືອງ.

ບຸນ​ສົງການ​ແມ່ນ​ມື້ບຸນ​ທີ່​ມີ​ສີ​ສັນ​ພິ​ເສດຂອງ​ຊົນ​ເຜົ່າ​ໄທລື້,​ແມ່ນ​ປີ​ໃໝ່​ຂອງ​ຊາວ​ເຜົ່າໄທ​ລື້,ວັນ​​​​ເລ​ລາ​ແລະ​ພິທີ​ສະຫຼອງ​​​ລ້ວນ​ແຕ່ຄ້າຍຄື​ບຸ​ນສົງການ​ຂອງ​ລາວ​,​​ເນື່ອງ​ໃນ​ໂອກາດ​ປີ​ໃໝ່​ລາວ​ພຸດທະ​ສັງກາດ​ວຽນມາ​ເຖິງ​ນີ້,ພວກ​ເຮົາ​​ໄດ້​ຈັດ​ຫາ​ເອົາ​ເພງ​ທີ່ປະ​ຊາຊົນ​ເຜົ່າໄທ​ລື້​ສະຫຼອງ​ປີ​ໃໝ່​ມາ​ມອບ​ເປັນຄວາມ​ມ່ວນ​ຊື່ນ​ແດ່​ທ່ານ,​ເພັງ​ນີ້ຊື່ວ່າ"ຄວາມ​ອວຍພອນ​ບຸນ​ສົງການ",ທ່ານລອງ​ຟັງ​ເບິ່ງ​ດູ,​ຄ້າຍຄື​ບຸນ​ສົງການ​ຂອງ​ລາວ​ບໍ່? ​