ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-19 11:15:55    
ຊາວ​ຈີນ​ພົ້ນທະ​ເລ​ຕີ​ລາ​ຄາ​ສູງ​ຕໍ່​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ

cri Author: lm

ຕາມຂ່າວສານຊິນຮວາ: ໃນຫຼາຍມື້ມານີ້, ຊາວຈີນພົ້ນທະເລໄດ້ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ໄຂ​ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝັ່ງຊ່ອງ​ແຄບ​ໄຕ້​ຫວັນ, ​ແລະ​ໄດ້​ຕີ​ລາ​ຄາ​ສູງ​.

​ວັນ​ທີ 17 ​ເມສາ, ທ່ານ​ໂຈ່​ວຜິ​ງຢ້າວ ​ເລຂາທິການ​ສະມາຄົມ​ຊຸກ​ຍູ້​ໂຮມ​ຈີນ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ອັງກິດ​ກ່າວ​ວ່າ, ​ໃນ​ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າສອງ​ຝັ່ງຊ່ອງ​ແຄບ​ເທື່ອ​ນີ້, ນະ​ໂຍ​ບາຍ​ແລະ​ມາດ​ຕະການ 15 ລາຍ​ທີ່ຝ່າຍ​ແຜ່ນດິນ​ໃຫຍ່ສະ​ເໜີ​ອອກ​ມາ​ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝັ່ງ​ແລະ​ມີ​ຜົນ​ປະ​ໂຫຍ​ດຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ນັ້ນ, ​ໄດ້​ສອດ​ຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ​ໄຕ້​ຫວັນ​ຢ່າງ​ສົມບູນ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ລະ​ຫວ່າງ​ສອງ​ຝັ່ງ​ມີ​ແຕ່​ຂະຫຍາຍ​ການ​ພົວພັນ​ອັນ​ມີ​ໄມຕີ​ຈິດ​ຕໍ່​ກັນທໍ່​ນັ້ນ, ປະ​ຊາ​ຊົນ​ຈຶ່ງ​ຈະ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ສະຫງົບສຸກ.

ທ່ານຫຼຽງ​ເວິ​ຍຫົງ ປະທານ​ສະມາຄົມ​ຊຸກ​ຍູ້​​ໂຮມຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນຂອງ​ກາ​ນາ​ດາ​ກ່າວ​ວ່າ, ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ​ໃໝ່ 4 ຂໍ້​ທີ່​ມີ​ລັກ​ສະ​ນະ​ລ້ຳ​ໜ້າກ່ຽວ​ກັບ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ, ນີ້​ຍ່ອມ​ຈະ​ມີ​ຜົນ​ສະ​ທ້ອນ​ອັນ​ເລິກ​ເຊິ່ງຍາວ​ໄກ​ຕໍ່​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບຢູ່​ຊ່ອງ​ແຄບ​ໄຕ້​ຫວັນ ຊຸກ​ຍູ້​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝັ່ງ.

ຫວ່າງ​ມໍ່ໆ​ນີ້ ສະມາຄົມຊຸກ​ຍູ້​ໂຮມ​ຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ​ຂອງໂອ​ຊີ​ອາ​ນີ​ແລະ​ອົສ​ຕຼາລີ​ກໍ່​ອອກ​ຖະ​ແຫຼງການ ຊົມ​ເຊີຍ​ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ສອງ​ຝັ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ເຕັມ​ເມັດ​ເຕັມ​ໜ່ວຍ, ​ແລະ​ກ່າວ​ວ່າ ຍິນ​ດີ​ທຳ​ຄວາມ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ, ບຸກ​ບືນ​ສູ້​ຊົນ​ເພື່ອຄັດຄ້ານ​ການ​ແບ່ງ​ແຍກ​ໃຫ້​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ ຊຸກ​ຍູ້​ການ​ໂຮມ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ ​ແລະ​ພັດທະນາ​ໂດຍສັນຕິ.