ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-19 14:12:48    
ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈີນ​ຍິ່ງ​ຫຼາຍ​ໄປ​ລົງ​ທຶນ​ພັດ​ທະ​ນາ​ທຸ​ລະ​ກິດ​ຢູ່​ອິນ​ໂດ​ເນ​ເຊຍ

cri
ຕາມ​ຂ່າວສານ​ຊີນ​ຮວາ,​ຕອນ​ຄ່ຳ​ວັນ​ທີ18​ເມສາ,​ຢູ່​ທີ່​ຊຽງ​ໄຮ້,​ໃນ​ເວລາ​ພົບ​ປະ​ທ່ານ​ເຊີນ​ລຽງ​ຢູ ເລຂາ​ຄະນະ​ພັກ​ນະຄອນ​ຊຽງ​ໄຮ້,​ທ່ານ​ຢູຊຸຟ ຄານ​ລາ ຮອງປະ​ທານາ​ທິບໍ​ດີ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,​ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈີນ​ຍິ່ງ​ຫຼາຍ​ໄປ​ລົງທຶນ​ພັດ​ທະນາ​ທຸລະ​ກິດ​ຢູ່​ອິນ​ໂດ​ເນ​​ເຊຍ.

ທ່ານ​ຢູຊຸຟ​ເວົ້າ​ວ່າ, ​ອິນ​ໂດ​ເນ​ເຊຍ​ສຸດ​ທີ່​ເອົາ​ໃຈ​ໃສ່​ນຳ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ຈີນ,​ຫວັງ​ວ່າ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໂດຍ​ສະ​ເພາະ​ແມ່ນ​ກັບ​ຊຽງ​ໄຮ້​ໃນ​ດ້ານ​ພະ​ລັງງານ ກຳ​ລັງ​ໄຟ​ຟ້າ​ແລະ​ການ​ທ່ອງ​ທ່ຽວ​ເປັນ​ຕົ້ນ.​ທ່ານ​ກ່າວ​ວ່າ, ​ອິນ​ໂດ​ເນ​ເຊຍ​ພວມ​ສຸມ​ກຳ​ລັງ​ພັດ​ທະ​ນາ​ເສດຖະ​ກິດ,​ຫວັງ​ຢາກ​ຖອດ​ຖອນ​ເອົາ ບົດ​ຮຽນ​ອັນ​ລ້ຳ​ຄ່າ​ຂອງ​ຈີນ​ໃນ​ການ​ສ້າງ​ສາ​ເສດຖະ​ກິດ​ແລະ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໃນ​ເຂດ​ພິ​ເສດ.

ທ່ານ​ເຊີນ​ລຽງ​ຢູ​ເວົ້າ​ວ່າ,​ໃນ​ຫຼາຍປີ​ມາ​ນີ້,​ເສດ​ຖະ​ກິດ​ຂອງ​ຊຽງ​ໄຮ້​ພັດ​ທະນາ​ຢ່າງ​ວ່ອງ​ໄວ,​ເຊື່ອ​ວ່າ​ຈະ​ມີ​ວິ​ສາ​ຫະກິດ​ຈີນ​ຫຼາຍ​ກວ່າ​ເກົ່າ​ເດີນ​ອອກ​ຈາກ​ປະ​ເທດ​ຕົນ,​ໄປ​ລົງທຶນ​ພັດ​ທະ​ນາ​ທຸລະ​ກິດ ຕັ້ງ​ໂຮງ​ງານ​ຢູ່​ແຫ່ງ​ອື່ນໆ​ຂອງ​ໂລກ​ຊຶ່ງ​ລວມ​ທັງ​ອິນ​ໂດ​ເນ​ເຊຍ.

ທ່ານ​ຢູຊຸຟ ຄາ​ນລາ​ແມ່ນ​ເດີນທາງ​ມາ​ຮອດ​ຊຽງ​ໄຮ້​ໂດຍ​ຍົນ​ສະ​ເພາະ​ໃນ​ຕອນ​ບ່າຍ​ວັນ​ທີ18​ເມສາ.