ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-19 15:05:37    
ນາງຈ່າງແຢ໋ກັບເພງທີ່ຂັບຮ້ອງໂດຍນາງ

cri


ທີ່ນີ້ ວິທະຍຸສາກົນແຫ່ງປະເທດຈີນ,ສະບາຍດີທ່ານຜູ່ຟັງທີ່ເຄົາລົບ,ຊົມເຊີຍທ່ານຮັບ
ຟັງລາຍການນັດພົບໃນວັນອາທິດຂອງພວກເຣົາ, ຂ້າພະເຈົ້າແມ່ນສົມບູນ,  ໃນລາຍ
ການມື້ນີ້ ຂ້າພະເຈົ້າຂໍສະເຫນີນາງຈ່າງແຢ໋ ນັກຮ້ອງຫນຸ່ມຂອງຈີນແລະເພງປະມານ
ຫນຶ່ງທີ່ນາງຂັບຮ້ອງສູ່ທ່ານຟັງ.

(ປ່ອຍເພງ)

ທີ່ທ່ານພວມຟັງຢູ່ນີ້ແມ່ນເພງກ້າວເຂົ້າສູ່ຍຸກໃຫມ່ ເຊິ່ງຂັບຮ້ອງໂດຍນາງຈ່າງແຢ໋.ເພງ
ນີ້ມີເນື້ອຮ້ອງກະທັດຮັດ,ທຳນອງລະບາຍອາລົມຢ່າງອອນຊອນ,  ສ່ອງແສງໃຫ້ເຫັນ ຄວາມກະຕືລືລົ້ນແລະນ້ຳໃຈບາກປັ່ນສູ້ຊົນຂອງປະຊາຊົນຈີນໃນຍຸກໃຫມ່.

(ປ່ອຍເພງຫມົດ)

ທີ່ທ່ານຟັງມານັ້ນແມ່ນເພງກ້າວເຂົ້າສູ່ຍຸກໃຫມ່ທີ່ຂັບຮ້ອງໂດຍນາງຈ່າງແຢ໋.

ນາງຈ່າງແຢ໋ແມ່ນນັກຮ້ອງຫນຸ່ມທີ່ດີເດັ່ນສົມຄວນໃນວົງການດົນຕີຊົນຊາດຂອງຈີນ.
ສຽງຂອງນາງແຈ່ມແຈ້ງອ່ອນຫວານ, ການຂັບຮ້ອງເຕັມໄປດ້ວຍຄວາມຮັກອັນຈິງໃຈ
ກະຕຸ້ນໃຈຄົນ,ໄດ້ຮັບຄວາມຊົມເຊີຍຈາກຜູ່ຟັງທົ່ວໄປ.ນາງຈ່າງແຢ໋ເກີດຢູ່ເມືອງຊາງ
ຊ່າແຂວງຫູຫນານຈີນ,ພໍ່ແມ່ຂອງນາງແມ່ນສິນລະປິນທັງຄູ່.ໂດຍໄດ້ຮັບຜົນສະທ້ອນ
ຈາກພໍ່ແມ່,ນາງຈ່າງແຢ໋ໄດ້ສະແດງໃຫ້ເຫັນພອນສະຫວັນດ້ານສິນລະປະມາແຕ່ນ້ອຍ.
ເມື່ອນາງ 5 ຂວບ,ນາງກໍ່ໄດ້ຂຶ້ນສະແດງຢູ່ເທິງເວທີແລ້ວ.14 ປີ ນາງໄດ້ເຂົ້າໂຮງ
ຮຽນສິນລະປະແຂວງຫູຫນານ, ຮຽນຮ້ອງງິ້ວທ້ອງຖິ່ນຂອງຈີນ.ປີ 1988,ນາງໄດ້ເສັງ
ເຂົ້າວິທະຍາຄານດົນຕີຈີນ, ຫລັງຈາກນັ້ນ 7 ປີ, ນາງໄດ້ຮຽນຈົບປະລິນຍາໂທວິຊາ
ສຽງດ້ວຍຜົນງານດີເດັ່ນ,ແລະໄດ້ເປັນອາຈານສອນໃນວິທະຍາຄານດັ່ງກ່າວ.

ໃນເວລາເປັນອາຈານສອນຢູ່ໂຮງຮຽນ, ນາງຈ່າງແຢ໋ກໍ່ໄດ້ໄປສະແດງຢູ່ເທິງເວທີ
ເລື້ອຍໆ.ນາງໄດ້ຮັບລາງວັນຫລາຍເທື່ອໃນການປະກວດເພງປະເພດຕ່າງໆຂອງຈີນ.ເພງກ້າວເຂົ້າສູ່ຍຸກໃຫມ່ແລະເພງສົມຫວັງທຸກຢ່າງທີ່ນາງຮ້ອງນັ້ນໄດ້ເຜີຍແຜ່ກັນໃນ
ທ້ອງຖິ່ນຕ່າງໆຂອງຈີນ, ການຂັບຮ້ອງຢ່າງອ່ອນຫວານສະຫນິດສະຫນົມຂອງນາງ
ໄດ້ເປັນພາບປະທັບໃຈອັນເລິກເຊິ່ງແກ່ຜູ່ຟັງ.

1  2  3