ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-19 15:15:41    
ສື່​ມວນ​ຊົນ​ພົ້ນ​ທະ​ເລ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ຫຼາຍມື້​ມາ​ນີ້,ສື່​ມວນ​ຊົນ​ພົ້ນທະ​ເລ​ທະຍອຍ​ກັນ​ພິມ​ບົດ​ຄວາມ,ຕີ​ລາ ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຝັ່ງ​ຊ່ອງ​​ແຄບ​ໄຕ້​ຫວັນທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ໃນ​ຫວ່າງ​ແລ້ວ​ນີ້​ແລະ​ການ​ພົບ​ປະ​ລະ​ຫວ່າງ​ທ່ານ​ຫູ​ຈິນ​ທ່າວ ປະ​ທານ​ປະ​ເທດ​ຈີນ​ກັບ​ທ່ານ​ລຽນ​ຈັ້ນ ປະ​ທານ​ກິ​ຕິ​ມະ​ສັກ​ພັກ​ກົກ​ມິນ​ຕັງ​ຈີນ,​​ໂດຍ​ເຫັນ​ວ່າ​ຄຳ​ປາ​ໄສ​ຂອງ​ທ່ານ​ຫູ​ຈິນ​ທ່າວ​ແລະ​ມາດ​ຕະການ​ໃຫ້​ຄວາມ​ສະ​ດວກ​ພິ​ເສດ​ຕ່າງໆ​ທີ່​ຈີນ​ອຳ​ນວຍ​ແກ່​ໄຕ້​ຫວັນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​​ແທ້​ຈິງ​ຂອງ​ແຜ່ນ​ດິນ​ໃຫຍ່​ທີ່​ມີ​ຕໍ່​ປະ​ຊາ​ຊົນ​ໄຕ້​ຫວັນ,​ກຳ​ລັງ​ປອດ​ໄສ​ຂອງ​​ແຜ່ນ​ດິນ​ໃຫຍ່​ແລະ​ໄຕ້​ຫວັນ​ໄດ້​ເລີ່ມ​ມີ​ການ​ຮ່ວມ​ມື​ທີ່​ບັງ​ເກີດ​ຜົນ​ແລ້ວ.

ໜັງສືພິມ​​ກົມ​ເມີ​ຊັນດ໌ຂອງຣັດ​ເຊຍ​ພິມ​ບົດ​ຄວາມ​ຂຽນ​ວ່າ,​ການ​ພົວພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ແຜ່ນ​ດິນ​ໃຫຍ່​ກັບ​ໄຕ້​ຫວັນ​​ຈີນ​ພວມ​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ,​ໄດ້​ລື່ນ​ກາຍ​ລະ​ດັບ​ການ​ເມືອງ​ລະ​ຫວ່າງ​ສອງ​ຝັ່ງ​ຢ່າງ​ຫຼວງ​ຫຼາຍ.

ໜັງ​ສື​ພິມ​ພາສາ​ຈີນຫຼາຍສະບັບ​ຂອງ​ອິນ​ໂດ​ເນ​ເຊຍ​ລ້ວນ​ແຕ່​ໄດ້ພິມ​ບົດ​ຄວາມ​ແລະ​ຮູບ​ຖ່າຍ​ທີ່​ກ່ຽວ​ຂ້ອງ​ຢ່າງ​ລຽນ​ຕິດ​ໃນ​ໜ້າ​ສຳ​ຄັນ​ຂອງ​ໜັງ​ສື​ພິມ,​ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ,​ປະ​ຈັກ​ຕາ​ຄົນ​ທີ່​ສຸດ.​ໜັງ​ສື​ພິມ​ຢາ​ກາກ​ຕາ​ພົສດ໌​ພາ​ສາ​ອັງ​ກິດ​ໄດ້​ບັນ​ລະ​ຍາຍ​ສະ​ພາບ​ທ່ານ​ຫູ​ຈິນ​ທ່າວ​ພົບ​ກັບ​ທ່ານ​ລຽນ​ຈັ້ນ,​ແລະ​ໄດ້​ຄາດ​ຄະ​ເນ​ອະ​ນາ​ຄົດ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ.

ໜັງສືພິມ​ຊິງ​ສຽນ​ຢື້​ປ້າວ​ຂອງ​ໄທ​ພິມ​ບົດ​ຄວາມ​ໂດຍ​ຊີ້​ອອກ​ວ່າ,ຂໍ້​ສະ​ເໜີ​ສີ່​ຂໍ້​ກ່ຽວ​ກັບ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ສອງ​ຝັ່ງ​ໂດຍ​ສັນ​ຕິ​ຂອງ​ທ່ານ​ຫູ​ຈິນ​ທ່າວ​ໄດ້​ວາດ​ພາບ​ອະ​ນາ​ຄົດ​ອັນ​ເປັນ​ປະ​ຫວັດ​ການ​ໃໝ່​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ.​ສື່​ມວນ​ຊົນ​ໄທ​ຍັງ​ຊີ້​ອອກ​ວ່າ,​ການ​ແລກ ປ່ຽນ​ແລະ​ການ​ອາ​ໄສ​ເຊິ່ງ​ກັນ​ແລະ​ກັນ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ຝັ່ງ​ໄດ້​ກາຍ​ເປັນ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ທີ່​ຕ້ອງ​ເປັນ​ໄປ.