ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-20 10:15:27    
ທ່ານ​ຫູ​ຈີນ​ທາວ​ພົບ​ປະ​ຜູ້​ຊ່ຽວ​ຊານ​ແລະ​ນັກ​ປາດ​ຈີນ​ແລະ​ອາ​ເມ​ລິ​ກາ

cri
ຕາມ​ຂ່າວCRI, ວັນ​ທີ19​ເມສາ, ຢູ່​ຊີ​ແອັດ​ໂທ, ທ່ານ​ຫູ​ຈີນທາວ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ຜູ້​ຊ່ຽວຊານ​ແລະ​ນັກປາດ​ຂອງ​ຈີນ​ແລະ​ອາ​ເມ​ລິ​ກາ​ທີ່​ເຂົ້າ​ຮ່ວມ​ງານ​ສຳ​ມະ​ນາກ່ຽວ​ກັບ​ອະນາຄົດ​ແຫ່ງ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​ຂອງ​ຈີນ​ແລະ​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ພ້ອມ​ທັງ​ໄດ້ກ່າວ​ຄຳ​ປາ​ໄສ.

ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ, ຈີນ​ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິຢ່າງ​ບໍ່​ປ່ຽນ​ແປງ. ປະ​ເທດຈີນ​ທີ່​ພັດທະນາ​ໂດຍ​ສັນຕິ​ແມ່ນ​ກຳລັງ​ສຳຄັນ​ທີ່​ຊຸກ​ຍູ້​ສັນຕິພາບ, ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ອາຊີ​ປາຊິ​ຟິກ​ແລະ​ຂອງ​ໂລກ, ທັງ​ຈະ​ນຳ​ເອົາ​ໂອກາດ​ປະຫວັດສາດ​ມາ​ໃຫ້ການ​ຂະຫຍາຍ​ການ​ພົວພັນ​ຈີນ​ອາ​ເມລິ​ກາ. ມີ​ແຕ່​ເຂົ້າ​ໃຈ​​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​ຂອງ​ຈີນ​ຢ່າງ​ແທ້​ຈິງ​ແລ້ວ, ຈິ່ງ​ຈະ​ຮູ້​ຈັກທິດ​ເດີນ​ໃນ​ອະນາຄົດ​ຂອງ​ຈີນ​ຢ່າງ​ເລິກ​ເຊິ່ງ, ກຳ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຮ່ວມ​ຂອງ​ຈີນ​ແລະ​ອາ​ເມ​ລິ​ກາ​ໄວ້​ໃຫ້​​ແໜ້ນ, ຊຸກຍູ້​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​​ໃຫ້ຂະຫຍາຍຕົວ​ຢ່າງ​ປອດ​​ໃສ​ແລະ​ໜັກແໜ້ນ​ເລື້ອຍໆ.

ວັນ​ທີ19​ເມສາ, ທ່ານ​ຫູ​ຈີນ​ທາ​ຍັງໄດ້​ໄປ​ທັດ​ສະນາ​ຈອນ​ໂຮງ​ປະກອບ​​ເຮືອບິນ​ຂະໜາດ​ໃຫຍ່ຂອງ​ບໍລິສັດ​ໂບອີງ. ທ່ານ​ອວຍພອນ​ໃຫ້ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າຈີນ​ອາ​ເມ​ລິ​ກາ​ຈົ່ງ​ພືປີກ​ເຫາະ​ເຫີ​ນຄືກັນ​ກັບ​ເຮືອບິນ​ໂບອີງ​.

ສື່​ມວນ​ຊົນ​ເຢຍລະ​ມັນ​ແລະ​ອັງກິດ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຂອງ​ທ່ານ​ຫູ​ຈີນ​ທາວ​ຄັ້ງ​ນີ້​, ຕ່າງ​ໄດ້​ພິມ​ບົດ​​ວິຈານ​ທີ່​ກ່ຽວຂ້ອງ​ໃນ​ວັນ​ທີ18​ແລະ​ວັນ​ທີ19​ເມສາ.