ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-20 10:54:30    
ຜູ້​ແທນ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ລື້​ມວ່າ ຈີນ​ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​ຕ້ານ​ການ​ກໍ່​ການ​ຮ້າຍ​ສາ​ກົນ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 19 ​ເມສາ, ທ່ານ​ວາງ​ກວ່າ​ງຢ້າ ຜູ້​ແທນ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ເວົ້າ​ວ່າ, ຈີນ​ສະໜັບ​ສະໜູນ​ການ​ຮ່ວມ​ມື​ຕ້ານ​ການ​ກໍ່​ການ​ຮ້າ​ຍສາກົນ​ທີ່​ມີ​ອົງການ​ສະຫະ​ປະຊາ​ຊາດ​ເປັນ​ແກນ​ກາງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍິນ​ດີ​ສ້າງ​ແທ່ນ​ຮ່ວມ​ມືກັບປະ​ເທດ​ອື່ນໆ​ທີ່​ເຊັນສົນ​ທິ​ສັນຍາ​ໂດຍ​ຜ່ານ "ສົນທິ​ສັນຍາ​ສາກົນ​ທີ່​ເກືອດ​ຫ້າມ​ການ​ໃຫ້​ການ​ຊ່ອຍ​ເຫຼືອ​ດ້ານ​ທຶນຮອນ​ແກ່​ລັດ​ທິ​ກໍ່​ການ​ຮ້າ​ຍ".

ວັນ​ທີ 19 ​ເມສາ, ຢູ່​ສຳນັກງານ​​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ນິວຢອກ, ທ່ານ​ວາງ​ກວ່າ​ງຢ້າ​ໄດ້​ມອບ​ສານ​ອະນຸມັດ​ຈີນ​ເຂົ້າ​ຮ່ວມ "ສົນທິ​ສັນຍາ​ສາກົນ​​ເກືອດ​ຫ້າມການ​ໃຫ້ການ​ຊ່ອຍ​ເຫຼືອດ້ານ​ທຶນ​ຮອນ​ແກ່​ລັດທິ​ກໍ່​ການ​ຮ້າ​ຍ"​ ​ໃຫ້​ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຕາມຫຼັງ, ທ່ານ​ເວົ້າ​ວ່າ, ລັດທິ​ກໍ່​ການ​ຮ້າ​ຍ​ແມ່ນ​ການ​ຂົ່ມ​ຂູ່​ອັນຮ້າຍ​ແຮງທີ່​ສຸດ​ຕໍ່​ສັນຕິພາບ​ແລະ​ຄວາມ​ປອດ​ໄພ​ຂອງ​ໂລກ. ປະຊາ​ຄົມ​ໂລກ​ໄດ້​ນັບ​ມື້​ນັບ​ຮູ້​ຈັກ​ຄວາມ​ສຳຄັນ​ຂອງ​ການ​ຕັດ​ແຫຼ່ງ​ທຶນ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ, ​ເຊັນ​ "ສົນທິ​ສັນຍາ​ສາກົນ​​ເກືອດ​ຫ້າມ​ການ​ໃຫ້​ການ​ຊ່ອຍ​ເຫຼືອ​ດ້ານ​ທຶນຮອນ​ແກ່ລັດທິ​ກໍ່​ການ​ຮ້າ​ຍ" ກໍ່​ແມ່ນຄວາມ​ພະຍາຍາມທີ່​ສຳຄັນ​​ລາຍໜຶ່ງ​ຂອງ​ປະຊາ​ຄົມ​ໂລກ​ໃນ​ດ້ານ​ນີ້.