ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-20 11:42:38    
ເວທີ​ປາ​ໄສ​ໄຕ້​ຫວັນ​ຮົງ​ກົງ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ຢູ່​ຮົງ​ກົງ

cri
ຕາມ​ຂ່າວສານ​ຊີນຮວາ,​ວັນ​ທີ19​ເມສາ,​ເວທີ​ປາ​ໄສ​ໄຕ້ຫວັນ​ຮົງ​ກົງ​ໄດ້​ໄຂ​ຂຶ້ນ​ຢູ່​ຮົງ​ກົງ.

ຫົວ​ຂໍ້​ຂອງ​ເວ​ທີ​ປາ​ໄສ​ແມ່ນ,​ຊຸກຍູ້​ການ​ແລກປ່ຽນ​ລະຫວ່າງ​ໄຕ້​ຫວັນ​ກັບ​ຮົງ​ກົງ​ໃນ​ດ້ານ​ການ​ລົງ​ທຶນ ການ​ຄຸ້ມ​ຄອງ​ການ​ທະນາ​ຄານ​ແລະ​ການ​ທ່ອງ​ທ່ຽວ​ເປັນ​ຕົ້ນ​ໃຫ້​ລົງ​ສູ່​ລວງ​ເລິກ.​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ຢູ່​ເວທີ​ປາ​ໄສ,​ທ່ານ​ຈ່ຽງປິງ​ຄຸ່ນ ຮອງ​ປະ​ທານ​ພັກ​ກົກ​ມີນຕັງ​ຈີນ​ກ່າວ​ວ່າ,ນະ​ໂຍບາຍ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ຕໍ່​ພາຍ​ນອກ​ຂອງ​ແຜ່ນ​ດິນ​ໃຫຍຈີນ​ໄດ້​ເຮັດ​ເສດ​ຖະກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝັ່ງ​ກັບ​ຮົງ​ກົງ​ຈໍ່​ຕົວ​ເປັນ​ສະ​ພາບ​ທີ່​ສາມ​ຝ່າຍ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍດ.​ໃນ​ຫຼາຍ​ປີ​ມາ​ນີ້,​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ໄດ້​ຈຳກັດ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ລະຫວ່າງ​ສອງ​ຝັ່ງ​ໃນ​ດ້ານ​ເສດ​ຖະກິດ​ການ​ຄ້າ,ການ​ປະຕິ​ບັດ ການຈັດ​ວາງ​ກ່ຽວ​ກັບ​ສ້າງ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ໃຫ້​ແໜ້ນ​ແຟ້ນ​ກວ່າ​ເກົ່າ​ລະ​ກວ່າງ​ເຂດ​ໃນ​ກັບ​ຮົງ​ກົງ​ລົງ​ສູ່​ລວງ​ເລິກ,​ໄດ້​ເຮັດ​ໃຫ້ນັກ​ທຸລະກິດ​ໄຕ້​ຫວັນ​ຜ່ານ​ຮົງ​ກົງເຂົ້າ​ສູ່​ຕະຫຼາດ​ແຜ່ນ​ດິນ​ໃຫຍ່​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ບຸກຄົນ​ຮ່ວມ​ປະຊຸມ​ພາກັນ​ຊີ້​ອອກ​ວ່າ,​ວິ​ສາ​ຫະກິດ​ທຶນ​ໄຕ້​ຫວັນ​ສາ​ມາດ​ສ້າງ​ຕັ້ງ​ແຫຼ່ງ​ຜະ​ລິດ​ດ້ວຍ​ທ່າ​ແຮງ​ທີ່ຕົ້ນ​ທຶນ​ຕ່ຳຂ​ໃນ​ແຜ່ນ​ດິນ​ໃຫຍ່,​ສວຍ​ໃຊ້​ຕະຫຼາດ​ທຶນສາ​ກົນ​ຂອງ​ຮົງ​ກົງ​ເປັນ​ແທ່ນ​ລະດົມ​ທຶນ.​ຕະ​ຫຼາດ​ແຜ່ນ​ດິນ​ໃຫຍ່​ສາມາດ​ອຳນວຍ​ໂອກາດ​ອັນ​ດີ​ງາມໃຫ້​ວິ​ສາ​ຫະກິດ​ໄຕ້​ຫວັນ​ແລະ​ຮົງ​ກົງ​ກາຍ​ເປັນ​ວິ​ສາ​ຫະກິດ​ລະດັບ​ສາກົນ​ແລະ​ບຸກ​ເບີກ​ອຸດສາ​ຫະກຳ​ໃໝ່.