ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-20 13:37:56    
ທ່ານ​ຫູ​ຈິນ​ທ່າວ​ເດີນ​ທາງ​ໄປ​ຮອດ​ວໍ​ຊິງ​ຕັນ,​ສືບ​ຕໍ່​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ທາງ​ລັດ​ຖະ​ກິດ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ19​ເມສາ​ເວລາ​ທ້ອງ​ຖິ່ນ,ທ່ານ​ຫູ​ຈິນທ່າວ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ໄປ​ຮອດ​ວໍ​ຊິງ​ຕັນ ນະ​ຄອນ​ຫຼວງອາ​ເມ​ລິ​ກາ,ສືບຕໍ່​ຢ້ຽມຢາມ​ອາ​ເມ​ລິ​ກາ​ທາງ​ລັດຖະກິດ.

ຢູ່​ວໍ​ຊິງ​ຕັນ,ທ່ານ​ປະທານ​ຫູ​ຈິນທ່າວ​ຈະ​ເຂົ້າຮ່ວມ​ພິທີ​ຕ້ອນຮັບ​ທີ່​ທ່ານ​ປະທານາທິບໍດີ​ບຸ​ສຈັດ​ຂຶ້ນ​ເພື່ອ​ເປັນ​ກຽດ​ແກ່​ທ່ານ​ທີ່​ຢ້ຽມຢາມ​,​ແລະເຈລະຈາ​ກັບ​ທ່ານ​ບຸ​ສ,ພົບ​ປະ​ຜູ້ນຳ​ອື່ນໆ​ຂອງອາ​ເມ​ລິ​ກາ,​ແລກປ່ຽນ​ຄວາມ​ເຫັນ​ກ່ຽວກັບ​ການ​ພົວພັນ​ສອງ​ຝ່າຍ​ພ້ອມ​ດ້ວຍບັນຫາ​ພາກ​ພື້ນ​ ສາກົນ​ທີ່ສົນ​ໃຈ​ນຳ​ກັນ.

ພາຍ​ຫຼັງຢ້ຽມຢາມ​ວໍ​ຊິງ​ຕັນ​ແລ້ວ,ທ່ານ​ຫູ​ຈິນທ່າວ​ຍັງ​ຈະ​ໄປ​ກ່າວ​ປາຖະກະຖາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​​ເຢວລ໌.

ຫວ່າງ​ແລ້ວ​ນີ້,​ໃນ​ເວລາ​ຮັບ​ການ​ສຳພາດ​ຮ່ວມຂອງ​ນັກ​ຂ່າວຈີນ​ແລະ​ອາ​ເມ​ລິ​ກາ,ທ່າ​ນລິ​ຊາດ ​ເລ​ວິນ ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​​ເຢວລ໌​ເວົ້າ​ວ່າ,​ທ່ານ​ຮູ້ສຶກ​ຕື່ນ​ເຕັ້ນ​ແລະ​ມີ​ກຽດ​ທີ່​ສຸດ​ທີ່​ທ່ານ ປະ​ທານ​ຫູ​ຈິນທ່າ​ວ​ໄດ້​ເລືອກ​ເອົາ​ມະ​ຫາ​ວິ​ທະ​ຍາ​ໄລ​​ເຢວລ໌​ເປັນ​ບ່ອນ​ກ່າວ​ປາ​ຖະ​ກະ​ຖາ,​ທ່ານ​ເຫັນ​ວ່າ,ທັງ​ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ,​ທ່ານ​ປະ​ທານ​ຫູ​ຈິນ​ທ່າວ ລັດ​ຖະ​ບານ​ຈີນ​ແລະ​ປະ​ຊາ​ຊົນ​ຈີນ​ເອົາ​ໃຈ​ໃສ່​ນຳ​ການ​ສຶກ​ສາ.​ທຸກ​ຄົນ​ໃນ​ໂຮງ​ຮຽນ​ລ້ວນ​ແຕ່​ຄອງ​ຄອຍ​ທ່ານ​ປະ​ທານ​ຫູ​ຈິນ​ທ່າວ​ມາ​ຢ້ຽມ​ຢາມ.