ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-20 15:10:49    
ຈີນ​ອາ​ເມ​ລິ​ກາ​ເຊັນ​ແຜນການ​ຮ່ວມ​ມື​ກ່ຽວ​ກັບ​ໂຄງ​ການ​ພາ​ສາ​ແລະ​ວັດ​ທະ​ນະ​ທຳ​ຈີນ

cri
ຕາມ​ຂ່າ​ວສານ​ຊິ​ນຮວາ, ວັນ​ທີ19​ເມສາ, ຢູ່​ທີ່​ນິວຢອກ, ຫ້ອງການ​ໜ່ວຍ​ນຳພາ​ການ​ສິດສອນ​ພາສາ​ຈີນ​ຕໍ່​ຕ່າງປະ​ເທດ​ແຫ່ງ​ຊາດ​ຈີນ​​ກັບ​ສະພາ​ມົນຕີ​ມະຫາວິທະຍາ​ໄລ​ອາ​ເມ​ລິ​ກາ​ໄດ້​ເຊັນ​ແຜນການ​ຮ່ວມ​ມື​ກ່ຽວ​ກັບ​ໂຄງການ​ພາສາ​ແລະ​ວັດທະນະທຳ​ຈີນ​ສະບັບ​ໜຶ່ງ​​ເປັນ​ເວລາ5​ປີ.

ຕາມ​ແຜນການ​ດັ່ງກ່າວ, ​ເພື່ອ​ແກ້​ໄຂ​ບັນຫາ​ທີ່ຄູສອນ​ພາ​ສາ​ຈີນ​ໃນ​ໂຮງຮຽນ​ອາ​ເມ​ລິ​ກາ​ຂາດ​ເຂີນ​ຢ່າງ​ໜັກໜ່ວງ, ​ໃນ3​ປີ​ຂ້າງ​ໜ້າ, ຈີນ​ຈະ​ແຕ່ງ​ຄູ150​ຄົນ​ໄປ​ສິດສອນ​ຢູ່​​ໂຮງຮຽນ​ມັດທະຍົມ​ອາ​ເມ​ລິ​ກາ​ຊົ່ວຄາວ, ​ແລະ​ອອກທຶນ​ອຸດ​ໜູນ​ນັກຮຽນ​ອາ​ເມ​ລິ​ກາ​300ຄົນທີ່ຍິນ​ດີສອນ​ພາສາ​ຈີນນັ້ນ​ເສັງ​ເອົາ​ໜັງ​ສື​ຢັ້ງຢືນຄຸນ​ວຸດ​ທິຄູ​ສອນ​ພາສາ​ຈີນ​ຂອງ​ອາ​ເມ​ລິ​ກາ, ​ເພື່ອ​ຮັບປະກັນ​ໃຫ້​ໂຄງການ​ດັ່ງກ່າວ​ດຳ​ເນີນ​ຕໍ່ໄປ​ໄດ້ຫຼັງ​ຈາກ​ຄູ​ຈີນ​ກັບ​ຄືນ​ປະ​ເທດ​ແລ້ວ.

​ໃນ​ພິທີ​ລົງ​ນາມ, ທ່ານ​ຄາສຕັນ ຄາ​ເປີ​ຕັນ ປະທານ​ສະພາ​ມົນຕີ​ມະຫາວິທະຍາ​ໄລ​ອາ​ເມ​ລິ​ກາ​ກ່າວ​ວ່າ, ​ໂຄງການ​ດັ່ງກ່າວ​ມີ​ຜົນ​ດີ​ຕໍ່​ນັກຮຽນ​ອາ​ເມ​ລິ​ກາ, ມີ​ຜົນ​ດີ​ຕໍ່​ອາ​ເມ​ລິ​ກາ​ແລະ​ມີ​ຜົນ​ດີ​ຕໍ່​ໂລກ​ໃນ​ສະຕະວັດ​ທີ21.