ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-20 15:35:13    
ນາງສິຢີ້ຮວາ--ລາ​ຊີ​ນີ​​ໝາກ​​ເສິກ​ສາ​ກົນ​ລະ​ດັບ​ໂລກ​ຜູ່​ທີ 3 ຂອງ​ຈີນ(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ​ຫວ່າງ​ບໍ່​ດົນ​ນີ້, ​ງານ​ແຂ່ງຂັນ​ໝາກ​​ເສິກ​ສາກົນ​ເພດ​ຍິງ​ຊີງ​ຊະນະ​​ເລີດ​ໂລກ​ປີ 2006 ​ໄດ້ສິ້ນ​ສຸດ​ລົງ​.​ ນາງ​ສິຢີ້ຮວາ ນັກ​ກິລາ​ຈີນ​​ຊີງ​ໄດ້​ແຊມ​ປຽນ, ​ເລີຍ​ກາຍ​ເປັນ​ລາ​ຊີ​ນີ​​ໝາກ​ເສິກ​ສາກົນ​ລະດັບ​ໂລກຜູ່​ທີ 3 ຂອງ​ຈີນ ​ເຊິ່ງຖັດ​ຈາກ​ນາງ​ເຊ້​ຈິ່ນ​ແລະ​ນາງ​ຈູ່​ເສິນ. ​ໃນ​ລາຍການ​ໂລກ​ກິລາ​ພາກ​ນີ້, ພວກ​ເຮົາ​ຈະ​ສະ​ເໜີ​ນັກ​ກິ​ລາ​ໝາກ​​ເສິກ​ສາ​ກົນ​ທີ່​ຄົນ​ທັງ​ຫຼາຍ​ຍັງບໍ່ທັນຮູ້ຈັກ​​ປານ​ໃດຜູ່​ນີ້ສູ່​ທ່ານ​ຟັງ.

ວັນ​ທີ 25 ມີນາ, ​ໃນງານ​ແຂ່ງຂັນ​ໝາກ​​ເສິກ​ສາກົນ​ເພດ​ຍິງ​ຊີງ​ຊະນະ​ເລີດ​ໂລກ​ທີ່ຈັດ​ຂຶ້ນ​ຢູ່​ເອຄາ​ເຕຣິນບວກ​ແຫ່ງຣັດ​ເຊຍ, ນາງ​ສິຢີ້ຮວາ ນັກ​ກິລາ​ຈີນ​ໄດ້​ເອົາ​ຊະນະ​ນັກ​ກິລາ​ລະ​ດັບ​ໂລກ 6 ຄົນ​ຢ່າງ​ຕໍ່​ເນື່ອງ, ​ແລ້ວ​ຊີງໄດ້​​ແຊມ​ປຽນ. ​ເລື່ອງ​ທີ່​ຕ້ອງ​ກ່າວ​ເຖິງ​ນັ້ນ​ແມ່ນ ​ໃນ​ເວ​ລາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ເທື່ອ​ນີ້, ນາງ​ສິຢີ້ຮວາ​​ໄດ້ຖືພາ​ມາ 4 ​ເດືອນ​ກວ່າແລ້ວ, ນີ້​ເຮັດ​ໃຫ້​ການ​ຊີງ​ເອົາ​ແຊມ​ປຽນ​ຂອງ​ນາງ​ຍິ່ງ​ມີ​ສີສັນ​ອັດສະຈັນ.

ນາງສິຢີ້ຮວາ​ເກີດ​ຢູ່​ແຂວງ​ເຈີ້​ຈ່ຽງ ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ, ມີ​ນິ​ໄສ​ງຽບ​ທຸ່ນ​ທ່ຽງ. ​ໃຕ້​ຜົນສະທ້ອນ​ຂອງ​ພໍ່, ນາງ​ສິຢີ້ຮວາ​ເລີ່​ມຮ່ຳຮຽນໝາກ​​ເສິກ​ສາກົນ​​ເມື່ອ​ອາຍຸ 6 ຂວບ, ​​ໃນ​ເວ​ລາ​ບໍ່​ດົນ​ປານ​ໃດ ນາງ​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ພອນ​ສະຫວັນ​ລື່ນ​ຄົນ​ອື່ນ, ​ອາຍຸ​ 13 ປີ, ນາງ​ກໍ່​​ໄດ້ຖືກ​ເລືອກ​ເຂົ້າທີ​ມຝຶກ​​ແຫ່ງຊາດ​ຈີນ.

ຜູ່​​ລື້​ງກັບ​ນາງ​ສິຢີ້ຮວາ​ລ້ວນ​ແຕ່​ຮູ້​ວ່າ, ນາງ​ສິຢີ້ຮວາມົວ​ເມົາ​ນຳ​ການຫຼິ້ນໝາກ​​ເສິກ​ສາ​ກົນ​ທີ່​ສຸດ, ນີ້​ກໍ່​ແມ່ນ​ສາ​ເຫດ​ທີ່​ນາງ​ຍຶດໝັ້ນ​ເຂົ້າຮ່ວມ​ງານ​ແຂ່ງຂັນ​ຊີ​ງຊະນະ​ເລີດ​ໂລກ​ໃຕ້​ກໍ​ລະ​ນີ​ນາງ​ຖືພາ​ມາຫຼາຍ​ເດືອນແລ້ວ. ຕໍ່​ການ​ຕົກລົງ​ທີ່​ມີ​ຄວາມ​ສ່ຽງ​ດັ່ງກ່າວ, ຄອບຄົວ​ຂອງ​ນາງ​ໄດ້​​ໃຫ້​ການສະ ໜັບສະໜູນອັນ​ມະຫາສານ. ທ່ານ​ລິວ​ຊິ່ງ ສາມີ​ຂອງ​ນາງ​ສິຢີ້ຮວາ​ໄດ້​ທວນ​ຄືນ​ວ່າ: ກ່ອນ​ອື່ນ ​ເພິ່ນເອງ​ຢາກ​ໄປ​ເຂົ້າຮ່ວມ​ການ​ແຂ່ງຂັນ​ທີ່​ສຸດ, ສອງ ພວກ​ຂ້າ​ພະ​ເຈົ້າ​ໄດ້​ຂໍ​ຄວາມ​ເຫັນ​ນຳ​ທ່ານ​ໝໍ​ຫຼາຍທ່ານ, ທ່ານໝໍລ້ວນ​ແຕ່​ກ່າວ​ວ່າ​ໃນ​ຊ່ວງ​ໄລ​ຍະ​ນີ້​ບໍ່​ມີ​ບັນຫາ, ​ເພາະ​ວ່າ​ຖື​ພາ​ມາ​ 4 ​ເດືອນ​ປາຍ ຍັງ​ຢູ່​ໃນ​ໄລຍະ​ປອດ​ໄພ, ພວກ​ຂ້າ​ພະ​ເຈົ້າ​ກໍ່​ເຫັນ​ວ່າ​ຄວນ​ໃຫ້​​ເພິ່ນ​ໄປ​​ສູ້​ຊົນ​ເອົາ.

​ເມື່ອ​ທຽບ​ກັບ​ນາງ​ເຊ້ຈິ່ນ​ແລະ​ນາງ​ຈູ່​ເສິນ ລາ​ຊີ​ນີໝາກ​​ເສິກ​ສາກົນ​ຂອງ​ຈີນ​ອີກ​ສອງ​ຄົນ​ແລ້ວ, ຄຸນ​ນະ​ທຳ​ປະຈຳ​ຕົວ​ຂອງນາງ​ສິຢີ້ຮວາ​​ແຕກ​ຕ່າງ​ກັນກັບ​ພວກ​ເພິ່ນຫຼາຍ, ນາງ​ເຊ້​ຈິ່ນ ລາ​ຊີ​ນີໝາກ​​ເສິກ​ສາກົນ​ລະດັບໂລກ​ຂອງ​ຈີນຜູ່​ທຳ​ອິດ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຊາ​ວຈີນ ອັນ​ໄພສານດ້ວຍ​ກິລິຍາ​ວາຈາ​ອັນ​ອ່ອນ​ນ້ອມ​ສຸພາບ. ສ່ວນນາງ​ຈູ່​ເສິນ ລາ​ຊີ​ນີໝາກ​​ເສິກ​ສາກົນ​ລະດັບ​ໂລກ​ຂອງ​ຈີນ​ອີກ​ຜູ່​ໜຶ່ງ ຫົວ​ໄວ​ຄ່ຽມຄົມ​ແລະ​ພິກ​ໄຫວ ມີ​ພາບ​ປະ​ທັບ​ໃຈ​ທີ່​ເປັນ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ສຳລັບສາທາລະນະຊົນ. ສ່ວນ​ນາງ​ສິຢີ້ຮວາ​ພັດ​ບໍ່​ມັກ​ປາກ​ມັກ​ເວົ້າ. ​ແຕ່​ທີ່​ຈິງ​ແລ້ວ, ​ໃນຫຼາຍປີ​ມາ​ນີ້ ນາງ​ສິຢີ້ຮວາ​ໄດ້​ຍຶດໝັ້ນ​ແຕ່ງ​ບົດ​ໂດຍ​ຕະຫຼອດ, ​ແລະ​ຕັ້ງຄໍ​ລຳ​ຂອງ​ຕົນໃນ​ໜັງ​ສືພິມ​ແລະ​ວາລະສານຫຼາຍສະບັບ. ທ່ານ​ເຢ້ຈ່ຽງສ່ວນ ຄູ​ຝຶກ​​ໃຫຍ່​ທີ​ມໝາກ​ເສິກ​ສາກົນ​ແຫ່ງຊາດຈີນ​ເວົ້າວ່າ: ​ນາງ​ສິ​ຢີ້​ຮວາ​ເກີດ​ຢູ່​ໃນ​ຄອບຄົວ​ນັກຮຽນ​ຮູ້, ພໍ່​ຂອງນາງແມ່ນ​ຄູ. ​ໃນ​ພາບ​ປະ​ທັບ​ໃຈ​ຂອງ​ຂ້າພະ​ເຈົ້າ, ນາງ​ສິ​ຢີ້​ຮວາ​ບໍ່​ຊ່າງ​ເວົ້າ, ​ແຕ່​ແຕ່ງ​ບົດ​ດີຫຼາຍ, ​ແມ່ນ​ນັກ​ກິລາ​ໝາກ​ເສິກ​ສາກົນ​ທີ່​ດຶກ​ໃນ.

​ເຖິງ​ວ່າ​ກ່ອນ​ໜ້າ​ນີ້ ນາງ​ສິຢີ້ຮວາ​ບໍ່​ມີຊື່​ດັງ​ເໝືອນ​ກັນ​ກັບ​ນາງ​ເຊ້ຈິ່ນ​ແລະ​ນາງ​ຈູ່​ເສິນ​ທີ່​ຢູ່​ລຸ້ນ​ດຽວກັນກໍ່ຕາມ, ​ແຕ່​ຜົນງານ​ທີ່​ນາງ​ຍາດ​ມາ​ໄດ້​ນັ້ນຍັງ​ດີກ​ວ່າ​ເຂົາເຈົ້າ​ສອງ​ຄົນ​. ພາຍ​ຫຼັງ​ນາງ​ສິຢີ້ຮວາ​ຊີງ​ໄດ້​ແຊມ​ປຽນ​ງານ​ແຂ່ງຂັນໝາກ​ເສິກ​ສາກົນ​ເພດ​ຍິງ​ຊີງ​ຊະ​ນະ​ເລີດ​ໂລກ​ເທື່ອ​ນີ້​ແລ້ວ, ນາງ​ກໍ່​ກາຍ​ເປັນ​ນັກ​ກິລາ​ໝາກ​ເສິກ​ສາກົນ​ຈີນ​ຜູ່​ທຳ​ອິດ​ທີ່​ຊີງ​ໄດ້​ແຊມ​ປຽນ​ຄົບ​ຊຸດ​ຂອງງານ​ແຂ່ງຂັນ​ໝາກເສິກ​ສາກົນ​ທີ່​ສຳຄັນ​. ​​ເມື່ອ​ປີ 2000, ນາງ​ສິຢີ້ຮວາ​ກໍ່​ຊີງ​ໄດ້​ແຊມ​ປຽນ​ງານ​ແຂ່ງຂັນ​ໝາກເສິກ​ສາກົນເພດ​ຍິງ​ຊີງ​ຂັນ​ໂລກ​ແລ້ວ; ຫຼັງ​ຈາກ​ນັ້ນ​ສອງ​ປີ, ນາງ​ຊີງ​ໄດ້​ແຊມ​ປຽນ​​ງານ​ແຂ່ງຂັນ​ດັ່ງກ່າວ​ອີກ​ເທື່ອ​ໜຶ່ງ. ນາງ​ສິຢີ້ຮວາ​ຍັງ​ຮ່ວມ​ມື​ກັບ​ເພື່ອນ​ຮ່ວມ​ທີ​ມ, ເປັນສະມາຊິກທີ​ມນັກ​ກິລາ​ເພດ​ຍິງຈີນ​ຊີງ​ໄດ້​ແຊມ​ປຽນ​ງານ​ແຂ່ງ​ຂັນ​ໝາກ​ເສິກ​ສາກົນ​​ໂອລິ​ມປິກ​ໝູ່ຄະນະ​ເພດ​ຍິງ​ລະດັບ​ໂລກ 3 ​ເທື່ອ​ລຽນຕິດ.

​ໃນ​ຖານະ​ເປັນ​ນັກ​ກິລາໝາ​ກເສິກ​ສາກົນ, ນາງ​ສິຢີ້ຮວາ​ຍັງຍຶດໝັ້ນຮ່ຳຮຽນ. ປັດ​ຈຸ​ບັນ, ນາງ​ໄດ້​ສຳ​ເລັດການ​ສຶກສາ​ວິຊາ​ກົດໝາຍ​ພາກ 4 ປີ​ໃນ​ມະຫາວິທະຍາ​ໄລ​ປັກ​ກິ່ງ​ແລ້ວ. ​ຈະ​ຊຳ​ລະ​ການ​ພົວພັນ​ລະຫວ່າງ​ການຮຽນ​ກັບ​ການຫຼິ້ນໝາກ​ເສິກ​ສາກົນ​ແນວ​ໃດ​ນັ້ນ, ນາງ​ສິຢີ້ຮວາ​ມີ​ຄວາມຊາບ​ຊືມ​ອັນ​ດີງາມ, ນາງ​ເຫັນ​ວ່າ​ມັນ​ບໍ່​ມີ​ຄວາມ​ຂັດ​ແຍ່ງ​ກັນ. ນາງ​ເວົ້າ​ວ່າ: ຂ້າພະ​ເຈົ້າ​ເຫັນ​ວ່າ ການ​ຮ່ຳຮຽນ​ອາດ​ຈະ​ຂັດ​​ແຍ່ງ​ກັບການຫຼິ້ນໝາກ​ເສິກ​ສາກົນ ແຕ່​ກໍ່​ມີ​ການ​ຊ່ອຍ​ເຫຼືອ, ຕ້ອງ​ເບິ່ງ​ວ່າ​ຈະ​ໝູນໃຊ້​ເວລາ​ແນວ​​ໃດ, ​ແລະ​ເຮັດ​ແນວ​ໃດປະ​ສານ​ການ​ຮຽນ​ກັບ​ການຫຼິ້ນໝາກເສິກ​ສາກົນ.

ຍ້ອນຖືພາ ນາງ​ສິຢີ້ຮວາ​ຈະ​ບໍ່​ຕາງໜ້າ​ທີ​ມ​ເພດ​ຍິງ​ແຫ່ງຊາດຈີນ​ເຂົ້າຮ່ວມ​ງານ​ແຂ່ງ​ຂັນ​ໝາກ​ເສິກ​ສາກົນ​ໂອ​ລິ​ມປິກໝູ່​ຄະນະ​ເພດ​ຍິງລະດັບ​ໂລກທີ່​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ປີ​ນີ້​, ​ແຕ່​ວ່າ ນາງ​ສິ​ຢີ້ຮວາ​ທີ່​ເປັນ​ລາ​ຊີ​ນີໝາກ​ເສິກ​ສາກົນ​ຜູ່​ໃໝ່, ຈະ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຄົນທັງ​ຫຼາຍ​ນັບ​ມື້​ນັບຫຼາຍໃນ​ພາຍ​ໜ້າຢ່າງ​ບໍ່​ຕ້ອງ​ສົງ​ໄສ​.