ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-20 17:02:48    
ຈີນ​ເອົາ​ໃຈ​ໃສ່​​ໃຫ້​ການ​ສຶກ​ສາ​ທາງ​ເພດ​ແກ່​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​(ສຽງ)

cri Author: shuo


ປະຈຸ​ບັນ​ນີ້​ຈີນ​ມີ​ຊາວ​ໜຸ່ມ​​ເຍົາວະ​ຊົນທີ່​ມີ​ອາຍຸ​ແຕ່10​ປີ​ຫາ24​ປິ​ແລະ​ຊາວ​ໜຸ່ມ​ຍິງ​ຊາຍ​ຜູ້​ຍັງ​ໂສດ​ປະ​ມານ​300​ລ້ານ​ຄົນ,ຄຽງ​ຄູ່​ກັບ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຈີນ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ​ແລະ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຍົກ​ສູງ​ຂຶ້ນ,​ອາ​ຍຸ​ສຸກ​ງອມ​ດ້ານ​ສະ​ລີ​ລະ​ສາດ​ຂອງ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ຈີນ​ໄດ້​ໜຸ່ມ​ນ້ອຍ​ກວ່າ​ເກົ່າ,​ແຕ່​ອາຍຸ​ແຕ່​ງດອງ​ພັດ​ຊ້າ​ລົງ.​ສະ​ນັ້ນ​ຢູ່​ຈີນ​ໄດ້​ປະກົດ​ມີ​ບັນ ຫາ​ທີ່​​ອາ​ຍຸ​ຜູ້​ມີ​ເພດ​ສຳ​ພັນ​ຄັ້ງ​ແລກ​ນ້ອຍ​ລົງ​ແລະ​ຜູ້​ມີ​ເພດ​ສຳ​ພັນ​ກ່ອນ​ແຕ່ງ​ດອງ​​ຫຼາຍ​ຂຶ້ນ​ເປັນ​ຕົ້ນ.​ຈະ​ແກ້​ໄຂ​ບັນຫາ​ເຫຼົ່າ​ນີ້​ແນວ​ໃດ,​ໂດຍ​ສະ​ເພາະ​ແມ່ນ​ຈະ​ຮັກ​ສາ​ສຸ​ຂະ​ພາບ​ທາງ ກາຍ​ແລະ​​ໃຈ​ຂອງ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ແນວ​ໃດ?​ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ຈີນ​​ໃຫ້​ຄຳ​ຕອບ​ວ່າ,​ຕ້ອງ​ເພີ່ມ​ທະ​ວີ​ການ​ສຶກ​ສາ​ທາງ​ເພດ.​

ໃນໂມງ​ຮຽນສຸຂະພາບຍາມ​ໄວ​ຄະນອງທີ່​ໂຮງຮຽນ​ມັດ​ທະ​ຍົມ171​ນະຄອນ​ປັກ​ກິ່ງ​ຈັດ​ຂຶ້ນ,​ຄູ​ແລະ​ນັກ​ຮຽນ​ໄດ້​ສົນທະນາ​ກັນ.ຄູ​ເວົ້າວ່າ: "ຂໍ​ໃຫ້​ນັກ​ຮຽນ​ທັງ​ຫຼາຍ​ຟັງ​ເລື່ອງ​ໜຶ່ງ​ທີ່​ພວກ​ເຮົາ​ໄດ້​ພົບ​ໃນ​ເວ​ລາ​ໃຫ້​ຄຳ​ປຶກ​ສາ.​ບຸກ​ຄົນ​ໃນ​ເລື່ອງ​ນີ້,​ຄູ​ໄດ້​ປ່ຽນ​ຊື່​ໃຫ້​ແລ້ວ.​ນາງ​​ເຢ້​ເຢ້​ແມ່ນ​ນັກ​ຮຽນ​ມ.4,​ໃນ​ການ​ເຄື່ອນ​ໄຫວ​ຄັ້ງ​ໜຶ່ງ​ຂອງ​ໂຮງ​ຮຽນ,​ນາງ​ໄດ້​​ຮູ້​ຈັກ​ກັບ​ທ້າວ​ຫຼີ​ຊຽງ ນັກ​ຮຽນ​ຊາຍ​ມ.6​ທີ່​ເຈົ້າ​ຊູ້​.ທຳ​ອິດ​ພວກ​ເຂົາ​ເຈົ້າ​ມັກ​ລົມ​ກັນ​ກ່ຽວ​ກັບ​ເລື່ອງ​ທີ່​ເກີດ​ຂຶ້ນ​ໃນ​ໂຮງ ຮຽນ,​ຫຼື​ລົມ​​ເລື່ອງ​ມ່ວນໆ​ຂອງ​ເພື່ອນ​ຮຽນ,​ພາຍ​ຫຼັງ​ມາ,ພວກ​ເຂົາ​ເຈົ້າ​ໄດ້​ຝາກ​ຂໍ້​ຄວາມ​ສັ້ນ​ຫຼື​ ​ໂທ​ລະ​ສັບ​ລົມ​ກັນ​ຊູ່​ມື້,​ຕໍ່​ມາ​ກໍ​ເລີ່ມ​ເຂົ້າໆ​ອອກໆ​ຢູ່​ໂຮງ​ຮຽນ​ນຳ​ກັນ.​ແຕ່​ວ່າ,​ເວ​ລາ​ນີ້,​ນາງ​ເຢ້ ເຢ້​ຮູ້​ສຶກ​ກະ​ວົນ​ກະ​ວາຍ,​ສະ​ນັ້ນ,​ມີ​ມື້​ໜຶ່ງ​ນາງ​ຈຶ່ງ​ໄດ້​ຍ່າງ​ເຂົ້າ​ຫ້ອງ​ໃຫ້​ຄຳ​ປຶກ​ສາ​ດ້ານ​ຈິດ​ໃຈ,​ແລະ​ຖາມ​ຄູ​ຈິດ​ຕະ​ສາດ​ວ່າ,​ນ້ອງ​ບໍ່​ແມ່ນ​ໄດ້​ຮັກ​ເຂົາ​ແລ້ວ​ຫວະ?"​ຫຼັງ​ຈາກ​ຟັງ​ແລ້ວ,​ນັກ​ຮຽນ​ທັງ​ຫຼາຍ​ກໍ​ພາ​ກັນ​ຫົວ​ອິກໆ.ຄູເວົ້າຕໍ່​ໄປ​ວ່າ:"ນາງ​​ເຢ້​ເຢ້​ຍັງ​ຖາມ​ວ່າ,ຄູ​ວ່າ​ພວກ​ເຮົາ​ຈະ​ຮັກ​ກັນ​ຊົ່ວ​ນິລັນດອນ​ບໍ່? ພວກ​ນ້ອງ​ທັງ​ຫຼາຍ​ເຈົ້າ​ຄິດ​ວ່າ,​ເຂົາ​ເຈົ້າ​ຈະ​ຮັກ​ກັນ​ຊົ່ວ​ນິ​ລັນ​ດອນ​ບໍ່?"​ນັກ ຮຽນ​ທັງ​ຫຼາຍ​ມິດ​ງຽບ,​ໃຜ​ກໍ​ບໍ່​ເວົ້າ​ຫຍັງ​ຈັກ​ຄວາມ.

​ຢູ່​ຫຼາຍ​ໂຮງ​ຮຽນ​ທີ່​ປັກ​ກິ່ງ​​ແລະ10​ກວ່າ​ຕົວ​ເມືອງ​ອື່ນ​ພ້ອມ​ດ້ວຍເຂດ​ຊົນນະບົດ​ສ່ວນ​ໜຶ່ງ,​​ລ້ວນ​ແຕ່​ໄດ້​ຕັ້ງ​ຫຼັກ​ສູດ​ທີ່​ຄ້າຍ​ຄື​ກັນ​ນີ້.​ຫຼັກ​ສູດ​ດັ່ງ​ກ່າວ​ຈັດ​ໂດຍ​ສະ​ມາ​ຄົມ​ວາງ​ແຜນ​ຄອບ​ຄົວ​ຈີນ,​ແມ່ນ​​ເນື້ອ​ໃນ​ສຳ​ຄັນ​ໜຶ່ງ​ຂອງ​ໂຄງ​ການ​ສຸ​ຂະ​ພາບ​​ໄວ​ຄະ​ນອງ​ທີ່​ດຳ​ເນີນ​ການ​ສຶກ​ສາ​ດ້ານ​ສຸ​ຂະ​ພາບ​ທາງ​ເພດ​ແລະ​ການ​ສືບ​ພັນ​ຕໍ່​ຊາວ​ໜຸ່ມ​ເຍົາ​ວະ​ຊົນ.

​ແຕ່​ກ່ອນ,ຊາວ​ໜຸ່ມ​ເຍົາວະ​ຊົນ​ຂອງ​ຈີນ​ສ່ວນ​ຫຼາຍ​ແມ່ນ​ຮຽນ​ຄວາມ​ຮູ້​ພື້ນ​ຖານ​ຈຳ​ນວນ​ໜຶ່ງ​​ໃນ​ດ້ານ​ອະ​ນາ​ໄມ​​ໄວ​ຄະ​ນອງ​ໃນ​ຫຼັກ​ສູດ​ອະ​ນາ​ໄມ​ສະ​ລີ​ລະ​ສາດ​ຂອງ​ໂຮງ​ຮຽນ,​ຮູບ​ການ​ສຶກ​ສາ​ຂອງ​ໂຮງ​ຮຽນ​ມີ​ແຕ່​ເປັນ​ແບບ​ງ່າຍໆ,​ເນັ້ນ​ໜັກ​ການ​​ສິດ​ສອນ​ຄວາມ​ຮູ້​ອະ​ນາ​ໄມ​ດ້ານ​ສາ​ລີ​ລະ​ສາດ,​ແຕ່​​ພັດ​ປະ​ໝາດ​ການ​ຊັກ​ນຳ​​ໃນ​ດ້ານ​ອາ​ລົມ​ຈິດ​ແລະ​ຈິດ​ຕະ​ສາດ​ເປັນ​ຕົ້ນ.​ສ່ວນ​ຫຼັກ​ສູດ​ສຸ​ຂະ​ພາບ​ໄວ​ຄະນອງ​ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ສະ​ມາ​ຄົມ​ວາງ​ແຜນ​ຄອບ​ຄົວ​ຂອງ​ຈີນ​ໄດ້​ຕາບ​ຈູ​ນຄວາມ​ບໍ່​ພຽງພໍ​ໃນ​ດ້ານ​ທີ່​ກ່າວ​ມາ,​ປາ​ກົດ​ວ່າ​ຍິ່ງ​ຖືກ​ຕາມ​ຫັຼກ​ວິ​ທະ​ຍາ​ສາດ​ກວ່າ​ເກົ່າ,​ແລະ​ເຮັດ​ໃຫ້​ຊາວ​ໜຸ່ມ​ເຍົາວະ​ຊົນ​ຮັບ​ເອົາ​ໄດ້​ງ່າຍ​ກວ່າ​ເກົ່າ.

ຍົກ​ຕົວ​ຢ່າງ​ຄື ​ໂມງ​ຮຽນ​ດັ່ງກ່າວ​ຂອງ​ໂຮງຮຽນ​ມັດ​ຖະຍົມ171​ທີ່​ພວກ​ເຮົາ​ກ່າວ​ມາ​ຂ້າງ​ເທິງ​ນີ້.​ຫົວ​ຂໍ້​ຂອງ​​ໂມງຮຽນ​ນີ້​ແມ່ນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ເພດ​ຕ່າງ​ກັນ​ຄວນ​ໄປ​ມາ​ຫາ​ສູ່​ກັນ​ແນວ​ໃດ.​ກ່ອນ​ອື່ນ,​ຄູ​​ໄດ້​ເລົ່າ​ເລື່ອງ​​ທີ່​ນັກ​ຮຽນ​ຍິງ​ຊາຍ​ຄູ່​ໜຶ່ງ​ເກີດ​ມີ​ອາ​ລົມ​ຈິດ​​ຮັກ​ກັນ​ທີ່​ເຫັນ​ພໍ​ເປັນ​ເງົາ​ຊື່ໆ,​ແລ້ວ​​ໃຊ້​ຮູບ​ການ​ທີ່​ໃຫ້​ນັກ​ຮຽນ​ທັງ​ຫຼາຍ​ສົມ​ມຸດ​ຕົນ​ເປັນ​ຕົວ​ສະ​ແດງ​ໃນ​ເລື່ອງ,​ແລ້ວ​ປຶກ​ສາ​ຫາ​ລື​ກັນ,​ຊ່ອຍ​ນັກ​ຮຽນ​ຮັບ​ຮູ້​ປະ​ກົດ​ການ​ໄວ​ຄະ​ນອງ​ຈາກ​ຫຼາຍ​ດ້ານ ​ເຊັ່ນ​ສະ​ລີ​ລະ​ສາດ ຈິດ​ຕະ​ສາດ​ແລະ​ສັງ​ຄົມ​ເປັນ​ຕົ້ນ,​​ໃຫ້​ນັກ​ຮຽນ​ຮູ້​ຈັກ​ວິ​ທີ​ໄປ​ມາ​ຫາ​ສູ່​ກັນ​ກັບ​ເພດ​ກົງ​ກັນ​ຂ້າມ,​ຮຽນ​ຮູ້​ການ​ໂຄ​ລົບ​ນັບ​ຖື​ຜູ້​ອື່ນ,​ແລະ​ຄວບ​ຄຸມ​ຕົນ​ເອງ.​ຄູ​ຍັງ​ບອກ​ນັກ​ຮຽນ​ວ່າ,​ເພດ​ຈະ​ໄປ​ນຳ​ຄົນ​ຕະ​ຫຼອດ​ຊີ​ວິດ,​ໃຊ້​ທ່າ​ທີ​ວິ​ທະ​ຍາ​ສາດ​ແລະ​ສຸ​ຂຸມ​ຮອບ​ຄອບ​ຕໍ່​ເພດ​ແມ່ນ​ການ​ກະ ທຳ​ທີ່​ສະ​ຫຼາດ;​ສຸດ​ທ້າຍ,​ຄູ​ຍັງ​​ໃຫ້​ນັກ​ຮຽນ​ທັງ​ຫຼາຍ​ສະ​ແດງ​ຄວາມ​ຮູ້​ສຶກ​ຕໍ່​​ໂມງ​ຮຽນ​ນີ້​ດ້ວຍ​ຮູບ​ແຕ້ມ.​ນາງ​ຊູ່​ໝິນ ນັກ​ຮຽນ​ອາ​ຍຸ​16​ປີ​ສົນ​ໃຈ​ຫຼາຍ​ຕໍ່​ຫຼັກ​ສູດ​ແບບ​ນີ້.ນາງ​ເວົ້າ​ວ່າ:"ຄູ​ໃຫ້​ພວກ​ນ້ອງ​ຮູ້​ຈັກ​ຢ່າງ​ເຕັມ​ທີ່​ວ່າ,​ການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​​ເປັນ​ປົກ​ກະ​ຕິ​ລະ​ຫວ່າງ​ນັກ​ຮຽນ​ຍິງ​ຊາຍ​ຄວນ​​ເປັນ​ແນວ​ໃດ.​ນ້ອງ​ຄິດ​ວ່າ​ຮຽນ​ຫຼັກ​ສູດ​​ນີ້,​ໃຜໆ​ກໍ່​ດີ​ໃຈ​ຫຼາຍ,​ເພາະ​ວ່າ,​ພວກ​ເຮົາ​​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ໃນ​ໃຈ​​ຢ່າງ​ເຕັມ​ທີ່."

ການ​ໄປມາຫາສູ່​ກັນ​ລະຫວ່າງ​ເພດຕ່າງ​ກັນພຽງ​ແຕ່​ແມ່ນ​​ເນື້ອ​ໃນສ່ວນ​ໜຶ່ງ​ຂອງ​ຫຼັກ​ສູດ​ສຸ​ຂະ​ພາບ​ໄວ​ຄະ​ນອງ,​ຫຼັກ​ສູດ​ນີ້​ຍັງ​ລວມທັງ​ເນື້ອ​ໃນ​ຫຼາຍ​ດ້ານ​ ​ເຊັ່ນ​ການ​ສືບ​ພັນ​ກັບ​ການ​ຄຸມ​ກຳ​ເນີດ ການ​ປ້ອງ​ກັນ​ໂຣກ​ເອດສ໌ ​ເພດ​​ກັບ​ເພດ​ສຳ​ພັນ​ເປັນ​ຕົ້ນ.​ເພື່ອ​​ເຮັດ​ວຽກ​ງານ​ລາຍ​ນີ້​ໃຫ້​ດີ,​ສະ​ມາ​ຄົມ​ວາງ​ແຜນ​ຄອບ​ຄົວ​ຂອງ​ຈີນ​ໄດ້​ຮຽບ​ຮຽງ​ແບບ​ຮຽນ​ຢ່າງ​ຫຼວງ​ຫຼາຍ,​ແລະ​ໄດ້​ຄັດ​ເລືອກ ​ອົບ​ຮົມ​ຄູ​ສອນ.​ເພື່ອ​ຮັບ​ປະກັນ​ຄຸນ​ນະ​ພາດ​ຂອງ​ຄູ​ສອນ,​ຄູ​ສອນ​ຫຼັກ​ສູດ​ສຸ​ຂະ​ພາບ​​ໄວ​ຄະ​ນອງ​ລ້ວນ​ແຕ່​ແມ່ນ​ເລືອກ​ເອົາ​ຈາກ​ຜູ້​ອາ​ສາ​ສະ​ໝັກ​ວິ​ຊາ​ສະ​ເພາະ ​ເຊັ່ນ​ຄູ​ ນາຍ​ໝໍ​ແລະ​ແພດ​ຈິດ​ຕະ​ສາດ​ເປັນ​ຕົ້ນ.

ຫຼັກສູດ​ສຸຂະພາບ​​ໄວ​ຄະນອງ​ໄດ້​ຮັບ​ຄວາມ​ຊົມ​​ເຊີຍ​ຫຼາຍ.ປະຈຸ​ບັນ​ນີ້,ຫຼັກສູດ​ທີ່​ກ່ຽວ​ຂ້ອງ​ໄດ້​ກາຍ​ເປັນ​ຫຼັກ​ສູດ​ຄົງ​ທີ່​ຂອງ​ໂຮງ​ຮຽນ​ເກືອບ​300​ຫຼັງ​ໃນ​ແຫ່ງ​ຕ່າງໆ​ຂອງ​ຈີນ.ຕົວຢ່າງ​ຄື,​ໃນ​ຫ້ອງ​ປີ4​ ປີ​5​​ຂອງ​ໂຮງ​ຮຽນ​ມັດ​ທະ​ຍົມ​ອຸ​ດົມ​ເລກ​54​ປັກ​ກິ່ງ,​ອາ​ທິດ​ໜຶ່ງ​ມີ​ຫຼັກ​ສູດ​ສຸ​ຂະ​ພາບ​​ໄວ​ຄະ​ນອງ​ຊົ່ວ​ໂມງ​ໜຶ່ງ.​ນັກ​ຮຽນ​ຂອງ​ໂຮງ​ຮຽນ​ເລກ​54​ຍັງ​ໄດ້​ຕັ້ງ​ເວັບ​​ໄຊ​ທີ່​ກ່ຽວ​ຂ້ອງ​ຂອງ​ຕົນ​ເອງ.​​ໃນ​ເວັບ​ໄຊ​ນີ້,​ນອກ​ຈາກ​ໄດ້​ແນະ​ນຳ​ຄວາມ​ຮູ້​ຕ່າງໆ​ກ່ຽວ​ກັບ​ສຸ​ຂະ​ພາບ​ດ້ານ​ເພດ​​ໃນ​ໄວ​ຄະ​ນອງ​ແລ້ວ,​ຍັງ​ໄດ້​ຕັ້ງ​ຄໍ​ລຳ​ທີ່​ໃຫ້​ນັກ​ຮຽນ​ທັງ​ຫຼາຍ​ແລກ​ປ່ຽນ​ຄວາມ​ເຫັນ​ກັນ,​ເຮັດ​ໃຫ້​ນັກ​ຮຽນ​ສາ​ມາດ​ແລກ​ປ່ຽນ​ຄວາມ​ຮູ້​ສຶກ​​ໃນ​ການ​ຮຽນ​ຕື່ມ​ອີກ.​ພໍ​ເປີດ​ເວັບ​ໄຊ​ດັ່ງກ່າວກໍ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ນັກ​ຮຽນ​ທັງ​ຫຼາຍ.​ຄູ​​ທັງ​ຫຼາຍ​ກໍ​ສະ​ໜັບ​ສະ​ໜູນ​ທີ່​ສຸດ​ຕໍ່​ເລື່ອງ​ນີ້.

​ໂຄງການ​ສຸຂະພາບ​​ໄວ​ຄະນອງທີ່​ສະມາຄົມວາງ​ແຜນ​ຄອບຄົວ​ຈີນ​ປະຕິບັດນັ້ນ,ນອກ​ຈາກ​ໄດ້​ຕັ້ງ​ຫຼັກ​ສູດ​ທີ່​ກ່ຽວ​ຂ້ອງ​ແລ້ວ,ຍັງ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ​​ເພື່ອ​ຊຸກ​ຍູ້​ສຸ​ຂະ​ພາບ​​ໄວ​ຄະ​ນອງ​ຂອງ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ.​ຕົວ​ຢ່າງ​ຄື,​​ເຊື້ອ​ເຊີນ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ ຄູ​ສອນ ແລະ​ພໍ່​ແມ່​ນັກ​ຮຽນ​​ເຂົ້າ​ຟັງ​ໂມງ​ຮຽນ,​​ໃຫ້​ພວກ​ເຂົາ​ເຈົ້າ​ຮັບ​ຮູ້​ຄວາມ​ໝາຍ​ຂອງ​ການ​ສຶກ​ສາ​ທາງ​ເພດ​ຢ່າງ​ແທ້​ຈິງ,​ແລະ​ສ້າງ​ບັນ​ຍາ​ກາດ​ທີ່​ດີງາມ​ໃນ​ສັງ​ຄົມ​ເພື່ອ​ດຳ​ເນີນ​ການ​ສຶກ​ສາ​ກ່ຽວ​ກັບ​ສຸ​ຂະ​ພາບ​ທາງ​ເພດ​ແລະ​ການ​ສຶບ​ພັນ​ຕໍ່​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ຕື່ມ​ອີກ.​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຂອງ​ນັກ​ຂ່າວ​ວິ​ທະ​ຍຸ​CRI​ພວກ​ເຮົາ,​ທ່ານ​ນາງ​ຫຼີ​ອ້ຽນ​ຊິ່ວ ​ເລ​ຂາ​ທິ​ການ​ໃຫຍ່​ສະ​ມາ​ຄົມ​ວາງ​ແຜນ​ຄອບ​ຄົວ​ຈີນ​ກ່າວ​ວ່າ,​ແຕ່​ປະ​ຕິ​ບັດ​ໂຄງ​ການ​ສຸ​ຂະ​ພາບ​​ໄວ​ຄະ​ນອງ​5​ປີ​ມາ​ນີ້,​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ.​ນາງ​ເວົ້າ​ວ່າ:"​ເມື່ອ​ໄດ້​ອົບ​ຮົມ​ແລ້ວ,​ຢູ່​ເຂດ​ທີ່​ປະ​ຕິ​ບັດ​ໂຄງ​ການ​ນີ້​ລ້ວນ​ແຕ່ໄດ້​ປະ​ກົດ​ມີ​ສະ​ພາບ​ທີ່​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ມີ​ຄວາມ​ສາ​ມາດ​ວິ​ນິ​ໄສ​ສູງ​ຂຶ້ນ, ມີ​ຄວາມ​ເປັນ​ເຈົ້າ​ການ​ຫຼາຍ​ກວ່າ​ເກົ່າ​ໃນ​ການ​ສະ​ແຫວງ​ຫາ​ການ​ຮັບ​ໃຊ້​ດ້ານ​ສຸ​ຂະ​ພາບ​ທາງ ເພດ​ແລະ​ການ​ສືບ​ພັນ;​ເພດ​ສຳ​ພັນ​ກ່ອນ​ແຕ່ງ​ດອງ​ຫຼຸດ​ໜ້ອຍ​ລົງ,​ການ​ທຳ​ແທ້ງ​ກ່ອນ​ແຕ່ງ ດອງ​ຫຼຸດ​ໜ້ອຍ​ລົງ,​ແລະ​ຄວາມ​ອັນ​ຕະ​ລາຍ​ທີ່​ຕິດ​ກາມ​ມະ​ໂຣກ​ແລະ​ໂຣກ​ເອດສ໌​ຫຼຸດ​ໜ້ອຍ​ລົງ​ເປັນ​ຕົ້ນ."

ທ່ານນາງ​ຫຼີ​ອ້ຽນ​ຊິ່ວ​ຊີ້​ອອກ​ວ່າ,​ສະ​ມາ​ຄົມ​ວາງ​ແຜນ​ຄອບຄົວ​ຍັງ​ຈະ​ສືບ​ຕໍ່​ເຮັດ​ວຽກ​ງານ​ສຶກ​ສາ​ໃຫ້​ແກ່​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ໃນ​ໄວ​ຄະ​ນອງ,​ແລະ​ມີ​ແຜນ​ຈະ​ຂະ​ຫຍາຍ​ຂະ​ໜາດ​ຂອງ​ໂຄງ​ການ​ສຸ​ຂະ​ພາບ​​ໄວ​ຄະ​ນອງ​ໃຫ້​ກວ້າງ​ອອກ​ໜຶ່ງ​ເທົ່າ​ໃນ5​ປີ​ຂ້າງ​ໜ້າ.