ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-20 21:05:15    
ລັດຖະບານ​ຈີນ​ຈະ​ໃຊ້​ມາດ​ຕະການ​ສັງ​ລວມປ້ອງ​ກັນ​​ແລະປົວ​ແປງຂີ້ຊາຍ​ປົວ​ແປງສະພາບ​ແວດ​ລ້ອມ​ຊີວະ​ພາ​ໃຫ້ບດີ​ຂຶ້ນ

cri


ຕາມ​ຂ່າວCRI: ວັນ​ທີ 20 ​ເມ​ສາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫຼີວ​ໂທ້ ຫົວໜ້າ​ຫ້ອງການ​ວຽກ​ງານ​ປ້ອງ​ກັນ​ແລະປົວ​ແປງຂີ້​ຊາຍ​ຂອງ​ກົມ​ປ່າ​ໄມ້​ແຫ່ງ​ຊາດ​ຈີນ​ກ່າ​ວວ່າ, ລັດຖະບານ​ຈີນ​ຈະ​ໃຊ້​ມາດ​ຕະການ​ສັງ​ລວມປ້ອງ​ກັນ​​ແລະປົວ​ແປງຂີ້ຊາຍ​ປົວ​ແປງ​ສະພາບ​ແວດ​ລ້ອມ​ຊີວະ​ພາບດີ​​ໃຫ້ຂຶ້ນ.

​ແຕ່​ປີ​ນີ້​​ມາ, ​ເຂດ​ພາກ​ເໜືອ​ຈີນ​ໄດ້​ປະສົບ​ອາກາ​ດຂີ້​ຝຸ່ນ​ຂີ້​ຊາຍ​ໂດຍທົ່ວ​​ໄປ, ປັກ​ກິ່ງ​ຍັງ​ໄດ້​ປະສົບ​ພາຍຸຂີ້​ຊາຍ​ຫຼາຍ​ເທື່ອ. ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຈັດ​ຂຶ້ນ​ສຳ​ລັບ​ເລື່ອງ​ນີ້, ​ທ່ານ​ຫຼີວ​ໂທ້​ກ່າວ​ວ່າ, ລັດຖະບານ​ຈີນ​ຈະ​ປ້ອງ​ກັນ​ແລະ​ປົວ​ແປງ​ຂີ້ຊາຍ​ຕາມ​ກົດໝາຍ, ຫ້າມ​ບໍ່​ໃຫ້​ປ້ຳ​ໄມ້​ທົວທີບ,ປ່ອຍລ້ຽງສັດ​ທົ່ວທີບ​ແລະ​ຖາກ​ຖາງ​ທົ່ວທີບ​ຢ່າງ​​ເຄັ່ງ​ຄັດ, ຟື້ນຟູ​ພົມພືດ​​ທຳ​ມະ​ຊາດ; ຈະ​ເພີ່ມພົມ​ພືດຕົ້ນ​ໄມ້ຕົ້ນ​ຫຍ້າ​ຢູ່​ເຂດ​ທີ່ເໝາະ​ແກ່​ການ​ປົວ​ແປງ; ພ້ອມ​ກັນ​ນັ້ນ, ​ເຮັດ​ໃຫ້​ກົນ​ໄກ​ນະ​ໂຍບາຍ​ດີ​ກວ່າ​ເກົ່າ, ສ້າງ​ສະຖານະ​ພາບ​ທີ່​ທົ່ວ​ປວງ​ຊົນ​ພ້ອມ​ກັນ​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ​ແລະ​ປົວ​ແປງ​ຂີ້ຊາຍ.