ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-20 21:19:04    
ຫໍ່ອາຫານທີ່ສະຫຼາດ

cri

ຖ້າມີຄົນຖາມວ່າ,ຫໍ່ອາຫານພຽງແຕ່ແມ່ນໃຫ້ພວກເຮົາພົກພາຢ່າງສະດວກບໍ່?ຄຳຕອບ
ໃໝ່ສຸດ:ບໍ່ແມ່ນ. ຫໍ່ທີ່ສະຫຼາດມີຜົນດີຫຼາຍກວ່ານີ້ອີກ,ຄືສາມາດປົກປ້ອງຄຸນນະພາບ
ຂອງອາຫານຢ່າງບັງເກີດຜົນກວ່າເກົ່າ,ຫຼືສະແດງໃຫ້ເຫັນໂດຍກົງວ່າອາຫານສົດຫຼືບໍ່,
ເຮັດໃຫ້ຜູ້ບໍລິໂພກບໍ່ຈຳເປັນເປີດຫໍ່ແລ້ວຈຶ່ງຮູ້ວ່າອາຫານເສຍຫຼືບໍ່.

ຕົວຢ່າງຄື,ເພື່ອແກ່ຍາວເວລາບໍ່ໃຫ້ອາຫານເສຍຍ້ອນຖືກອອກຊີແຊນ,ວິທີທົ່ວໄປໃນ
ປັດຈຸບັນແມ່ນໃສ່ຫໍ່ຜົງເຫຼັກນ້ອຍໆໃນຫໍ່ອາຫານ,ນຳໃຊ້ຂະບວນການຫັນເປັນອອກຊີ
ແຊນຂອງເຫຼັກມາດູດຊັບອອກຊີແຊນໃນຫໍ່. ແຕ່ລູກຄ້າບາງຄົນເມ່ືອເຫັນຫໍ່ນ້ອຍທີ່ຂຽນ
ໂຕໜັງສືວ່າຫ້າມກິນກໍບໍ່ສະບາຍ,ສ່ວນຫໍ່ໃໝ່ແມ່ນເພີ່ມອຸປະກອນດູດອອກຊີແຊນຊັ້ນ
ໜ່ຶງໃນເຈ້ຍຫໍ່,ນີ້ສາມາດເຮັດໃຫ້ພວກເຂົາເຈົ້າຮູ້ສຶກສະບາຍກວ່າ.

ຕົວຢ່າງອີກ,ອາຫານສົດຈຳນວນໜ່ຶງຕ້ອງການເກັບມ້ຽນໃຕ້ອຸນຫະພູມຕ່ຳ,ຖ້າບໍ່ດັ່ງນັ້ນ
ເຊື້ອພະຍາດໃນຫັ້ນກໍຈະຄຶກຄັກຂຶ້ນ,ພາໃຫ້ອາຫານເສຍ. ຖ້າຕິດເຄື່ອງໝາຍແບບໃໝ່
ທີ່ສາມາດຊີ້ບອກເວລາແລະອຸນຫະພູມ,ສານເຄມີໃນນັ້ນຈະເກີດການສັງເຄາະໃນເວ
ລາອຸນຫະພູມສູງ,ສີຂອງເຄື່ອງໝາຍກໍຈະປ່ຽນຂຸ້ນຫຼືຈາງລົງ,ຈາກນີ້ລູກຄ້າຈະສາມາດ
ຮູ້ວ່າອາຫານໄດ້ເກັບມ້ຽນໃຕ້ອຸນຫະພູມໃດແລະເກັບມ້ຽນດົນປານໃດແລ້ວ,ລະດັບ
ຄວາມສົດເປັນແນວໃດ.

ຕາມແວບໄຊ"ນັກວິທະຍາສາດໃໝ່"ຂອງອັງກິດແຈ້ງວ່າ,ເຕັກນິກທີ່ຖືກເອີ້ນເປັນການ
ຫໍ່ທີ່ຕັ້ງໜ້າປະເພດນີ້ໄດ້ໃຊ້ການຢູ່ອາເມລິກາແລະຝຣັ່ງເປັນຕົ້ນແລ້ວ. ຫຼາຍບໍລິສັດຮັບ
ຮູ້ວ່າ,ການໃຫ້ລູກຄ້າຮູ້ແຈ້ງວ່າອາຫານທ່ີສະໜອງໃຫ້ພວກເຂົາເຈົ້ານັ້ນສົດບໍ່ມີຫຼອກ,
ນັ້ນແມ່ນມີຜົນປະໂຫຍດການຄ້າທີ່ບົ່ມຊ້ອນຢູ່ອັນມະຫາສານ,ຖ້າເອົາຕົ້ນທຶນສ່ວນເກີນ
ໃນການພັດທະນານຳໃຊ້ເຕັກນິກໃໝ່ມາທຽບກັບອັນນີ້ແລ້ວແມ່ນໜ້ອຍທີ່ສຸດ.

ປັດຈຸບັນ,ບາງບໍລິສັດຂອງອາເມລິກາພວມພັດທະນາຫໍ່ທີ່ຊີ້ບອກຄວາມສົດຂອງອາ
ຫານແຊ່ແຂງ,ຫໍ່ໃໝ່ສາມາດຕິດຕາມຢັ່ງແທກກິ່ນທີ່ຊີ້ນ,ປາຫຼືຜັກລະບາຍອອກມາຍ້ອນ
ແຊ່ແຂງບໍ່ຖືກຕ້ອງແລະເປື່ອຍເນົ່າ. ການຮັກສາຄວາມສົດໃຫ້ໝາກໄມ້ແລະຜັກທ່ີຕ່າງ
ກັນຕ້ອງການອອກຊີແຊນແລະກາກບອນດີອອກຊິດທີ່ມີຄວາມເຂັ້ມຂຸ້ນຕ່າງກັນ,ເຕັກ
ນິກຫໍ່ທີ່ແນໃສ່ລັກສະນະດັ່ງກ່າວກໍພວມຄົ້ນຄວ້າພັດທະນາຢູ່.ບໍລິສັດແຫ່ງໜຶ່ງຂອງລັດ
ກາລີໂຟເນຍພວມຄົ້ນຄວ້າເຮັດເຈ້ຍຫໍ່ຊະນິດໜຶ່ງ,ເຈ້ຍຊະນິດນີ້ສາມາດປ່ຽນແປງ
ຄວາມສາມາດຊຶມເຂົ້າຕາມອຸນຫະພູມ,ເພື່ອຕອບສະໜອງຄວາມຕ້ອງການອອກຊີ
ແຊນແລະກາກບອນດີອອກຊິດທີ່ຕ່າງກັນຂອງໝາກໄມ້ແລະຜັກທີ່ຕ່າງກັນ. ຢູ່ນູແວນ
ຊີລັງ,ພະນັກງານຄົ້ນຄວ້າພວມພັດທະນາຫໍ່ໝາກໄມ້ຊະນິດໜຶ່ງ,ຫໍ່ຊະນິດນີ້ສາມາດ
ຊີ້ບອກວ່າໝາກໄມ້ທີ່ໜີບບໍ່ໄດ້ເຊັ່ນໝາກຄາຍເປັນຕົ້ນຈະສຸກໃນຍາມໃດ.

ພະນັກງານຄົ້ນຄວ້າເຕັກນິກຫໍ່ອາຫານຄາດວ່າ,ໃນອະນາຄົດ ຫໍ່ອາຫານ 20% ຮອດ
40%ຈະໃຊ້ເຕັກນິກທໍ່ທີ່ຕັ້ງໜ້າ.