ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-21 10:25:04    
ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ຢ້ຽມ​ຢາມ​ນະ​ຄອນ​ເສີນ​ເຈີ້ນ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 20 ​ເມສາ, ທ່ານມູຮາ​ມມັດ ຢູຊູ​ຟ ຄາ​ລາ ຮອງ​ປະທາ​ນາທິ​ບໍດີ​ອິນ​​ໂດ​ເນ​ເຊຍ​ໄດ້​ເດີນທາງ​ມາ​ຮອດ​ເສີນ​ເຈີ້ນ ​ເມືອງ​ພາກ​​ໃຕ້​ຂອງ​ຈີນ, ​ເພື່ອ​ຢ້ຽມຢາມ​ສັນ​ຖະ​ວະ​ໄມຕີ.

ທ່ານ​ເວົ້າວ່າ, ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ, ສ້າງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ອາຊີ​ນຳ​ກັນ.

ໃນ​ເວລາ​ພົບ​ປະ​ທ່ານ​ຢູຊູ​ຟ ພ້ອມ​ດ້ວຍ​ຄະນະ, ທ່ານ​ສູ​ຈົ່ງ​ເຮິ​ງ ​ເຈົ້າ​ຄອງ​ນະຄອນເສີນ​ເຈີ້ນ​ໄດ້​ແນະນຳ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ນະຄອນ​ເສີນ​ເຈີ້ນ.

ທ່ານຢູຊູ​ຟ​ໄດ້ສະ​ແດງ​ຄວາມ​ເຄົາ​ລັບ​ຕໍ່​ນະຄອນ​ເສີນ​ເຈີ້ນທີ່​ໄດ້​ຮັບຜົນສຳ​ເລັດ​ອັນ​ໃຫຍ່ຫຼວງໃນ​ໄລຍະ​ສັ້ນ. ທ່ານ​ເວົ້າ​ວ່າ, ຫວັງ​​ໃຫ້​ຖອດ​ຖອນ​ເອົາ​ບົດຮຽນ​ພັດທະນາ​ຂອງ​ຈີນ.

​ແຕ່​ວັນ​ທີ 18 ຫາ​ວັນ​ທີ 22 ​ເມສາ, ທ່ານຢູຊູ​ຟ ​ໄດ້​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ເວທີ​ປາ​ໄສອາຊີ​ໂປ​ອາວປີ 2006 ຢູ່​ຈີນ, ​ແລະ​ຈະ​ແວ່​ຢ້ຽມຢາມ​ນະຄອນ​ຊຽງ​ໄຮ້, ຊູ່​​ໂຈ່ວ, ​ແລະເສີນ​ເຈີ້ນ.