ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-21 11:21:33    
ປະ​ເທດ​ອາ​ຣາບ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ຮາ​ມັສ​ຂອງ​ປາ​ເລັສ​ຕີນ

cri Author: min
ຕາມ​ຂ່າວCRI: ວັນ​ທີ 20 ​ເມສາ, ​ໂຄສົກ​ສັນນິບາດ​ປະ​ເທດ​ອາຣາບ​​ເວົ້າ​​ວ່າ, ​ໃນ​ເວລາ​ພົບ​ປະ​ເຈົ້າ​ໜ້າ​ທີ່​ປາ​ເລັສຕີນ​ທີ່​​ໄປ​ຢ້ຽມຢາມ​ຢູ່​ສຳນັກງານ​ໃຫຍ່​ສັນນິບາດ​ປະ​ເທດ​ອາຣາບ, ທ່ານ​ອາມົວ ມຸດ​ຊາ ​ເລຂາ​ທິການ​ໃຫຍ່​ສັນນິບາດ​ປະ​ເທດ​ອາຣາບ​ເວົ້າ​ວ່າ, ປະ​ເທດ​ອາ​ຣາບ​ໄດ້​​ໃຫ້​ການ​ຊ່ອຍ​ເຫຼືອຕົກ​ເປັນ​ເງິນ​ເກືອບ 71 ລ້ານ​ໂດ​ລາ​ສະຫະລັດ​ໃຫ້​ເຈົ້າ​ໜ້າ​ທີ່​ປາ​ເລັສຕີນ​ໂດຍ​ຜ່ານ​ຈາກ​ສັນນິບາດ​ປະ​ເທດ​ອາຣາບ, ສັນນິບາດ​ປະ​ເທດ​ອາຣາບ​ພວມ​ໃຊ້​ມາດ​ຕະການສົ່ງ​ເງິນ​ຊ່ອຍ​ເຫຼືອ​ໃຫ້​ອົງການ​ອຳນາດ​​ແຫ່ງ​ຊາດປາ​ເລັສຕີນ.

ວັນ​ທີ 20 ​ເມສາ, ​ໃນ​ເວລາ​ພົບ​ປະ​ທ່ານ​ມາ​ເຮີ​ມຸດ ອານ ຊາ​ຮາຣີ ລັດຖະ​ມົນຕີ​ການ​ຕ່າງປະ​ເທດປາ​ເລັສຕີນທີ່​​ໄປ​ຢ້ຽມຢາມ​ຢູ່​ດາ​ມັສ, ທ່ານ​ບາ​ສາ​ປະ​ທາ​ນາ​ທິ​ບໍດີ​ຊີ​ເລຍກ່າວ​ລື້​ມວ່າ, ຊີ​ເລຍ​ຈະ​ສືບ​ຕໍ່​ສະໜັບ​ສະໜູນ​ພາລະກິດ​ຂອງປາ​ເລັສຕີນ, ​ແລະ​ຕົກລົງ​ສ້າງ​ກົນ​ໄກ​ບໍລິຈາກ​​​ເງິນ​ໃຫ້ຝ່າຍ​ລາດປາ​ເລັສຕີນ​ພາຍ​ໃນ​ປະ​ເທດ.

​ໂດຍ​ແນ​ໃສ່​ບົດ​ແຈ້ງ​ຂ່າວ​ກ່ຽວ​ກັບ​ທ່ານ​ສະຕຼາວ ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ​ອັງກິດ​ໄດ້ປ່ຽນ​ແປງຫຼັກໝັ້ນ​ຕໍ່​ອົງການ​ຮາ​ມັສ, ວັນ​ທີ 20 ​ເມສາ, ​ໂຄສົກ​ສະຖານທູດ​ອັງກິດ​ປະຈຳອິສຣາ​ແອນ​ເວົ້າ​ວ່າ, ອັງກິດບໍ່​​ໄດ້​ປ່ຽນ​ແປງຫຼັກໝັ້ນ​ຕໍ່​ອົງການ​ຮາ​ມັສ. ຖ້າ​ລັດຖະບານ​ປົກຄອງ​ຕົນ​ເອງ​ປາ​ເລັສຕີນ​ຢາກ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອຈາກ​ສະຫະພາບ​ເອີ​ລົບ​ຄືນ​ໃໝ່, ກໍ່​ຕ້ອງ​ປະລະ​ກຳລັງ​ຮຸນ​ແຮງ, ຮັບຮອງ​ອິສຣາ​​ແອນ, ​ແລະ​ໂຄລົບສັນ​ຍາ​ສັນຕິພາບ.